ການບໍ່ກິນອາຫານຕອນເຊົ້າ ເປັນສາເຫດພື້ນຖານທີ່ເຮັດໃຫ້ເກີດການເຈັບປ່ວຍທີ່ເຮົາເບິ່ງຂ້າມໄປ ຄິດວ່າເປັນເລື່ອງທຳມະດາ ທີ່ເຄີຍປະຕິບັດກັນຢູ່ເປັນປະຈຳ ບໍ່ເຫັນຈະເປັນອິຫຍັງເລີຍ.
ອາຫານຕອນເຊົ້າ ເປັນອາຫານທີ່ສຳຄັນທີ່ສຸດ ທີ່ຮ່າງກາຍຕ້ອງການສານອາຫານໃນເວລາປະມານ 7-9 ໂມງ ລະຫວ່າງເວລານີ້ສະໝອງ ແລະໃບໜ້າຂອງຄົນເຮົາຕ້ອງການເລືອດ ແລະອົກຊີແຊນ ເປັນອາ ຫານບຳລຸງສົ່ງໄປລ້ຽງສະໝອງ ຖ້າບໍ່ກິນເຂົ້າເຊົ້າກໍຈະບໍ່ມີເລືອດມາຮັບອົກຊີແຊນ ສົ່ງຂຶ້ນໄປລ້ຽງສະໝອງເພາະສະໝອງຕ້ອງການກົດອະມີໂນໄປບຳລຸງເຊວສະໝອງ ລວມເຖິງວິຕາມິນບີ 1, ບີ 6, ແລະບີ 12 ຖ້າບໍ່ມີເວລາກິນເຂົ້າເຊົ້າແທ້ໆ ກໍຄວນກິນສູດ ໂຢເກິດ+ນົມສົດ ນ້ຳເຜິ້ງ+ໝາກນາວ ແລະກ້ວຍນ້ຳວ້າ 1 ໜ່ວຍ.
ສາເຫດທີ່ເລືອດໄປລ້ຽງສະໝອງນ້ອຍ :
-ກະດູຄໍຂໍ້ທີ່ໜຶ່ງ ເລື່ອນໄປບຽດທັບເສັ້ນປະສາດ ຫລືເສັ້ນເລືອດທີ່ໄປລ້ຽງສະໝອງ.
– ກິນອາຫານທີ່ມີນ້ຳມັນຫລາຍເປັນເວລານານ ແລ້ວເກີດໄຂມັນເກາະຕິດສະສົມໃນລຳໄສ້ ກໍມີໂອກາດທີ່ເລືອດໄປລ້ຽງສະໝອງໄດ້ນ້ອຍ ເພາະລະບົບດູດຊຶມເສຍ ແລະຖົງນ້ຳບີຂຸ້ນ.
-ມີພະຍາດໃນລຳໄສ້ ຫລືພະຍາດທີ່ຜິວໜັງຈະກັດກິນເລືອດໃນຮ່າງກາຍ.
-ການບໍ່ກິນອາຫານເຊົ້າ ກໍເປັນສາເຫດໃຫ້ເລືອດບໍ່ລ້ຽງສະໝອງ.
ຖ້າເລືອດໄປລ້ຽງສະໝອງບໍ່ພໍ ຫລືເລືອດໄປລ້ຽງສະໝອງໄດ້ນ້ອຍ ຈະເລີ່ມມີອາການດັ່ງຕໍ່ໄປນີ້ : ຜົມຫລົ່ນ, ໜ້າແກ່ໄວ, ຄໍອັກເສບງ່າຍ, ນອນບໍ່ຄ່ອຍຫລັບ, ນອນບໍ່ອີ່ມເຕັມ, ຝັນເລື້ອຍໆ, ປວດໄຫລ່, ຕື່ນກາງເດິກເລື້ອຍໆ, ປວດຫົວທາງດຽວ, ປວດຫົວສອງທາງ, ປວດຫູ, ປວດເບົ້າຕາ, ເຫືອກບວມ, ເຈັບຄໍ, ເຈັບລິ້ນ, ປວດຫລັງ, ປວດເຂົ່າ, ກະດູກສະໂພກຈະເລື່ອນໄດ້ງ່າຍ, ປວດສະໂພກ, ປວດຂໍ້ຕີນ, ປວດຫລັງຕີນ, ວິຕົກກັງວົນງ່າຍ… ເຊິ່ງອາດຈະມີອາການເທື່ອລະຢ່າງ ຫລືຫລາຍຢ່າງພ້ອມກັນ.