spot_img
Homeຂ່າວພາຍ​ໃນຊີວະປະຫວັດຫຍໍ້ ສະຫາຍ ພົນໂທ ສະໝານ ວິຍະເກດ

ຊີວະປະຫວັດຫຍໍ້ ສະຫາຍ ພົນໂທ ສະໝານ ວິຍະເກດ

Published on

ສະຫາຍ ພົນໂທ ສະໝານ ວິຍະເກດ ອະດີດກຳມະການສູນກາງພັກສະໄໝ II, III ແລະ ອະດີດກຳມະການກົມການເມືອງສູນກາງພັກ ສະໄໝທີ IV,V,VI,VII, VIII, ອະດີດ ປະທານສະພາແຫ່ງຊາດຊຸດທີ III, IV, V, ອະດີດ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດລັດຖະມົນຕີກະຊວງສຶກສາທິການ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຖິງແກ່ອະສັນຍະກຳ ໃນເວລາ 00 ໂມງ 24 ນາທີ ຂອງວັນທີ 22/7/2016 ລວມອາຍຸໄດ້ 89 ປີ.

ສະຫາຍ ພົນ​ໂທ ສະໝານ ວິ​ຍະ​ເກດ ​ເກີດ​ເມື່ອ​ວັນ​ທີ 03/03/1927 ທີ່​ບ້ານ​ດົງ, ຕຳ​ບົນ​ປ່າ​ມະ ຄາ​ບ, ​ເມືອງ​ພິຈິດ, ​ແຂວງ​ພິຈິດ (ປະ​ເທດ​ໄທ)

ການ​ເຄື່ອນ​ໄຫວ​ປະຕິວັດ​ແຕ່ລະ​ໄລຍະ​ໂດຍ​ຫຍໍ້​ດັ່ງ​ນີ້:

ສະຫາຍ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຕໍ່ສູ້​ກູ້​ຊາດ​ເລີ່​ມຕັ້ງ​ແຕ່​ປີ 1945 ​ເປັນ​ຕົ້ນ​ມາ

ປີ1945-1948 ເປັນ​ທະ​ຫານ​ລາວ​ອິດສະຫລະ(ກູ້​ຊາດ)​ເຄື່ອນ​ໄຫວ​ຢູ່​ຕາມ​ເຂດ​ຊາຍ​ແດນລາວ-ຫວຽດນາມ.

ປີ1948      ເປັນ​ຫົວໜ້າ​ການ​ເມືອງ​ຂອງ​ໝວດ​ທະຫານ​ລາວ​ອິດສະຫລະ, ກອງຮ້ອຍ​ໄຊ​ຈັກກະ ພັດ ​ແຂວງ​ຈຳປາ​ສັກ.

ປີ1949      ໄດ້​ເຂົ້າ​ເປັນ​ສະມາຊິກ​ພັກ​ຄອມ​ມູນິດ​ອິນດູ​ຈີນ.

ປີ 1950-1954 ​ເປັນ​ຮອງ​ຫົວໜ້າຫ້ອງ​ການ​ເມືອງ​ທະຫານ​ເຂດ​ໃຕ້​ລາວ ທີ່​ແຂ​ວງອັດ​ຕະປື.

ປີ1954-1960 ​ເປັນ​ນາຍ​ພັນ, ຮັບຜິດຊອບ​ພະ​ແນ​ກຈັດ​ຕັ້ງຫ້ອງການ​ເມື​ອງ ກອງ​ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ.

ປີ 1960-1969 ເປັນ​ເລຂາ​ຄະນະ​ພັກ​ຮັບຜິ​ດຊອບ ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ ​ແຂວງ​ຊຽງ​ຂວາງ.

ປີ1970-1973 ​ເປັນ​ເລຂາ​ຄະນະ​ພັກ ​ທັງ​ເປັນ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ເຂດ​ໃຕ້​ລາວ; ​ໃນ​ເດືອນ2 ປີ 1972 ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຂອງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ສະຫາຍຖືກ​ເລືອກ​ຕັ້ງເປັນ​ກຳມະການ ຄະນະ​ບໍລິຫານງານ​ສູນ​ກາງ​ພັກ.

ປີ 1973-1975 ​ເປັນ​ຫົວໜ້າ​ຫ້ອງການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ກອງທັບປົດ​ປ່ອຍປະ​ຊາ​ຊົນ​ລາວ.

ປີ 1975-1981​ເປັນ​ຮອງລັດ​ຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທັງຖືກ​ແຕ່ງ​ຕັ້ງ​ເປັນ​ຫົວໜ້າ​ກົມ​ໃຫຍ່ການ​ເມືອງ​ກອງທັບ​ປະຊາຊົນ ​ປະຕິວັດ​ລາວ. ​ໄດ້​ຮັບ​ການ​ປະດັບ​ຊັ້ນ​ເປັນ​ພົນ​ໂທຂອງ​ ກອງທັບ​ປະຊາຊົນ​ລາວ.

ປີ1982-1986 ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ສະຫາຍໄດ້​ຖືກ​ ເລືອກ​ຕັ້ງ​ເປັນ​ກຳມະການ​ຄະນະ​ບໍລິຫານງານ​ສູນ​ກາງ​ພັກ, ຖືກ​ເລືອກ​ຕັ້ງ​ເປັນ​ເລຂາ​ທິການ​ສູນ​ກາງ​ພັກ ທັງ​ເປັນຫົວ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

ປີ1986-1988 ໃນກອງ​ປະຊຸມ​ຄັ້ງ​ທີ IV ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ສະຫາຍໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ເປັນ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ.

ປີ1988-1991 ​ເປັນ​ລັດຖ​ະມົນຕີກະຊວງ​ສຶກສາ​ທິການ.

ປີ1991       ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ V ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະຫາຍໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ ​ກົມ​ການ​ເມືອງ​ສູນ​ກາງ​ພັກ ທັງ​ເປັນ​ລັດຖະມົນຕີ​ກ​ະ ຊວງ​ສຶກສາ​ທິກາ

ປີ1992       ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ III

ປີ1996       ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ສະຫາຍໄດ້​ຖືກ​ເລືອກ​ຕັ້ງ ​ເປັນ​ກຳມະການ​ກົມ​ການ​ເມືອງ​ສູນ​ການ​ພັກ.

ປີ1997       ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IV

ປີ2001       ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ​ປະຊາຊົນ ​ປະຕິ​ວັດ​ລາວ ສະຫາຍໄດ້​ຖືກ​ເລືອກ​ຕັ້ງ ​ເປັນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ

ປີ2002       ຖືກ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ V.

ປີ2006     ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ສະຫາຍໄດ້​ຖືກ​ເລືອກ​ຕັ້ງ​​ເປັນກົມ​ການ​ເມືອງ​ສູນ​ກາງ​ພັກ ຮັບຜິດຊອບ​ເປັນ​ຫົວໜ້າຄະ​ນະ​ຊີ້​ນຳວຽກ​ງານ​ແນວ​ ຄິດ, ທິດ​ສະ​ດີ, ວັດທະນະທຳ​ສູນ​ກາງ​ພັກ.

-ຮັບຜິດຊອບ​ເປັນ​ຫົວໜ້າ​ຊີ້​ນຳ​ວຽກ​ງານ​ຮຽບຮຽງ​ປະຫວັດສາດ​ສາຍ​ພົວພັນພິ​ເສດ​ ລາວ-ຫວຽດນາມ ຮ່ວມ​ສຳພັນ​ສູ້​ຮົບ​ແຕ່​ປີ 1930-2007.

ປີ 2006-2011 ຖືກ​ແຕ່ງ​ຕັ້ງ​ເປັນ​ຫົວ​ໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ.

ປີ2011     ຍ້ອນ​ສຸຂະພາບ ​ແລະ ອາຍຸ​ກະສຽນ​ສູງ ສະຫາຍຈຶ່ງ​ສະໝັກ​ ຂໍ​ລາ​ອອກ​ພັກຜ່ອນ ​ແລະ ບໍ່​ຂໍ​ສືບຕໍ່​ສະໝັກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ.

ເຖິງແກ່ອະສັນຍະກຳ ໃນເວລາ 00 ໂມງ 24 ນາທີ ຂອງວັນທີ 22/7/2016 ລວມອາຍຸໄດ້ 89 ປີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...