spot_img
Homeຂ່າວຕ່າງປະເທດເລຂາທິການໃຫຍ່ ສປຊ ຮຽກຮ້ອງບັນດາຝ່າຍຂັດແຍ່ງ ຢູ່ທະເລຈີນໃຕ້ ເຄົາລົບກົດໝາຍສາກົນ!

ເລຂາທິການໃຫຍ່ ສປຊ ຮຽກຮ້ອງບັນດາຝ່າຍຂັດແຍ່ງ ຢູ່ທະເລຈີນໃຕ້ ເຄົາລົບກົດໝາຍສາກົນ!

Published on

ພາຍຫລັງການຕັດສິນຂອງ ສານອະນຸຍາໂຕຕຸລາການລະຫວ່າງປະເທດ ກ່ຽວກັບບັນຫາຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເມື່ອວັນທີ 12 ກໍລະກົດຜ່ານມານີ້ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້​ຮ​ຽກ​ຮ້ອງ​ໃຫ້ບັນ​ດາ​ຝ່າຍ​ທີ່​ມີິ​ການ​​ຂັດ​ແຍ່ງ​ກັນ ຢູ່​ທະ​ເລ​ຕາ​ຈີນໃຕ້ ​ຈົ່ງເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ຫລີກ​ລ່ຽງ​ບັນ​ດາ​ການ​ກະ​ທ​ຳ ທີ່ເຮັດ​ໃຫ້​ເກີດຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອົງການສະ​ຫະ​ປະ​ຊາ​ຊາດ ຍັງ​ໄດ້​ຮຽກ​ຮ້ອງ​​ໃຫ້ທຸກ​ຝ່າຍ​ ຈົ່ງແກ້​ໄ​ຂ​ການ​ຂັດ​ແຍ້ງກັນ ​​ໂດຍ​ສັນ​ຕິ​ວິ​ທີ ແລະ ໄກ່​ເກ່ຍ​ຜ່ານ​ການ​ເຈ​ລະ​ຈາ ພ້ອມທັງມີ​ຄວາມ​ຫວັງ​ວ່າ ກົນໄກການເຮັດວຽກລະຫວ່າງ​ອາ​ຊຽນ ແລະ ຈີນ ຈະ​ພາ​ໄປ​ເຖິງ​ການ​ເພີ່ມ​ທະ​ວີ​ ຄວາມ​ເຂົ້າ​ອົກ​ເຂົ້​າ​ໃຈ​ເຊິ່ງ​ກັນ​ ແລະ​ ກັນ ​ລະ​ຫວ່າງ​ແຕ່ລະປະເທດ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...