spot_img
Homeຄົມຄິດຄົມຄົນຄຳສຸພາສິດກົດຂອງການເປັນມະນຸດ

ກົດຂອງການເປັນມະນຸດ

Published on

ກົດຂອງການເປັນມະນຸດນັ້ນ ມີຢູ່ວ່າ :

  1. ທ່ານຈະໄດ້ຮັບຮ່າງກາຍ : ທ່ານອາດຈະມັກ ຫລືຊັງມັນ ແຕ່ມັນຈະຢູ່ກັບທ່ານໄປຕະຫລດຊົ່ວຊີ

ວິດ.

  1. ທ່ານຈະໄດ້ຮຽນຮູ້ບົດຮຽນ : ທ່ານຈະໄດ້ລົງຊື່ສະໝັກຮຽນເຕັມເວລາ ໃນໂຮງຮຽນທີ່ບໍ່ມີແບບແຜນ

ຊື່ວ່າໂຮງຮຽນຊີວິດ ທຸກໆມື້ໃນໂຮງຮຽນແຫ່ງນີ້ ທ່ານຈະມີໂອກາດໄດ້ຮຽນຮູ້ບົດຮຽນ ທ່ານອາດຈະມັກ ຫລືອາດຈະຄິດວ່າມັນບໍ່ມີສາລະ.

  1. ບໍ່ມີຄວາມຜິດ ມີແຕ່ບົດຮຽນ : ຂະບວນການໃນການເຕີບໂຕ ຄືການລອງຜິດລອງຖືກ ການທົດລອງທີ່ “ຫົ້ມເຫລວ” ຖືເປັນສ່ວນໜຶ່ງຂອງຂະບວນການທີ່ມີຄວາມສໍາຄັນຫລາຍໆ ເທົ່າກັບການທົດລອງທີ່ “ໄດ້ຜົນ” ຢ່າງສົມບູນ.
  2. ມີບົດຮຽນຊ້ຳແລ້ວຊ້ຳອີກ ຈົນກວ່າຈະຮຽນຮູ້ : ທ່ານຈະໄດ້ຮັບບົດຮຽນຫລາຍໆຮູບແບບ ຈົນກວ່າທ່ານຈະໄດ້ຮຽນຮູ້ມັນ ເມື່ອທ່ານຮຽນຮູ້ແລ້ວ ທ່ານຈະໄດ້ສຶກສາບົດຮຽນອື່ນຕໍ່ໄປ.
  3. ການຮຽນຮູ້ບໍ່ມີວັນຈົບ : ຊີວິດຂອງທ່ານຈະເຕັມໄປດ້ວຍບົດຮຽນ ຖ້າທ່ານມີຊີວິດຢູ່ ຈະຕ້ອງມີບົດ ຮຽນໃຫ້ຮຽນຮູ້.
  4. ບ່ອນນັ້ນ ບໍ່ໄດ້ດີກວ່າບ່ອນນີ້ (ສະເໝີໄປ) : ບາງຄົນອາດຈະຄິດວ່າ ບ່ອນນັ້ນດີກວ່າບ່ອນນີ້(ຂອງເຮົາ) ຈົ່ງທຳຕົນເປັນຄົນດີ ແລ້ວບ່ອນນີ້ຈະດີເອງ.
  5. ຄົນອື່ນຄືແວ່ນແຍງໂຕທ່ານ : ທ່ານບໍ່ສາມາດຮັກ ຫລືຊັງບາງຢ່າງກ່ຽວກັບຜູ້ອື່ນ ຖ້າມັນບໍ່ໄດ້ສະ ທ້ອນບາງຢ່າງທີ່ທ່ານຮັກ ຫລືຊັງກ່ຽວກັບຕົວທ່ານ.
  6. ຊີວິດທ່ານຂຶ້ນຢູ່ກັບຕົວທ່ານເອງ : ທ່ານມີເຄື່ອງມືທຸກຊະນິດ ແລະມີຊັບພະຍາກອນທຸກຢ່າງທີ່ທ່ານຕ້ອງການ ທ່ານຈະເລືອກໃຊ້ມັນຢ່າງໃດຂຶ້ນຢູ່ກັບຕົວທ່ານ ທ່ານເປັນຄົນເລືອກ.
  7. ຄຳຕອບຢູ່ໃນຕົວທ່ານເອງ : ຄຳຕອບຊີວິດມີຢູ່ໃນຕົວທ່ານເອງ ສິ່ງດຽວທີ່ທ່ານຄວນເຮັດຄື ເບິ່ງ, ຟັງ ແລະໄວ້ວາງໃຈ.
  8. ທ່ານຈະລືມກົດທັງໝົດນີ້

(ຈາກຄໍາເວົ້າທ່ານເຊຣີ ຄາຣາຕີ-ສະກັອດ)

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...