spot_img
Homeຂ່າວການພັດທະນາຫາລືການບໍລິການຂົນສົ່ງຂີ້ເຫຍື້ອ ເພື່ອຄວາມເປັນລະບຽບ

ຫາລືການບໍລິການຂົນສົ່ງຂີ້ເຫຍື້ອ ເພື່ອຄວາມເປັນລະບຽບ

Published on

ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ຈັນ­ທະ​ບູ​ລີ ຮ່ວມ​ກັບ​ຫ້ອງການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ (ອພບ.ນວ) ຈັດກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ບໍ­ລິ­ການ​ຂົນ­ສົ່ງ​ຂີ້​ເຫຍື້ອ ເພື່ອ​ແນ­ໃສ່​ເຮັດ​ໃຫ້­ການ​ບໍ­ລິ­ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ເຂົ້າ​ສູ່ລະ­ບົບ ສ້າງ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃຫ້​ຕົວ​ເມືອງ ຕ້ານ​ພະ­ຍາດ​ຕ່າງໆ ພ້ອມ​ທັງ​ການ​ນຳ​ຂີ້​ເຫຍື້ອ​ທີ່​ຜ່ານ​ການ​ແຍກ ແລະ ດັດ­ແປງ​ມາ​ນຳ​ໃຊ້​ຄືນ ເພື່ອ​ເປັນ​ການ​ຄວບ​ຄຸມ ແລະ ຫຼຸດ­ຜ່ອນ​ຂີ້​ເຫຍື້ອ​ໃຫ້​ນັບ​ມື້​ໜ້ອຍ​ລົງ ເນື່ອງ​ຈາກ​ປັດ­ຈຸ­ບັນ​ ອັດ­ຕາ​ການ​ຜະ­ລິດ​ຂີ້​ເຫຍື້ອ​ແມ່ນ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ເລື້ອຍໆ ແລະ ຕ້ອງ​ໃຊ້​ເວ­ລາ​ເພື່ອ​ແກ້​ໄຂ​ບັນ­ຫາ​ນີ້​ໃຫ້​ໝົດ​ໄປ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ​ວັນ​ທີ 27 ກໍ­ລະ­ກົດ 2016 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ຈັນ­ທະ​ບູ​ລີ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ເພັດ​ສະ­ໄໝ ນັດ​ຜາ​ສຸກ ຮອງ​ເຈົ້າເມືອງ​ຈັນ­ທະ​ບູ​ລີ ມີ​ທ່ານ​ນາງ ວິໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ ອພບ.ນວ ພ້ອມ​ດ້ວຍ​ຮອງ​ຫົວ­ໜ້າ ອພບ.ນວ ບັນ­ດາ​ຫ້ອງ­ການ ເລ­ຂາ​ພັກ​ບ້ານ ນາຍ­ບ້ານ​ອ້ອມ​ຂ້າງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າຮ່ວມ.

ເມືອງ​ຈັນ­ທະ​ບູ​ລີ ມີ​ເນື້ອ­ທີ່ປະ­ມານ 29 ກິ­ໂລ­ແມັດ​ມົນ­ທົນ ມີ 30 ບ້ານ 13.364 ຄອບ­ຄົວ ປະຊາ​ກອນ 73.459 ຄົນ (ຕາມ​ສະຖິ​ຕິ​ສົກ​ປີ 2013-2014) ໄດ້​ມອບ​ໃຫ້ 3 ພາກ­ສ່ວນ​ຮັບ­ຜິດ­ຊອບ​ບໍ​ລິການ​ຂົນ­ສົ່ງ​ເກັບ​ມ້ຽນ​ຂີ້​ເຫຍື້ອ ​ຄື: ກອງ​ບໍ­ລິ­ການ​ຂົນ­ສົ່ງ​ເກັບ​ມ້ຽນ​ຂີ້​ເຫຍື້ອ ອພບ ຮັບ­ຜິດ­ຊອບ 19 ບ້ານ 9.779 ຄອບ­ຄົວ ມີ​ຄອບ­ຄົວ​ໃຊ້​ບໍ­ລິ­ການ 4.675 ຄອບ­ຄົວ ເທົ່າ​ກັບ 47,81% ບໍ­ລິ­ສັດ​ ອະ​ນາໄມ​ຈັນ­ທະ​ບູ​ລີ​ ຈຳ­ກັດ​ຜູ້​ດຽວ ຮັບຜິດ​ຊອບ 9 ບ້ານ ມີ 2.557 ຄອບ ຄົວ  ມີ​ຄອບ­ຄົວ​ໃຊ້ບໍ­ລິ­ການ 2.334 ຄອບ­ຄົວ ເທົ່າ​ກັບ 91,23% ແລະ ໜ່ວຍ​ບໍ­ລິ­ການ ອພບ ເມືອງ​ຈັນ­ທະ​ບູ​ລີ ຮັບ​ຜິດຊອບ 2 ບ້ານ 1.028 ຄອບ­ຄົວ ມີ​ຄອບ­ຄົວ​ໃຊ້​ບໍ­ລິ­ການ 606 ຄອບຄົວ ເທົ່າ​ກັບ 58,95% ສະ­ເລ່ຍ​ການ​ໃຊ້​ບໍ­ລິ­ການ​ທົ່ວ​ເມືອງ 65,68% ເຊິ່ງ​ເຫັນ​ວ່າ​ຕົວ​ເລກ​ການ​ໃຊ້​ບໍ­ລິ­ການ​ຍັງ​ຕ່ຳ​ ທຽບ­ໃສ່​ການ​ຜະ­ລິດ​ຂີ້​ເຫຍື້ອ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ.

ຂ່າວຈາກ: Vientiane Mai

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...