HomeມູມໄອທີລາວXiaomi ເປີດໂຕ MiBook Air ໂນດບຸກບາງ ແລະເບົາ

Xiaomi ເປີດໂຕ MiBook Air ໂນດບຸກບາງ ແລະເບົາ

Published on

​ເປັນເວລາເຖິງໜຶ່ງປີທີ່ມີລາຍງານຄວາມເປັນໄປໄດ້ກ່ຽວກັບ Xiaomi ທີ່ຈະກ້າວເຂົ້າສູ່ຕະຫຼາດແລັບທ໋ອບ ນັບຕັ້ງແຕ່ປີກ່ອນຈົນມາຮອດມື້ນີ້ກໍເປັນຄວາມຈິງແລ້ວ. ເມື່ອບໍລິສັດ Xiaomi ໄດ້ປະກາດເປີດໂຕໂນດບຸກລຸ້ນໃໝ່ຂອງບໍລິສັດທີ່ມີນາມວ່າ Xiaomi MiBook Air ຫຼັງຈາກທີ່ວັ່ງກີ້ນີ້ແມ່ນເປີດໂຕ Redmi Pro ໄປແລ້ວ. 

ສຳລັບ Xiaomi MiBook Air ນີ້ແມ່ນມີຢູ່ 2 ລຸ້ນຄື: ລຸ້ນນ້ອງສຸດແມ່ນມີ ໜ້າຈໍ 12.5 ນິ້ວ ແລະລຸ້ນອ້າຍໃຫຍ່ແມ່ນມີໜ້າຈໍ 13.3 ນິ້ວ, ເຊິ່ງທັງສອງລຸ້ນນີ້ແມ່ນມາພ້ອມກັບແກ້ວຈໍແບບ 7H. ໂດຍໄຮໄລ້ທີ່ສຳຄັນພາຍໃນງານກໍຄົງເປັນການທີ່ບໍລິສັດນຳເອົາ Apple MacBook Air ມາທຽບກັບ MiBook Air ແລະໄດ້ອ້າງວ່າການອອກແບບຂອງຕົນເອງນັ້ນດີທີ່ສຸດ. ເຮົາມາເບິ່ງສະເປັກທັງສອງລຸ້ນນຳກັນເລີຍວ່າເປັນແນວໃດ

ອັບເດດ: ສຳລັບລຸ້ນຂາຍທົ່ວໂລກຈະມີຊື່ວ່າ Xiaomi Mi Notebook Air ແລະຖ້າໄດ້ຍິນວ່າ Mibook Air ຫຼື Mi Notebook Air ແມ່ນອັນດຽວກັນເດີ້ (ມີຫຼາຍຊື່ເອີ້ນຂະໜາດ)

Xiaomi MiBook Air ລຸ້ນ 12.5 ນິ້ວ

ສຳລັບ Xiaomi MiBook Air ລຸ້ນ 12.5 ນິ້ວ, ນີ້ແມ່ນເນັ້ນໄປທີ່ກຸ່ມລູກຄ້າທີ່ຕ້ອງການໂນດບຸກສະເປັກບໍ່ແຮງ ແຕ່ເບົາເໝາະແກ່ການຈັບໄປມາ ເຊິ່ງມີຄວາມບາງ ແລະເບົາກວ່າ Macbook Air ໂດຍມີຂະໜາດຢູ່ທີ່ 12.9 ມມ ແລະໂຕເຄື່ອງເປັນໂລຫະໝົດໂຕມີນ້ຳໜັກພຽງ 1.07 ກິໂລກຣາມ. ໂດຍບໍລິສັດຍັງໄດ້ກ່າວຢ້ຳໆວ່າ ໂນດບຸກໂຕນີ້ເປັນຄືກັບວາລະສານ ທີ່ມີຄວາມບາງແລະເບົາ ເໝາະແກ່ການຈັບໃສ່ໄວ້ໃນທຸກໆກະເປົາ. 

ສ່ວນທາງດ້ານສະເປັກແມ່ນມາພ້ອມກັບຊິບປະມວນຜົນ Intel Core M3 ພ້ອມ RAM 4GB ແລະ ROM 128GB (ສາມາດເພີ່ມຂະໜາດພື້ນທີ່ຄວາມຈຳໄດ້). ມາພ້ອມກັບພອຣ໌ດ USB 3.0, ຮູແຈັກ 3.5ມມ ແລະພອຣ໌ດ USB Type-C. 

ໂດຍນອກຈາກນີ້ Xiaomi Mibook Air ຍັງມີແບັດເຕີຣີຂະໜາດໃຫຍ່ໃຫ້ມານຳ ໃນຂະນະທີ່ໂຕເຄື່ອງນັ້ນບາງຫຼາຍ ເຊິ່ງການໃຊ້ງານສາມາດອຶດເຖິງ 11.5 ຊົ່ວໂມງ. ສ່ວນຄຸນສົມບັດອື່ນໆຂອງ Xiaomi Mibook Air 12.5 ນິ້ວ, ແມ່ນມີລຳໂພງຄູ່ AKG custom ແລະລະບົບສຽງຮອບທິດທາງ DU.

ສຳລັບລາຄາແມ່ນ 3499 ຢວນ (4.255.000 ກີບ) ແລະຈະເລີ່ມຂາຍໃນວັນທີ 2 ສິງຫານີ້. 
 
 
Xiaomi MiBook Air ລຸ້ນ 13.3 ນິ້ວ



ສຳລັບ Xiaomi Mibook Air ລຸ້ນ 13.3 ນິ້ວ, ແມ່ນຈະເນັ້ນໄປທີ່ກຸ່ມເປົ້າໝາຍທີ່ຕ້ອງການພົກພາສິ່ງໃຫຍ່ໆ ແລະມີປະສິດທິພາບສູງ ຫຼາຍກວ່າລຸ້ນ 12.5 ນິ້ວ. ເຊິ່ງແນ່ນອນວ່າສະເປັກທີ່ໃສ່ເຂົ້າມານັ້ນເອົາໃຈຄົນມັກຫຼິ້ນເກມກັນເລີຍ ໂດຍໃຊ້ງານຊິບປະມວນຜົນ Intel Core i5 Gen 6 ຄວາມແຮງສູງສຸດທີ່ 2.7GHz ພ້ອມກັບກຣາດຈໍ NVIDIA GTX 940MX 1GB GDDR5, RAM 8GB LPDDR4, ROM 256GB PCI-e SSD (ສາມາດເພີ່ມພື້ນທີ່ຄວາມຈຳໄດ້)

ໃນສ່ວນຂອງໜ້າຈໍ Xiaomi Mibook Air 13.3 ນິ້ວ ມາພ້ອມກັບຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະຈໍປ້ອງກັນແສງສະທ້ອນໄດ້ດີ. ໂດຍໂຕເຄື່ອງນັ້ນຈະມີຂະໜາດທີ່ໜາ ແລະ ໜັກກວ່າລຸ້ນ 12.5 ນິ້ວ ເຊິ່ງໜາປະມານ 14.8 ມມ ແລະໜັກປະມານ 1.28 ກິໂລກຣາມ.

ສຳລັບລຸ້ນນີ້ແບັດເຕີຣີສາມາດໃຊ້ໄດ້ປະມານ 9.5 ຊົ່ວໂມງ ຕໍ່ການສາກຮອບໜຶ່ງ ພ້ອມກັບຮອງຮັບລະບົບສາກໄວ ໂດຍສາມາດສາກໄດ້ 50% ໃນເວລາເຄິ່ງຊົ່ວໂມງ. ມາພ້ອມກັບພອຣ໌ດ USB Type-C, USB 3.0, HDMI ແລະຮູແຈັກ 3.5 ມມ. ຄຸນສົມບັດອື່ນໆກໍມີລຳໂພງຄູ່ AKG Custom ແລະລະບົບສຽງຮອບທິດທາງ Dolby.

ສຳລັບລາຄາແມ່ນຢູ່ທີ່ 4999 ຢວນ (6.080.000 ກີບ) ແລະຈະເລີ່ມຂາຍໃນວັນທີ 2 ສິງຫານີ້. 

ລວມຮູບພາບໂຕເຄື່ອງແທ້ໆ



ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...