Homeມູມໄອທີລາວມາອີກແລ້ວ!! Lenovo ເປີດໂຕ Air 13 Pro ໂນດບຸກສະເປັກດີມາພ້ອມເຊັນເຊີ້ສະແກນນິ້ວມື

ມາອີກແລ້ວ!! Lenovo ເປີດໂຕ Air 13 Pro ໂນດບຸກສະເປັກດີມາພ້ອມເຊັນເຊີ້ສະແກນນິ້ວມື

Published on

​Lenovo ເປີດໂຕໂນດບຸກລຸ້ນໃໝ່ຂອງບໍລິສັດຢ່າງເປັນທາງການ ເຊິ່ງມີນາມວ່າ: Lenovo Air 13 Pro. ຖືວ່າເປັນເວລາບໍ່ດົນຫຼັງຈາກທີ່ Xiaomi ໄດ້ເປີດໂຕໂນດບຸກ Mi Notebook Air ໄປແລ້ວກ່ອນໜ້ານີ້.

ສຳລັບສະເປັກຂອງ Lenovo Air 13 Pro ມາພ້ອມກັບຈໍ IPS ຂະໜາດ 13.3 ນິ້ວ, ໃຊ້ງານຊິບປະມວນຜົນ Intel I5 6200U ພ້ອມກັບກຣາດຈໍ NVIDIA GT940MX 2GB. RAM 4GB ແລະ ROM 256GB. ໂຕເຄື່ອງມີນ້ຳໜັກປະມານ 1.29 ກມ ແລະໜາປະມານ 1.48 ຊມ ເວົ້າໄດ້ວ່າຂ້ອນຂ້າງຄ້າຍໆກັນກັບ Mi Notebook Air ເລີຍ.

ນອກຈາກນີ້ Lenovo ຍັງໃສ່ຄຸນສົມບັດສະແກນລາຍນິ້້ວມືມາໃຫ້ພ້ອມ ເພື່ອຄວາມປອດໄພໃນການໃຊ້ງານ ແລະເປັນສິ່ງໜຶ່ງທີ່ບໍ່ມີໃນ Mi Notebook Pro ຂອງ Xiaomi ອີກນຳ.

ສຳລັບ Lenovo Air 13 Pro ຕອນນີ້ແມ່ນເລີ່ມເປີດໃຫ້ສັ່ງຈອງແລ້ວຜ່ານທາງອອນລາຍຂອງຫ້າງ Jingdong ໃນປະເທດຈີນ ແລະມີລາຄາເລີ່ມຕົ້ນຢູ່ທີ່ 4999 ຢວນ (6.080.000 ກີບ). 

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...