spot_img
Homeຂ່າວຕ່າງປະເທດ7 ປະ​ເທດ​ອາຊຽນຕົກລົງສ້າງ​ສະຫະພັນ​ນ້ຳຕານ

7 ປະ​ເທດ​ອາຊຽນຕົກລົງສ້າງ​ສະຫະພັນ​ນ້ຳຕານ

Published on

World Journal ​ໜັງສືພິມ ພາສາ​ມຽນມາລາ​ຍງານ​ ສະມາຄົມ​ນັກທຸລະກິດນ້ຳຕານ​ ແລະ ປຸງ​ແຕ່ງ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ຂອງ​ມຽນມາລາ​ຍງານ​ວ່າ ກຳປູ​ເຈຍ, ມຽນມາ, ​ໄທ, ຫວຽດນາມ, ອິນໂດ​ເນ​ເຊຍ, ຟີ​ລິບ​ປີນ​ ແລະ​ ມາ​ເລ​ເຊຍ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້​ຕົກລົງຮ່ວມ​ກັນ​ສ້າງ​ສະຫະພັນ​ຂະ​ແໜງ​ການ​ນ້ຳຕານຂຶ້ນ.

ຕາມຂ່າວ​ລະບຸວ່າ ການ​ສ້າງ​ສະຫະພັນ​ດັ່ງກ່າວ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ, ຮ່ວມ​ກັນ​ຊຸກຍູ້​ການ​ຊື້ຂາຍ​ນ້ຳຕານ, ສ້າງ​ຕະຫຼາດໜຶ່ງ​ດຽວ​ທີ່​ກວມ​ເອົາ​ທັງຕົ້ນ​ທຶນ, ສິນຄ້າ, ຜູ້​ອອກ​ແຮງ​ງານ​ ແລະ ​ການ​ບໍລິ​ການ, ​ກະກຽມ​ໃຫ້​ແກ່​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

ຂະນະ​ດຽວ​ກັນ​ ສະມາຄົມນັກທຸລະກິດ​ນ້ຳຕານ​ແລະ​​ປຸງ​ແຕ່ງ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ຂອງ​ມຽນມາ ກຳລັງສ້າງ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ນ້ຳຕານ ​ແລະ ພາຍຫຼັງ​ສຳ​ເລັດ​ແລ້ວ ​ຈະ​​ໃຫ້​ກະຊວງ​ກະສິກຳ​ນຳ​ສະ​ເໜີ​ຕໍ່​ລັດຖະສະພາ​ ໂດຍ​ກົດໝາຍ​ດັ່ງກ່າວ ​ເພື່ອ​ເຮັດ​ໃຫ້​ຂະ​ແໜງ​ການ​ນ້ຳຕານ​​ມີ​ລະບຽບ​ການ, ຊຸກຍູ້​ການພັດທະນາ​ຂະ​ແໜງ​ການ​ນ້ຳຕານ​ແລະ ​ຍົກຄວາມ​ສາມາດ​ການ​ແຂ່ງຂັນ​ສາກົນ​ຂອງ​ຂະ​ແໜງ​ການ​ນ້ຳຕານ​​ໃຫ້​ສູງ​ຂຶ້ນ.

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...