spot_img
Homeຂ່າວການສຶກສາລາວຈະປັບປຸງນະໂຍບາຍ ຮັບປະກັນໃຫ້ທຸກຄົນ ເຂົ້າເຖິງການສຶກສາ ຢ່າງມີຄຸນນະພາບ!

ລາວຈະປັບປຸງນະໂຍບາຍ ຮັບປະກັນໃຫ້ທຸກຄົນ ເຂົ້າເຖິງການສຶກສາ ຢ່າງມີຄຸນນະພາບ!

Published on

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໄດ້ຊີ້ໃຫ້ເຫັນວ່າ: ສປປ ລາວ ຈະມີການປັບປຸງຫລາຍນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຮັບປະກັນໃຫ້ທຸກຄົນ ເຂົ້າເຖິງການສຶກສາ ໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ ທັງໃຫ້ບັນລຸຄາດໝາຍວາງໄວ້ ຄືໃຫ້ເດັກໃນເກນອາຍຸ 3-5 ປີ ໄດ້ເຂົ້າຮຽນຫລາຍກວ່າ 55%, ອັດຕາເຂົ້າຮຽນລວມຂອງເດັກອາຍຸ 5 ປີ ໃຫ້ໄດ້ 70%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ໃຫ້ໄດ້ 99%, ອັດຕາຫລອດເຫລືອຂອງນັກຮຽນຊັ້ນປະຖົມໃຫ້ໄດ້ 90%, ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນ ໃຫ້ໄດ້ 85% ແລະ ມັດທະຍົມຕອນປາຍໃຫ້ໄດ້ 75%, ຊຸກຍູ້ນັກຮຽນທີ່ຈົບ ມ.ຕົ້ນ ເຂົ້າຮຽນໃນສາຍວິຊາຊີບ ໃຫ້ກວມປະມານ 30% ຂອງນັກຮຽນທີ່ຈົບທັງໝົດ ແລະ ໄດ້ຮຽນຕໍ່ມັດທະຍົມປາຍ 60%, ສູ້ຊົນເຮັດໃຫ້ອັດຕາການຮູ້ໜັງສື ຂອງປະຊາຊົນໃນກຸ່ມອາຍຸ 15-24 ປີໃຫ້ໄດ້ 99% ແລະ ໃນກຸ່ມອາຍຸ 15 ປີຂຶ້ນໄປໃຫ້ໄດ້ 95%, ພ້ອມສົ່ງເສີມໃຫ້ທຸກຄົນໃນສັງຄົມ ໄດ້ອອກກຳລັງກາຍ-ຫລິ້ນກິລາກາຍະກຳ ໃຫ້ໄດ້ 30% ຂອງປະຊາກອນທັງໝົດ.

ທັງນີ້ ກໍເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ, ເວົ້າສະເພາະກໍແມ່ນ ການວາງພື້ນຖານໃນການສ້າງກຳລັງແຮງງານ ໃຫ້ມີສີມື, ມີຄຸນນະພາບສູງ ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ແຕ່ເພື່ອຮັບປະກັນໃຫ້ບັນລຸຄາດໝາຍດັ່ງກ່າວ, ລັດຖະບານຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ ຍຸດທະສາດການປະຕິຮູບການສຶກສາ ໃຫ້ປາກົດຜົນເປັນຈິງ, ປະຕິບັດນະໂຍບາຍ ໃນການຍົກລະດັບຄູສອນ, ພ້ອມທັງສະໜອງພະນັກງານຄູ ໃຫ້ສົມດູນພຽງພໍ, ສ້າງໂຮງຮຽນຕົ້ນແບບ, ສົ່ງເສີມການອ່ານ ແລະ ສະໜອງອຸປະກອນການຮຽນ-ການສອນ ໃຫ້ພຽງພໍ, ປັບປຸງນະໂຍບາຍເລື່ອນຊັ້ນ ແລະ ນະໂຍບາຍອື່ນໆ ຕໍ່ຜູ້ທີ່ປະຕິບັດໜ້າທີ່ ຢູ່ເຂດຫ່າງໄກສອກຫລີກ ໃຫ້ມີຄວາມເໝາະສົມ ແລະ ສົ່ງເສີມໃຫ້ພາກເອກະຊົນ ເຂົ້າມາມີສ່ວນຮ່ວມ ໃນການພັດທະນາພື້ນຖານໂຄງລ່າງ ການສຶກສາ ແລະ ກິລາໃຫ້ຫລາຍຂຶ້ນ ໂດຍສະເພາະຂະຫຍາຍໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ວິທະຍາໄລ, ໂຮງຮຽນວິຊາຊີບ ຢູ່ທ້ອງຖິ່ນຕ່າງໆໃຫ້ຫລາຍຂຶ້ນ, ປັບປຸງຄຸນນະພາບການຮຽນການສອນ, ເອົາໃຈໃສ່ຄຸນນະພາບຂອງຄູ, ອຸປະກອນ-ຫລັກສູດ, ຫ້ອງທົດລອງຕ່າງໆ ເພື່ອຫລຸດຜ່ອນການສອນທິດສະດີ ແລ້ວຫັນມາເຮັດທົດລອງ ດ້ານວິທະຍາສາດຕ່າງໆ ເຂົ້າສູ່ການປະຕິບັດຕົວຈິງຫລາຍຂຶ້ນ ເພື່ອສ້າງທ່າແຮງ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ໜ້າ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...