Homeຂ່າວຕ່າງປະເທດນາຍົກຯໃໝ່ອັງກິດ ເຂົ້າຮັບຕຳແໜ່ງ ພ້ອມຕັ້ງກະຊວງໃໝ່ ດຳເນີນການແຍກຕົວຈາກອີຢູ

ນາຍົກຯໃໝ່ອັງກິດ ເຂົ້າຮັບຕຳແໜ່ງ ພ້ອມຕັ້ງກະຊວງໃໝ່ ດຳເນີນການແຍກຕົວຈາກອີຢູ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດຜ່ານມານີ້ວ່າ ທ່ານ ນາງ ເທເຣຊາ ເມ ໄດ້ເຂົ້າຕຳແໜ່ງເປັນ ນາຍົກລັດຖະມົນຕີອັງກິດ ຢ່າງເປັນທາງການ ໃນວັນພຸດທີ 13 ກໍລະກົດ 2016 ໃນຂະນະທີ່ປະເທດອັງກິດ ກຳລັງຢູ່ໃນຂັ້ນຕອນ ໃນການນຳພາປະເທດຂອງຕົນ ອອກຈາກການເປັນສະມາຊິກ ສະຫະພາບເອີຣົບ ຫລື ອີຢູ.

ທັງນີ້ ນາຍົກລັດຖະມົນຕີອັງກິດຄົນໃໝ່ ໄດ້ມີແຜນຈັດຕັ້ງກະຊວງໃໝ່ຂຶ້ນ ສຳລັບດຳເນີນການຖອນຕົວ ອອກຈາກສະຫະພາບເອີຣົບ ໂດຍໄດ້ສະເໜີແຕ່ງຕັ້ງ ທ່ານ ເດວິດ ດີສ ອະດີດລັດຖະມົນຕີເອີຣົບ ເປັນລັດຖະມົນຕີກະຊວງໃໝ່ດັ່ງກ່າວ ຊຶ່ງຈະມີໜ້າທີ່ເປັນຫົວໜ້າຄະນະ ເພື່ອເຈລະນາແຈກຕົວອອກຈາກອີຢູ.
 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...