spot_img
Homeຂ່າວພາຍ​ໃນກອງປະຊຸມ ລັດຖະມົນຕີ ອາຊຽນ ຄັ້ງທີ 49 ຜ່ານມາ ໄດ້ຮັບຮອງເອົາເອກະສານ ສຳຄັນ 2 ສະບັບ

ກອງປະຊຸມ ລັດຖະມົນຕີ ອາຊຽນ ຄັ້ງທີ 49 ຜ່ານມາ ໄດ້ຮັບຮອງເອົາເອກະສານ ສຳຄັນ 2 ສະບັບ

Published on

 

ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49 ຜ່ານມາ ຮັບຮອງເອົາເອກະສານ ສຳຄັນ 2 ສະບັບເພື່ອ ການເສີມສ້າງຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ ແລະ ຕົກລົງເປັນຮຸ້ນສ່ວນຍຸດທະສາດຮ່ວມກັບສະຫະລັດອະເມລິການຳດ້ວຍ.
ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49 ທີ່ດຳເນີນກອງປະຊຸມ ໃນວັນທີ 24-26 ກໍລະ ກົດ 2016 ຢູ່ນະຄອນຫຼວງວຽງຈັນ ໄດ້ສິ້ນສຸດລົງດ້ວຍການຮັບຮອງເອົາຖະແຫລງການ ຮ່ວມ (Joint Communique) ທີ່ມີເຖິງ 91 ຂໍ້ ທີ່ວ່າດ້ວຍການຮ່ວມມືລະຫວ່າງ 10 ປະ ເທດສະມາຊິກຂອງອາຊຽນ ແລະ ການຮ່ວມມືກັບສາກົນ ຊຶ່ງທາງການລາວໃນຖານະປະ ທານອາຊຽນ ແລະ ໄດ້ໃຫ້ຄຳຂວັນໃນການຈັດກອງປະຊຸມຄັ້ງນີ້ວ່າ ເພື່ອມຸ່ງເນັ້ນໃນທິດ ທາງຈັດຕັ້ງປະຕິບັດ ໃນການຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນ.

ທັງນີ້ ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມ 2 ສະບັບ ກໍຄື ຖະແຫລງການວຽງ ຈັນ ວ່າດ້ວຍການຈ້າງງານໃນລະບົບ ແລະ ຖະແຫລງການວຽງຈັນ ວ່າດ້ວຍການຮ່ວມມື ທາງດ້ານມໍລະດົກ ວັດທະນະທຳ ອາຊຽນ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳ ອາ ຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ ເພື່ອໃຫ້ຮັບຮອງເອົາ ຢ່າງເປັນທາງການຕໍ່ໄປ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ໃຫ້ບຸລິມະສິດ ກັບເອກະສານສຳຄັນ 2 ສະບັບ ກໍຄື ແຜນວຽກຂໍ້ລິເລີ້ມສຳລັບການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ວາລະການເຊື່ອມ ຈອດອາຊຽນ ຫຼັງປີ 2015 ທັງຍັງໃຫ້ຄວາມສຳຄັນເປັນພິເສດ ກັບວິໄສທັດຂອງອາຊຽນ 2025 ໂດຍສະເພາະ ກໍແມ່ນໃນດ້ານການເມືອງ ແລະຄວາມໝັ້ນຄົງຂອງປະຊາຄົມ ອາ ຊຽນນັ້ນ.

ແຕ່ຢ່າງໃດກໍຕາມ ເພື່ອໃຫ້ການຈັດຕັ້ງປະຕິບັດ ວິໄສທັດ 2025 ຂອງອາຊຽນໃຫ້ເປັນ ຮູບປະທຳ ຢ່າງແທ້ຈິງນັ້ນ ທາງການລາວ ໃນຖານະປະທານອາຊຽນ ກໍໄດ້ກຳນົດ 8 ບູລິ ມະສິດ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມ ອາຊຽນ ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ໃນຖານະປະທານ ກອງປະຊຸມຄັ້ງນີ້ ໄດ້ໃຫ້ການຢືນຢັນວ່າ:

“ບັນດາ 8 ບຸລິມະສິດ ທີ່ພວກເຮົາວາງອອກໄປ ກະຖືວ່າ ແມ່ນຜົນປະໂຫຍດໂດຍກົງ ທີ່ ສປປ ລາວ ພວກເຮົາ ຈະໄດ້ຮັບ ເຊັ່ນວ່າ ບຸລິມະສິດໃນການຈັດຕັ້ງປະຕິບັດວິໄສທັດ 2025 ຂອງອາຊຽນ ການຫລຸດຜ່ອນຄວາມແຕກໂຕນ ລະຫວ່າງການພັດທະນາ ໃນບັນ ດາປະເທດອາຊຽນ ການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ການອຳນວຍຄວາມສະດວກດ້ານການຄ້າ ອີກບຸລິມະສິດອັນໜຶ່ງແມ່ນ ການເຊື່ອມຈອດ ທີ່ພາສາອັງກິດເອີ້ນວ່າ Connectivity ບຸລິມະສິດອັນໜຶ່ງອີກ ກະ ແມ່ນກ່ຽວກັບ ການປັບສະຖານະພາບ ການເຮັດວຽກແບບບໍ່ເປັນທາງການ ແບບກະ ແຈກກະຈາຍ ໃຫ້ມາເປັນລະບົບອີກອັນໜຶ່ງທີ່ຈະນຳຜົນປະໂຫຍດໂດຍກົງມາສູ່ພວກ ເຮົາ ກະແມ່ນການສົ່ງເສີມການທ່ອງທ່ຽວ ອີກອັນໜຶ່ງກໍແມ່ນຢູ່ໃນຂົງເຂດການປົກປັກ ຮັກສາສິ່ງແວດລ້ອມ ການສົ່ງເສີມ ການພັດທະນາຄວາມຫລາກຫລາຍ ທາງດ້ານວັດ ທະນະທຳໃນອາຊຽນຂອງພວກເຮົາ.”

ໂດຍຄຽງຄູ່ກັບກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49 ນີ້ ຍັງມີອີກເຖິງ 15 ກອງປະຊຸມ ທີ່ເປັນການປະຊຸມຮ່ວມລະຫວ່າງ ລັດຖະມົນຕີ ອາຊຽນ ກັບ ສະຫະລັດ ອາເມຣິກາ ຊຶ່ງມີ ທ່ານ John Kerry ລັດຖະມົນຕີວ່າການຕ່າງປະເທດຂອງສະຫະລັດ ເປັນຫົວໜ້າຄະນະ ດ້ວຍ ໂດຍທັງ 2 ຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມື ເຂົ້າໃນການປາບປາມການ ຄ້າຢາເສດຕິດ ການຄ້າມະນຸດ ການກໍ່ໍ່ອາຊະຍາກຳທາງ Internet ການຕ້ານການກໍ່ການ ຮ້າຍສາກົນ ແລະ ຍົກລະດັບການຮ່ວມມື ໃຫ້ເປັນຮຸ້ນສ່ວນຍຸດທະສາດ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສຳລັບບັນຫາກ່ຽວກັບຄວາມຂັດແຍ້ງໃນທະເລຈີນໃຕ້ນັ້ນ ຖະແຫລງ ການຮ່ວມໃນກອງປະຊຸມຄັ້ງນີ້ ກໍບໍ່ໄດ້ພາດພິງເຖິງການຕັດສິນຂອງສານໂລກ ທີ່ລະບຸວ່າ ທາງການຈີນບໍ່ມີສິດຄອບຄອງເກາະດອນສ່ວນໃຫຍ່ໃນເຂດທະເລຈີນໃຕ້ ທີ່ຟ້ອງຮ້ອງ ໂດຍລັດຖະບານ ຟີລິບປິນແຕ່ຢ່າງໃດ ແຕ່ວ່າຖະແຫລງການຮ່ວມ ກໍໄດ້ເນັ້ນຢ້ຳໃຫ້ທຸກ ພາກສ່ວນແກ້ໄຂຂໍ້ຂັດແຍ້ງກັນ ດ້ວຍການເຈລະຈາຢ່າງສັນຕິ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ຈະຮັບປະກັນຄວາມປອດໄພໃຫ້ໄດ້ທັງ 100 ເປີເຊັນ ໃນການຈັດກອງປະຊຸມສຸດ ຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ ຄົ້ງທີ 29 ໃນເດືອນກັນຍາ 2016 ນີ້ ທັງຍັງເຊື່ອໝັ້ນວ່າ ການເປັນປະທານອາຊຽນ ຈະເຮັດໃຫ້ບົດບາດຂອງລາວ ໃນເວທີສາກົນ ໂດດເດັ່ນຂຶ້ນ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ໃນທຸກໆດ້ານ.

ໂດຍໃນປັດຈຸບັນ ສປປ ລາວ ມີສາຍພົວພັນທາງການທູດ 138 ປະເທດ ທັງກໍຍັງມີສາຍ ພົວພັນກັບ ພັກການເມືອງ 124 ພັກໃນທົ່ວໂລກ ໃນຂະນະທີ່ລາວ ກໍມີສຳນັກງານຜູ້ຕາງ ໜ້າທາງການທູດ ຢູ່ຕ່າງປະເທດ 38 ແຫ່ງ ໂດຍໃນນີ້ ເປັນສະຖານເອກອັກຄະລັດຖະທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 8 ແຫ່ງ ແລະ ຫ້ອງ ການກົງສຸນ 1 ແຫ່ງ.

ຂໍ້ມູນຈາກ :

fwfwref

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...