spot_img
Homeຂ່າວເຫດການWMO ລະບຸວ່າ ໃນປີ 2016 ນີ້ (ອາດ) ຈະເປັນປີທີ່ຮ້ອນທີ່ສຸດ ຕັ້ງແຕ່ທີ່ເຄີຍບັນທຶກມາ

WMO ລະບຸວ່າ ໃນປີ 2016 ນີ້ (ອາດ) ຈະເປັນປີທີ່ຮ້ອນທີ່ສຸດ ຕັ້ງແຕ່ທີ່ເຄີຍບັນທຶກມາ

Published on

WMO ລາຍງານວ່າ ນ້ຳທະເລແລະໂລກອຸ່ນຂຶ້ນຢ່າງຫລວງຫລາຍ ແລະໄວວາກວ່າທີ່ເຄີຍຄາດການໄວ້ ເຮັດໃຫ້ນ້ຳກ້ອນໃນຂົ້ວໂລກເໜືອລະລາຍໄວຂຶ້ນ. ໃນເດືອນມິຖຸນາທີ່ຜ່ານມາ ອຸນຫະພູມທັງທາງບົກແລະໃນທະເລອຸ່ນຂຶ້ນຫລາຍທີ່ສຸດ ເປັນເວລາດົນເຖິງ 14 ເດືອນຕິດຕໍ່ກັນ ນອກຈາກນີ້ ຍັງຖືເປັນເດືອນທີ່ 378 ທີ່ລະດັບອຸນຫະພູມສູງກວ່າລະດັບສະເລ່ຍໃນຊ່ວງສະຕະວັດທີ່ 20 ແລະທາງ WMO ໄດ້ຮຽກຮ້ອງໃຫ້ມີການປ່ຽນແປງຢ່າງເຮັ່ງຮີບນຳດ້ວຍ.

ທ່ານ David Carlson ຜູ້ອໍານວຍການແຫ່ງໂຄງການ World Climate Research ທີ່ອົງການ WMO ໄດ້ບອກກັບສະຖານີຂ່າວ VOA ວ່າ ສະພາວະໂລກຮ້ອນກຳລັງເກີດຂຶ້ນໄວກວ່າທີ່ຄາດກັນເອົາໄວ້ ເຂົາກ່າວວ່າລະດັບອຸນຫະພູມທີ່ອຸ່ນຂຶ້ນຂອງປີນີ້ ສະແດງໃຫ້ເຫັນວ່າໂລກອາດຈະອຸ່ນໄວຂຶ້ນກວ່າທີ່ຄາດການເອົາໄວ້ ໃນຊ່ວງໄລຍະເວລາທີ່ສັ້ນກວ່າເກົ່າ.

ທີມນັກວິທະຍາສາດ ໃຊ້ຕົວວັດສາມຕົວເປັນຫລັກຖານໃນການປະເມີນການປ່ຽນແປງທາງສະພາວະແວດລ້ອມທີ່ເກີດຂຶ້ນຢ່າງວ່ອງໄວ ຕົວວັດຕົວທຳອິດຄື ລະດັບອຸນຫະພູມທົ່ວໂລກທີ່ທຳລາຍສະຖິຕິທີ່ເຄີຍມີມາໃນຮອບຫົກເດືອນທີ່ຜ່ານມາ. ອຸນຫະພູມໂລກອຸ່ນຂຶ້ນສະເລ່ຍ 1.3 ອົງສາ ເມື່ອທຽບກັບລະດັບອຸນຫະພູມໃນຍຸກກ່ອນອຸດສາຫະກຳ.

ນັກວິທະຍາສາດຢໍ້າຄືນວ່າ ລະດັບຄວາມຮ້ອນຂອງໂລກສູງຂຶ້ນຢ່າງຫລາຍ ໂດຍສະເພາະໃນແຖວຂົ້ວໂລກເໜືອ ສົ່ງຜົນເຮັດໃຫ້ແຜ່ນນ້ຳກ້ອນໃນທະເລອາກຕິກລະລາຍຢ່າງວ່ອງໄວ ແລະເກີດຂຶ້ນໄວກວ່າແຕ່ເກົ່າ. ພວກເພິ່ນເວົ້າວ່າ ດິນແດນຕ່າງໆໃນທາງເໜືອສຸດຂອງຂົ້ວໂລກເໜືອ ລວມທັງອະລາດສະກາ, ການາດາ, ກີນແລນ ແລະລັດເຊຍ ອຸ່ນຂຶ້ນຢ່າງຫລວງຫລາຍເປັນປະຫວັນປະຫວັດສາດ ແລະການປ່ອຍກກາກບອນໄດອົກໄຊ ທີ່ເປັນຕົ້ນເຫດຂອງພາວະໂລກຮ້ອນ ກໍເພີ່ມສູງຂຶ້ນຫລາຍກວ່າເກົ່າ.

ທ່ານ Carlson ແຫ່ງອົງການອຸຕຸນິຍົມວິທະຍາໂລກກ່າວວ່າ ປາກົດການເອນິນໂຢ່ ໃນຊ່ວງປີ 2015 ແລະ 2016 ມີຄວາມຮຸນແຮງ ເຊິ່ງເປັນຕົ້ນເຫດເຮັດໃຫ້ອຸນຫະພູມຂອງນ້ຳທະເລ ໃນມະຫາສະໝຸດປາຊີຟິກໃນເຂດສູນສູດ ສູງຂຶ້ນກວ່າເກົ່າຢ່າງຜິດປົກກະຕິ ແລະນີ້ເປັນພຽງສ່ວນໜຶ່ງທີ່ເຮັດໃຫ້ເກີດພາວະໂລກຮ້ອນໃນລະດັບທີ່ວ່ອງໄວກວ່າປົກກະຕິ ນັກວິທະຍາສາດຍັງບໍ່ຮູ້ພາບລວມທັງໝົດຈາກປາກົດການນີ້. ລາວຍັງກ່າວອີກວ່າ ຫາກປີນີ້ ເກີດສິ່ງທີ່ສ້າງຄວາມປະຫລາດໃຈໃຫ້ແກ່ພວກເຮົາໄດ້ຫລາຍສ່ຳນີ້ ກໍເປັນໄປໄດ້ວ່າ ຍັງຈະມີສິ່ງທີ່ສ້າງຄວາມປະຫລາດໃຈໄດ້ອີກຫລາຍຢ່າງ ທີ່ກຳລັງຈະເກີດຂຶ້ນຕາມ
ໆມາ ປົກກະຕິແລ້ວແຜ່ນນ້ຳກ້ອນຕ້ອງໃຊ້ເວລາດົນໃນໄລຍະເວລາໃດໜຶ່ງໃນການລະລາຍຕົວ ທະເລໃຊ້ເວລາກວ່າອຸນຫະພູມຂອງນ້ຳຈະອຸ່ນຂຶ້ນ ແຕ່ສະພາວະອາກາດໃນປີນີ້ຊ້ຳຮ້ອນຂຶ້ນຫລາຍ ຢ່າງທີ່ບໍ່ຄວນຈະເປັນ ເຊິ່ງຖືວ່າໜ້າເປັນຫ່ວງ.

ທ່ານ Carlson ເຕືອນວ່າ ໂລກເຫລືອເວລານ້ອຍລົງ ໃນການປົດປ່ອຍກາດເຮືອນແກ້ວ ທີ່ເຮັດໃຫ້ເກີດພາວະໂລກຮ້ອນ. ປະເທດຕ່າງໆທີ່ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບພາວະໂລກຮ້ອນທີ່ປາຣີດ ເມື່ອປີກາຍນີ້ (the Paris Climate Change agreement) ຕ້ອງຮີບຮ້ອນປະຕິບັດກັນຢ່າງແຂ່ງຂັນ.

ຂໍ້ມູນຈາກ :

unnamed

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...