Homeຂ່າວຕ່າງປະເທດເຟດບຸກ​ໄຕ​ມາດ 2 ກຳ​ໄລ​ເພີ່ມ 186% ດັນຫຸ້ນຂຶ້ນຫລັງປິດຕະຫຼາດ

ເຟດບຸກ​ໄຕ​ມາດ 2 ກຳ​ໄລ​ເພີ່ມ 186% ດັນຫຸ້ນຂຶ້ນຫລັງປິດຕະຫຼາດ

Published on

ເຟດບຸກ​ເປີດ​ເຜີຍ​ຜົນ​ປະກອບ​ການ​ໃນ​ວັນພຸດທີ່ຜ່ານມາ ມີ​ກຳ​ໄລ​ເພີ່ມ​ຂຶ້ນ​ຫຼ​າຍ​ເມື່ອ​ໄຕ​ມາດ​ທີ 2 ຢູ່​ທີ່ 186% ຈາກ​ປີກ່ອນ​ໜ້າ​ມາ​ຢູ່​ທີ່ 2,05 ຕື້​ໂດ​ລາ​ສະຫະລັດ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ​ເຟດບຸກ​ເປີດ​ເຜີຍ​ຜົນ​ປະກອບ​ການ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ​ວ່າ ມີ​ກຳ​ໄລ​ເພີ່ມ​ຂຶ້ນ​ຫຼາຍ​ໃນ​ໄຕ​ມາດທີ 2 ລະຫວ່າງ​ເດືອນ​ເມສາ-​ມິຖຸນາ​ທີ່​ຜ່ານ​ມາ ອັນ​ເປັນ​ຜົນ​ມາ​ຈາກ​ການ​ເຕີບ​ໂຕ​ຂອງ​ລາຍ​ຮັບ​ທີ່​ມາ​ຈາກຖານ​ຜູ້​ໃຊ້​ງານ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ​ຫຼາຍ ສົ່ງ​ຜົນ​ເຮັດ​ໃຫ້​ລາຄາ​ຮຸ້ນ​ເຟດບຸກ​ເພີ່ມ​ຂຶ້ນ ​ໂດຍ​ເຟດບຸກມີ​ຜູ້​ໃຊ້​ງານ​ເປັນ​ປະຈຳ​ຕໍ່​ເດືອນ(​ແອກ​ທີ​ຟ ຢູສ​ເຊີ )​ເພີ່ມ​ຂຶ້ນ​ເປັນ 1,7 ລ້ານ​ຄົນ ຂະນະ​ທີ່​ກຳ​ໄລ​ສຸດທິ​ຂອງ​ເຟດບຸກ​ເພີ່ມ​ສູງ​ຂຶ້ນ 186% ຈາກ​ປີ​ກ່ອນ​ໜ້າ​ມາ​ຢູ່​ທີ່ 2,05 ຕື້​ໂດ​ລາ​ ​ແລະ ລາຍ​ໄດ້​ເພີ່ມ​ຂຶ້ນ 59% ມາ​ຢູ່​ທີ່ 6,4 ຕື້​ໂດ​ລາ ລາຍ​ໄດ້​ສ່ວນ​ໃຫຍ່​ມາ​ຈາກ​ໂຄສະນາ​ອອນ​ລາຍ.ຂະນະ​ທີ່​ລາຄາ​ຮຸ້ນ ​ເຟດບຸກ​ເພີ່ມ​ຂຶ້ນ 6,3% ​ໃນ​ໄລຍະ​ຊື້​ຂາຍ​ນອກ​ເວລາ ຫຼັງ​ຕະຫຼາດ​ປິດ ຈາກ​ຜົນ​ປະກອບ​ການ​ທີ່​ດີ​ເກີນ​ກວ່າ​ທີ່​ນັກວິ​ເຄາະ​ສ່ວນ​ໃຫຍ່​ຄາດ​ຄະ​ເນ​​ເອົາ​ໄວ້.

ມາກ ຊັກ​ເຄີ​ເບິ​ກ ປະທານ​ເຈົ້າ​ໜ້າ​ທີ່​ບໍລິຫານ ​ແລະ ຜູ້​ຮ່ວມ​ກໍ່​ຕັ້ງ​ເຟດບຸກ​ເປີດ​ເຜີຍ​ວ່າ ປັດ​ໃຈ​ສຳຄັນ​ໃນ​ຍຸດ​ທະ​ສາດ​ຂອງ​ເຟດບຸກຄື​ການ​ໃຊ້​ວີ​ດີ​ໂອ ທີ່​ເປັນ​ຫົວ​ໃຈ​ສຳຄັນ​ຂອງ​ການ​ໃຊ້​ເອັບ ​ແລະ ບໍລິການ​ທັງ​ໝົດ ​ໂດຍ​ກ່າວ​ວ່າ ຜົນ​ປະກອບ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ພັດທະນາ​ການ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ຕ້ອງການ ​ເຮັດ​ໃຫ້​ໂລກ​ເປີດ​ກວ້າງ ​ແລະ ​ເຊື່ອມ​ຕໍ່​ກັນ​ຫຼາຍ​ຂຶ້ນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...