spot_img
Homeຂ່າວຕ່າງປະເທດຮຸ້ນຕວກກີຕົກໜັກໃນຮອບ 3 ປີ ຫລັງລັດຖະປະຫານບໍ່ສຳເລັດ

ຮຸ້ນຕວກກີຕົກໜັກໃນຮອບ 3 ປີ ຫລັງລັດຖະປະຫານບໍ່ສຳເລັດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ກໍລະກົດນີ້ວ່າ ຕະຫລາດຫລັກຊັບຕວກກີ ໄດ້ຮັບຜົນກະທົບຢ່າງຮຸນແຮງ ໃນມື້ວານນີ້ (18 ກໍລະກົດ) ຊຶ່ງເປັນມື້ທຳອິດ ທີ່ຕະຫລາດຫລັກຊັບເປີດການຊື້-ຂາຍ ຫລັງຈາກທີ່ກອງທັບຕວກກີ ເຮັດລັດຖະປະຫານແຕ່ບໍ່ສຳເລັດ ໃນມື້ວັນສຸກທີ 15 ກໍລະກົດ 2016 ຜ່ານມາ ໂດຍພາຍໃນມື້ດຽວ ໄດ້ເຮັດໃຫ້ດັດຊະນີຮຸ້ນຕົກລົງຫລາຍທີ່ສຸດໃນຮອບ 3 ປີ ຊຶ່ງເປັນຜົນມາຈາກ ຄວາມບໍ່ມີສະຖຽນລະພາບທາງດ້ານການເມືອງ.

ຢ່າງໃດກໍຕາມ ລັດຖະບານຕວກກີປະກາດວ່າ ສາມາດຄວບຄຸມສະຖານະການໄດ້ແລ້ວ ແລະ ມີການຄວບຄຸມຕົວ ຜູ້ສົມຮູ້ຮ່ວມຄິດກັບທະຫານ ໄດ້ເຖິງ 6 ພັນຄົນ ພ້ອມທັງໄດ້ມີການໄລ່ລັດຖະກອນ ສັງກັດກະຊວງພາຍໃນອອກອີກ ເກືອບ 9 ພັນຄົນ ເນື່ອງຈາກເຫດການດັ່ງກ່າວນີ້ອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...