spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຊ່ວຍກັນແຊ! ອ້ອຍດຳເຈັດຂໍ້ ກັບເຕີຍຫອມສາມໃບ ລ້າງພິດໃນເສັ້ນເລືອດຝອຍ

ຊ່ວຍກັນແຊ! ອ້ອຍດຳເຈັດຂໍ້ ກັບເຕີຍຫອມສາມໃບ ລ້າງພິດໃນເສັ້ນເລືອດຝອຍ

Published on

ເສັ້ນເລືອດຝອຍຂອງທຸກຄົນອາດຈະມີອາການຕີບຕັນ ເປັນເສັ້ນເລືອດສົກກະປົກ ເກີດຈາກຂີ້ເຫຍື້ອນານາຊະນິດ ເຊັ່ນ ໄຂມັນ ນ້ຳຕານ ສານເຄມີ ກົດຢູຣິກ ແລະອື່ນໆ ເຮັດໃຫ້ເກີດອາການ ຕົ້ນເຫດຄື ຄວາມດັນເລືອດສູງ ເລືອດໄຫຼວຽນບໍ່ສະດວກ ແຂນຂາຊາ ກ້າມຊີ້ນອ່ອນແຮງ ເພາະຫຼອດເລືອດສົກກະປົກ ເຮັດໃຫ້ຊ່ອງທາງການແລ່ນຂອງເລືອດແຄບລົງ ປາຍເຫດ ຄື ການຊັອກ ໝົດສະຕິ ອຳມະພາດ ຫົວໃຈວາຍ.

ເສັ້ນເລືອດຝອຍຕີບຕັນນັ້ນຕົ້ນເຫດແທ້ໆ ເກີດຈາກການກິນອາຫານປປະເພດໄຂມັນ ຂອງຫວານ ການສະສົມຂອງສານພິດຕ່າງໆ ແບບບໍ່ຮູ້ໂຕ ກາຍເປັນຂີ້ເຫຍື້ອພິດໃນຮ່າງກາຍ ຖ້າເຮົາຫາກຍັງກິນຢູ່ໃຊ້ຊີວິດແບບປະໝາດ ອາດຈະເຮັດໃຫ້ເກີດໂລກຕ່າງໆ ຢ່າງກະທັນຫັນໄດ້ແບບບໍ່ຄາດຄິດ ດັ່ງນັ້ນ, ເຮົາຈົ່ງມາປ້ອງກັນໄວ້ກີກວ່າແກ້ ດ້ວຍວິທີລ້າງເສັ້ນເລືອດຝອຍໃຫ້ສະອາດ ແບບທຳມະຊາດບຳບັດ ທີ່ເຮົານຳສະເໜີ ດັ່ງຕໍ່ໄປນີ້:

ສ່ວນປະກອບ
  1. ອ້ອຍດຳ ຫຼືອ້ອຍແດງ 7 ຂໍ້ (ທັງທັງປ້ອງທັງຂໍ້)
  2. ໃບເຕີຍຫອມ 3 ໃບ

ໝາຍເຫດ: ອ້ອຍດຳ ຫຼືອ້ອຍແດງ ບໍ່ແມ່ນຂ້ອຍທີ່ເອົາມາຜະລິດເປັນນ້ຳຕານ ຫຼືອ້ອຍທີ່ລຳຂຽວໆ ທີ່ເຂົາເອົາມາອິ້ວຂາຍທົ່ວໄປຫັ້ນເດີ ນີ້ໝາຍເຖິງອ້ອຍດຳຫຼືອ້ອຍແດງ ທີ່ລຳຕົ້ນແດງຈົນດຳ ໃບອອກແດງຊ້ຳ ເຊິ່ງເປັນອ້ອຍທີ່ຫາຍາກແດ່ ມີສະເພາະປະຊາຊົນມັກປູກໄວ້ເຮັດຢາ ຖ້າໃຜເຫັນກໍສາມາດເອົາມາປູກໄວ້ຢູ່ໜ້າເຮືອນເປັນຕົ້ນໄມ້ປະດັບ ແລະເປັນມຸງຄຸນອີກດ້ວຍ.

ວິທີເຮັດ

ເອົາອ້ອຍດຳມາລ້າງໃຫ້ສະອາດ ບໍ່ຕ້ອງປອກເປືອກ ຕັດເປັນທ່ອນໆ ທັງປ້ອງ ທັງຂໍ້ ໃຫ້ໄດ້ 7 ຂໍ້ ແລ້ວຜ່າເປັນອັນນ້ອຍໆ ຫຼືຈະທຸບ ຕຳໃຫ້ຂໍ້ແຕກກໍໄດ້ແລ້ວແຕ່ສະດວກ ຕື່ມນ້ຳສະອາດພໍຖ້ວມອ້ອຍ ໃບເຕີຍສາມໃບ ລ້າງແລ້ວບິດຍ່ອງໃຫ້ຊ້ຳ ແລ້ວໃຊ້ມີດຕັດເປັນຊົ່ວສັ້ນໆ ໃສ່ລົງໄປໃນໝໍ້ ຕົ້ມພໍນ້ຳຟົດ ໃຫ້ຫຼຸດແຮງໄຟລົງປານກາງ ຕົ້ມຕໍ່ໄປປະມານ 30 ນາທີ ຫ້າມໃຊ້ນ້ຳຕານໂດຍເດັດຂາດ ສູດນີ້ປ້ອງກັນອຳມະພຶກ ອຳມະພາດ ໄດ້ຢ່າງດີ.

ໂດຍ: ອາຈານ ສຸດທິວັດ ຄຳພາ ເພິ່ນຝາກບອກວ່າຂະໜາດຂອງອ້ອຍແຕ່ລະເທື່ອຈະບໍ່ເທົ່າກັນ ດັ່ງນັ້ນ ການຕື່ມນ້ຳແຕ່ລະເທື່ອກໍຈະບໍ່ເທົ່າກັນ ແຕ່ໃຫ້ຈື່ໄວ້ວ່າ ໃສ່ນ້ຳພໍຖ້ວມອ້ອຍ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...