spot_img
HomeມູມໄອທີລາວXiaomi ເປີດໂຕ Redmi Pro ມາພ້ອມຈໍ OLED ແລະ ຊິບເຊັດ Helio X25

Xiaomi ເປີດໂຕ Redmi Pro ມາພ້ອມຈໍ OLED ແລະ ຊິບເຊັດ Helio X25

Published on

ໃນມື້ນີ້ເອງຂ່າວລື ແລະຂ່າວຫຼຸດທຸກຢ່າງກໍຈົບລົງໄປເມື່ອບໍລິສັດ Xiaomi ປະກາດເປີດໂຕສະມາດໂຟນລຸ້ນໃໝ່ຂອງບໍລິສັດຢ່າງເປັນທາງການແລ້ວ ເຊິ່ງມີນາມວ່າ: Xiaomi Redmi Pro. ໂດຍ Redmi Pro ນີ້ແມ່ນເປັນລຸ້ນທຳອິດຂອງບໍລິສັດທີ່ມາພ້ອມກັບຈໍ OLED ເຊິ່ງບໍລິສັດບອກວ່າມັນຈະດີກວ່າຈໍ LCD ຢ່າງແນ່ນອນ (ສາມາດເບິ່ງການສົມທຽບທີ່ຮູບດ້ານລຸ່ມ) ແລະຍັງປ່ຽນຈາກການໃຊ້ຊິບ Snapdragon ມາເປັນຊິບ Helio ອີກນຳ.

ສຳລັບໂຕເຄື່ອງ Redmi Pro ແມ່ນໃຊ້ວັດສະດຸໂລຫະໝົດໂຕ ພ້ອມກັບຕັດດ້ວຍເພັດ CNC (?) ແລະຂັດຜິວໂລຫະດ້ວຍຂະບວນການ Gloss anodizing. ເວົ້າໄດ້ວ່າອອກແບບມາໄດ້ຢ່າງລົງໂຕ ມີຄວາມສວຍງາມດີສົມກັບຄວາມເປັນພຣີມ້ຽມເລີຍ ແລະ ມີຂະໜາດເຄື່ອງຢູ່ທີ່ 151.5 x 76 x 8.15 ມມ. ເຊັນເຊີ້ສະແກນນິ້ວມືກໍຕິດຕັ້ງໄວ້ທີ່ປຸ່ມໂຮມດ້ານໜ້າເຄື່ອງ. 

ທາງດ້ານຂອງສະເປັກ Xiaomi Redmi Pro ມາພ້ອມກັບໜ້າຈໍ LED ຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ພ້ອມດ້ວຍຈໍໂຄ້ງ 2.5D. ທາງດ້ານຊິບເຊັດ ແລະໜ່ວຍຄວາມຈຳຈະມີຢູ່ 3 ລຸ້ນຄື: ລຸ້ນພື້ນຖານໃຊ້ງານຊິບເຊັດ Helio X20 ພ້ອມກັບ RAM 3GB ແລະ ROM 32GB. ສ່ວນອີກສອງລຸ້ນແມ່ນໃຊ້ງານຊິບ Helio X25 ພ້ອມກັບ RAM 3GB + ROM 64GB ແລະ RAM 4GB + ROM 128GB.

ສ່ວນດ້ານລະບົບກ້ອງແມ່ນໃຊ້ງານກ້ອງຫຼັງເລນຄູ່ຕາມສະໄໝນິຍົມ ໂດຍເລນໜຶ່ງໃຫ້ຄວາມລະອຽດມາ 13 ລ້ານພິກເຊວ ໃຊ້ເຊັນເຊີ້ IMX258 ແລະອີກເລນໜຶ່ງມີຄວາມລະອຽດ 5 ລ້ານພິກເຊວ ເຊັນເຊີ້ Samsung. ພ້ອມກັນນີ້ຍັງສາມາດເພີ່ມຄ່າຮູຮັບແສງຈາກ f/.095 ໄປຈົນເຖິງ f/5.6 ໄດ້ ແລະບໍລິສັດຍັງເຄລມວ່າການໃຊ້ກ້ອງຫຼັງເລນຄູ່ນີ້ຈະຊ່ອຍໃຫ້ເພີ່ມປະສິດທິພາບລະດັບຮາດແວຣ໌ໃນການຖ່າຍຮູບເພື່ອໃຫ້ຮູບທີ່ອອກມາດີຂຶ້ນກວ່າເກົ່າ. ໂດຍຮູບຖ່າຍທີ່ໄດ້ມານີ້ສາມາດເອົາໄປທຽບກັບຮູບທີ່ຖ່າຍຈາກກ້ອງ DSLR ໄດ້ເລີຍ. ນອກຈາກນີ້ກໍມາພ້ອມກັບຊິບ ImagiQ Pro ທີ່ຈະເຂົ້າມາຊ່ອຍໃນການເຮັດວຽກນີ້ນຳ ແລະມີລາຍງານເພີ່ມອີກວ່າສາມາດປັບການໂຟກັດ ຫຼັງຈາກທີ່ເຮົາຖ່າຍຮູບອອກມາແລ້ວໄດ້. ທາງດ້ານກ້ອງໜ້າມີຄວາມລະອຽດຢູ່ທີ່ 5 ລ້ານພິກເຊວດ້ວຍມຸມມອງຄວາມກວ້າງ 85° ອົງສາ.


ສ່ວນຄຸນສົມບັດອື່ນໆນອກຈາກນີ້ແມ່ນມາພ້ອມກັບແບັດຂະໜາດ 4050mAh, ພອຣ໌ດ USB Type-C, ຮູແຈັກ 3.5 ມມ, VoLTE, Wi-Fi, Bluetooth, 4G ແລະອື່ນໆ

ສ່ວນການຈັດຈຳໜ່າຍຂອງ Xiaomi Redmi Pro ແມ່ນຈະວາງຂາຍວັນທີ 6 ສິງຫານີ້ ທັງແບບ ອ໋ອບລາຍ ແລະອອນລາຍ.  ສ່ວນລາຄາຂອງເຄື່ອງສາມາດສະຫຼຸບໄດ້ດັ່ງນີ້:

  • Xiaomi Redmi Pro ລຸ້ນ Helio X20 + RAM 3GB + ROM 32GB ເລີ່ມຕົ້ນທີ່ 1499 ຢວນ (1.825.000 ກີບ).


  • Xiaomi Remi Pro ລຸ້ນ Helio X25 ມາພ້ອມກັບ RAM 3GB + ROM 64GB ລາຄາຢູ່ທີ່ 1699 ຢວນ (2.065.000 ກີບ).  


  • Xiaomi Redmi Pro ລຸ້ນ Helio X25 + RAM 4GB + ROM 128GB ລາຄາ 1999 ຢວນ (2.430.000 ກີບ).



ຮູບພາບເພີ່ມຕື່ມຂອງ Xiaomi Redmi Pro

    ທີ່ມາ:gizmochina

    ບົດຄວາມຫຼ້າສຸດ

    ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

    ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

    ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

    ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

    14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

    ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

    ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

    ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...