Home​ຂ່າວທ່ອງທ່ຽວ6 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວ ເຂົ້າແຂວງຄໍາມ່ວນ 72 ພັນກວ່າຄົນ!

6 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວ ເຂົ້າແຂວງຄໍາມ່ວນ 72 ພັນກວ່າຄົນ!

Published on

ຂປລ. ຕາມ​ການລາຍ​ງານ​ຈາກ ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ຄໍາ​ມ່ວນ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ 6 ​ເດືອນ​ຕົ້ນສົກ​ປີ 2015-2016 ນີ້ ມີນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ທັງ​ໝົດ 72.956 ຄົນ, ຍິງ 48.056 ຄົນ​ເຊິ່ງສ່ວນ​ໃຫຍ່​ ແມ່ນ​ນັກ​ທ່ອງ​ທ່ຽວຈາກອາຊີ​ ໂດຍ​​ສະ​ເພາະ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ. ເຊິ່ງສາມາດສ້າງລາຍຮັບໃຫ້ແຂວງ ສະເລ່ຍ ປະມານ 148 ຕື້ກວ່າກີບ.​

ເພື່ອຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຈະ​ເຂົ້າ​ມາ​ທ່ອງ​ທ່ຽວ ຢູ່ແຂວງ​ຄຳ​ມ່ວນ​ນັ້ນ, ພາກສ່ວນ​ກ່ຽວຂ້ອງ​ຂອງ​ແຂວງ ​ໄດ້​ສຸມ​ໃສ່​ການ​ພັດທະນາ ການທ່ອງທ່ຽວ​ແບບ​ຍືນ​ຍົງ, ປະຊາຊົນ​ມີ​ສ່ວນ​ຮ່ວມ​ ໃນ​ການ​ຄຸ້ມ​ຄອງ, ດ້ານ​ລາຍ​ຮັບ ແລະ ເປັນເຈົ້າການ ໃນການອະນຸລັກຮັກສາ, ເສີມຂະຫຍາຍຄວາມ ສວຍ​ສົດງົດງາມ ແລະ ເອກະລັກສະຖານທີ່ທ່ອງທ່ຽວ ທີ່ບົ່ງບອກເຖິງຄວາມອຸດົມສົມບູນ.

ປັດຈຸບັນທົ່ວ ແຂວງຄໍາມ່ວນ ມີ​ແຫ​ລ່ງທ່ອງທ່ຽວ ທັງໝົດ 198 ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວ ທາງດ້ານປະຫວັດສາດ 29 ແຫ່ງ, ທາງດ້ານທໍາມະຊາດ 139 ແຫ່ງ ແລະ ທາງດ້ານວັດທະນະທໍາ 30 ແຫ່ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...