Homeຂ່າວການພັດທະນາລາວ-ຣັດເຊຍ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ!

ລາວ-ຣັດເຊຍ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ!

Published on

ຂປລ. ກອງ​ປະຊຸມ​ ຄະນະ​ກໍາມາ​ທິການ​ຮ່ວມ​ມື​ ດ້ານ​ ເສດຖະກິດ-ການ​ຄ້າ ​ແລະ ວິທະຍາສາດ-​ເຕັກນິກ ລາວ-ຣັດ​ເຊຍ ​ຄັ້ງ​ທີ 12 ​ໄດ້​ຈັດ​ຂຶ້ນ ລະຫວ່າງ​ວັນ​ທີ 12-13 ກໍລະກົດ​ນີ້​ ທີ່​ນະຄອນຫລວງວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ ​ຮ່ວມຂອງ​ ທ່ານ​ ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ທ່ານ ນິ​ໂຄ​ລາຍ ນິກິ​ຟໍຣອບ (Mr Nikolay NIkIFOROV) ລັດຖະມົນຕີ​ກະຊວງ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ​ມວນ​ຊົນ​ ແຫ່ງ ສະຫະພັນ​ຣັ​ດເຊຍ, ມີ​ບັນດາ​ຄະນະ​ກໍາມາ​ທິການ​ຮ່ວມ​ມື​ສອງ​ຝ່າຍ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ ຈາກ​ກະຊວງ​ຂະ​ແໜງ​ການທີ່​ກ່ຽວຂ້ອງ ​ແລະ ພາກ​ທຸລະ​ກິດຣັດ​ເຊຍ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້​, ເພື່ອ​ພ້ອມ​ກັນປືກສາ​ຫາລື ແລະ ຜັນ​ຂະຫຍາຍການ​ຮ່ວມ​ມື ​ລະຫວ່າງ ສປປ ລາວ ​ແລະ ສະຫະພັນ​ຣັດ​ເຊຍ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ, ມີ​ບັນຍາກາດ​ໃໝ່​ ​​ເພື່ອ​ພ້ອມ​ກັນຊຸກຍູ້​ຂະຫຍາຍ​ການ​ຮ່ວມ​ມື​ ທັງ​ພາກ​ລັດ-ພາກ​ທຸລະ​ກິດ​ ໃນ​ຫລາຍ​ຂົງ​ເຂດເຊັ່ນ: ລະບົບ​ໜັງສືຜ່ານ​ແດນ​ເອເລັກ​ໂຕຣນິກ E-Government, ຄວາມ​ປອດ​ໄພ​ດ້ານ​ໄອ​ທີ, ຂະ​ແໜງ​ພະລັງງານ​ໄຟຟ້າ, ການບິນ, ກົນ​ຈັກ​ໜັກ, ​ເຕັກ​ໂນ​ໂລ​ຊີ​ໄອ​ທີ ​ແລະ ​ເຄື່ອນ​ນໍາ​ທາງໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ພ້ອມນີ້, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ໃນ​ການປັບປຸງ​ມາດຕະການ​​ ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ດ້ານເສດຖະກິດ,​ ການ​ຄ້າ-ການ​ລົງທຶນ. ​ພ້ອມ​ທັງໃຫ້​ເອົາ​ໃຈ​ໃສ່ ການ​ຮ່ວມ​ມືດ້ານ​ການສຶກສາ, ວັດທະນະ​ທໍາ-ສັງຄົມ ​ແລະ ການທ່ອງທ່ຽວ ​ໃນ​ການ​ແລກປ່ຽນ-ຖ່າຍ​ທອດ​ບົດຮຽນ, ຄວາມ​ຮູ້ທາງ​ດ້ານວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຊັບພະຍາກອນ​ທໍາ​ມະ​ຊາດ-ສິ່ງ​​ແວດ​ລ້ອມ, ກະ​ສີ​ກໍາ, ວິທະຍາສາດ​ການ​ແພດ ​ແລະ ການ​ເພີ່ມທຶນ​ການ​ສຶກສາ​ ຈາກ 15 ທຶນ ​ເປັນ 45 ທຶນ ​ແລະ ອື່ນໆ​ ໃຫ້​ໄດ້​ຮັບ​ໝາກຜົນສູງສຸດ.

ພ້ອມດຽວ​ກັນ​ນີ້, ກອງ​ປະຊຸມ​ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ ​ຢັ້ງຢືນ​ຜົນ​ສໍາ​ເລັດຂອງ ກອງ​ປະຊຸມ​ຄະນະ​ກໍາມາ​ທິການ​ ຮ່ວມ​ມື​ດ້ານ ​ເສດຖະກິດ-ການ​ຄ້າ ​ແລະ ວິທະຍາສາດ-​ເຕັກນິກ ລາວ-ຣັດ​ເຊຍ ຄັ້ງ​ທີ 12 ​ເພື່ອ​​ເປັນ​ພື້ນຖານ​ ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ ສະ​ແດງ​​ເຖິງເຈດ​ຈໍານົງ​ຂອງ​ສອງ​ຝ່າຍ ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທີ່​ຫລາ​ກຫລາຍ ​ເພື່ອ​ຊຸກຍູ້​ການ​ພັດທະນາເສດຖະກິດ-ສັງຄົມ ຂອງ​ສອງ​ຝ່າຍ​ ລາວ-ຣັດ​ເຊຍ ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...