spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມສຳຄັນຂອງກາກໃຍໃນອາຫານ

ຄວາມສຳຄັນຂອງກາກໃຍໃນອາຫານ

Published on

 

ກາກໃຍ ຄືສ່ວນຂອງອາຫານ ເຊິ່ງນ້ຳຍ່ອຍໃນຮ່າງກາຍມະນຸດບໍ່ສາມາດຈະຍ່ອຍໄດ້ ແຕ່ອາດຈະຍ່ອຍໃນບາງເທື່ອໂດຍເຊື້ອແບັກທີເຣຍ ເຊິ່ງມີຢູ່ປົກກະຕິໃນລຳໄສ້ ໃນການທີ່ລຳໄສ້ຈະເຮັດໜ້າທີ່ຢ່າງມີປະສິດທິພາບນັ້ນ ຂຶ້ນຢູ່ກັບອາຫານທີ່ກິນວ່າມີກາກໃຍຫລາຍຫລືບໍ່ ?

ບາງຄົນທີ່ກິນອາຫານທີ່ມີກາກໃຍບໍ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍນັ້ນ ໂດຍສ່ວນຫລາຍຈະມີບັນຫາກ່ຽວກັບໂລກຫົວໃຈ ລິດສີດວງທະວານ ມະເຮັງລຳໄສ້ໃຫຍ່ ຫລືທະວານໜັກ ລຳໄສ້ປູດໂປ ເສັ້ນເລືອດຂອດ ໂລກອ້ວນ ເບົາຫວານ ໄຂມັນໃນເລືອດສູງ ຄວາມດັນເລືອດສູງ ຫລອດເລືອດອັດຕັນ.

ອາຫານທີ່ມີກາກໃຍສູງໄດ້ແກ່ ເມັດເຂົ້າຕ່າງໆ ຖົ່ວທຸກຊະນິດ ມັນຝຣັ່ງ ສາລີ ໝາກກອກນ້ຳ ໝາກບວບ ໝາກອີຮຸມ ໝາກອຶ ເປືອກແອບເປີ້ນ ໝາກກ້ຽງ ອະງຸ່ນ ໝາກນັດ ຜັກ ແລະໝາກໄມ້ທຸກຊະ ນິດ.

ຄຸນປະໂຫຍດ :

  1. ເຮັດໃຫ້ອີ່ມດົນ ເນື່ອງຈາກກາກໃຍມີລັກສະນະເປັນກາກຫລາຍ ຈຶ່ງຜ່ານກະເພາະໄດ້ຊ້າ.
  2. ຫລຸດໂອກາດທີ່ສານພິດຕ່າງໆ ຈະສຳຜັດກັບຜິວໜັງລຳໄສ້ ເພາະກາກໃຍສາມາດດຶງນ້ຳໄວ້ໃນລຳໄສ້ໄດ້ເປັນຈຳນວນຫລາຍ ຈຶ່ງເປັນການເພີ່ມປະລິມານອຸດຈາລະໃນລຳໄສ້ ແລະເກີດການກະຕຸ້ນໃຫ້ມີການຖ່າຍອຸດຈາລະຢ່າງສະໝໍ່າສະເໝີ.
  3. ຊ່ວຍໃຫ້ຮ່າງກາຍດູດຊຶມເອົາໄຂມັນຈາກອາຫານນ້ອຍລົງ ແລະຫລຸດການດູດຊຶມ ເປັນການຫລຸດຄໍເລດສະເຕີໂຣນ ແລະໄຕຣກຣີເຊີໄຣ ເຊິ່ງເປັນໄຂມັນອັນຕະລາຍ ເພາະເປັນຕົ້ນເຫດຂອງຄວາມດັນເລືອດສູງແລະໂລກຫົວໃຈ.
  4. ຊ່ວຍຜູ້ເປັນເບົາຫວານ ໂດຍການໄປຫລຸດຄວາມຕ້ອງການຂອງອິນຊູລິນໃນຮ່າງກາຍ ເພາະຫລຸດການດູດຊຶມນ້ຳຕານເຂົ້າຮ່າງກາຍ.
  5. ປ້ອງກັນບໍ່ໃຫ້ເກີດທ້ອງຜູກ ລິດສີດວງທະວານ ໂດຍສະເພາະມະເຮັງໃນລຳໄສ້ ເພາະກາກໃຍໄປເຮັດໃຫ້ສານທີ່ກໍ່ໃຫ້ເກີດມະເຮັງຫລຸດຄວາມເຂັ້ມຂຸ້ນລົງ ແລ້ວຂັບອອກຈາກຮ່າງກາຍໄປພ້ອມກັບອຸດຈາລະໄດ້ຢ່າງວ່ອງໄວ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...