spot_img
Homeຂ່າວທ້ອງຖິ່ນເຊັນສັນຍາກໍ່ສ້າງ ໂຄງການສະໜອງນ້ຳສະອາດ ໃຫ້ປະຊາຊົນ 14 ບ້ານ ຢູ່ແຂວງຜົ້ງສາລີ!

ເຊັນສັນຍາກໍ່ສ້າງ ໂຄງການສະໜອງນ້ຳສະອາດ ໃຫ້ປະຊາຊົນ 14 ບ້ານ ຢູ່ແຂວງຜົ້ງສາລີ!

Published on

ພິທີເຊັນສັນຍາກໍ່ສ້າງ ໂຄງການນ້ຳສະອາດ, ບ້ານໂພນແກ້ວ, ເມືອງ ແລະ ແຂວງຜົ້ງສາລີ, ໄດ້ມີຂຶ້ນໃນວັນທີ 28 ກໍລະກົດນີ້, ທີ່ຫ້ອງການປະສານງານ ແຜນງານພັດທະນາເຂດເນີນສູງເຂດພາກເໜືອ ( NUOP ) ໃນແຂວງດັ່ງກ່າວ, ລະຫວ່າງພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ທັງເປັນຜູ້ປະຕິບັດງານ ແຜນງານພັດທະນາເຂດເນີນສູງພາກເໜືອ ແລະ ບໍລິສັດ ຍອດບໍລິການເຄື່ອງກໍ່ສ້າງ (ຜູ້ຮັບເໝົາສະໜອງອຸປະກອນ), ໂດຍມີອຳນາດການປົກຄອງ ເຂົ້າຮ່ວມເປັນສັກຂີພະຍານ.

ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ສ້າງຂຶ້ນເພື່ອສະໜອງນ້ຳສະອາດ ໃຫ້ປະຊາຊົນ 14 ບ້ານເປົ້າໝາຍຂອງ 3 ເມືອງຄື: ເມືອງຂວາ  7 ບ້ານ, ເມືອງໃໝ່ 3 ບ້ານ ແລະ ເມືອງສຳພັນ 4 ບ້ານ, ລວມມູນຄ່ການກໍ່ສ້າງທັງໝົດປະມານ 1,9 ຕື້ກີບ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...