Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 11 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 11 ກໍລະກົດ

Published on

ວັນທີ 11 ກໍລະກົດ ປີ 1993 ຫຼືມື້ນີ້ເມື່ອ 23 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Street Fighter II Turbo: Hyper Fighting ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ ໂດຍ Hyper Fighting ແມ່ນພາກເສີມຂອງ Street Fighter II: The World Warrior ທີ່ອອກເມື່ອ 1 ປີກ່ອນໜ້າທີ່ເວີຊັ່ນນີ້ຈະອອກ. ເຊິ່ງເປັນການຕອບແທນແຟນໆ ທີ່ໃຫ້ການສະໜັບສະໜຸນໂຕເກມເວີຊັ່ນທຳອິດຈົນມີຍອດຂາຍສູງສຸດໃນຕອນນັ້ນ (Street Fighter II: The World Warrior ຄອງແຊັມຍອດຂາຍສູງສຸດຂອງ Capcom ຈົນມາເສຍຕຳແໜ່ງໃຫ້ກັບ Resident Evil 5 ແລະ Resident Evil 6 ໃນພາຍຫຼັງ).

ສຳລັບສິ່ງທີ່ເພີ່ມມາໃນເວີຊັ່ນ Hyper Fighting ນີ້ແມ່ນການປັບຄວາມໄວໃນການຫຼິ້ນໃຫ້ໄວກວ່າເວີຊັ່ນດັ້ງເດີມ ເຮັດໃຫ້ຜູ້ຫຼິ້ນຕ້ອງຄຶດໄວເຮັດໄວໃນການໂຈມຕີຫຼືຕັ້ງຮັບຄູ່ຕໍ່ສູ້ ພ້ອມກັບມີການເພີ່ມທ່າໄມ້ຕາຍອີກຫຼາຍທ່າໃຫ້ກັບຫຼາຍໂຕລະຄອນ ເຊັ່ນ: ຣິວກັບເຄນຈະສາມາດໃຊ້ທ່າເຕະພາຍຸໝຸນກາງອາກາດໄດ້ແລ້ວ, ຊຸນລີຈະມີທ່າປ່ອຍຄື້ນພະລັງອອກຈາກຝາມືເພື່ອໂຈມຕີໄລຍະໄກໄດ້ ຫຼືດານຊິມທີ່ມີທ່າໂຢຄະເທເລພອຣ໌ດສຳລັບວາຣ໌ບຫຼົບການໂຈມຕີໄດ້ເປັນຕົ້ນ

Fact ເລັກນ້ອຍກ່ຽວກັບເກມ Street Fighter II Turbo: Hyper Fighting

  • Street Fighter II Turbo: Hyper Fighting ປະສົບຜົນສຳເລັດທາງດ້ານຍອດຂາຍຢ່າງຫຼວງຫຼາຍ ເຖິງວ່າໃນເວລານັ້ນຈະລົງໃຫ້ພຽງເຄື່ອງ Super Famicom ແຕ່ກໍຍັງເຮັດຍອດຂາຍໄປໄດ້ເຖິງ 4.1 ລ້ານຊຸດ ແລະເປັນເກມທີ່ເຮັດຍອດຂາຍໄດ້ສູງທີ່ສຸດເປັນອັນດັບທີ 8 ຂອງຄ້າຍ Capcom ນັບຕັ້ງແຕ່ກໍ່ຕັ້ງບໍລິສັດມາ.

  • ຫາກວ່າໃຜທີ່ຫຼິ້ນເກມນີ້ ແລ້ວເປີດເກມຂຶ້ນມາຖ້າຊື່ໆ ໂດຍບໍ່ກົດປຸ່ມຫຍັງ ເກມຈະຕັດເຂົ້າສາກເລົ່າປະຫວັດໂຕລະຄອນທຸກໂຕແບບວົນໄປເລື້ອຍໆ ໃນຊ່ວງນີ້ຖ້າໃຜລອງກົດ L ກັບ R ຂອງມືເກມທີ 2 ພ້ອມກັນຄ້າງໄວ້ ກໍຈະສາມາດເບິ່ງປະຫວັດໂຕລະຄອນທີ່ສະແດງຜົນເທິງໜ້າຈໍໄດ້ດົນຈົນກວ່າຈະປ່ອຍປຸ່ມ.

  • ຖ້າຜູ້ຫຼິ້ນສາມາດເຄລຍເກມດ້ວຍຄວາມຍາກລະດັບສູງສຸດ (8 ດາວ) ໂດຍບໍ່ Continue ແມ້ແຕ່ເທື່ອດຽວຫຼັງຈາກເບິ່ງສາກຈົບປົກກະຕິແລ້ວ ກໍຈະພົບກັບສາກຈົບເສີມຂອງໂຕລະຄອນທີ່ຫຼິ້ນມາອີກເລັກນ້ອຍ ພ້ອມກັບມີສະຖິຕິຕ່າງໆ ທີ່ເຮົາຫຼິ້ນສະແດງໃຫ້ເບິ່ງນຳ ແລະໃນສາກທີ່ຂຶ້ນເຄຣດິດກໍຈະມີໂປສເຕີຮູບໂຕລະຄອນຫຼັກ 8 ໂຕໃຫ້ເບິ່ງປິດທ້າຍນຳ

  • ສຳລັບພາກນີ້ຈະມີທຣິກໂຄດໆໂກງແບບຫຼິ້ນຄົນດຽວຢູ່ ໂດຍໃຫ້ເລີ່ມຫຼິ້ນຄົນດຽວດ້ວຍຄວາມຍາກຊ່ຳໃດກໍໄດ້ ໃນລະຫວ່າງທີ່ເຮົາສູ້ກັບ AI ກໍໃຫ້ກົດປຸ່ມ Start ທີ່ມືເກມທີ 2 ເພື່ອໃຫ້ Player 2 ເຂົ້າມາສູ້ກັບ Player 1 ຈາກນັ້ນກໍໃຫ້ທັງ 2 Player ເລືອກໂຕລະຄອນແລະສູ້ກັນເອງ (ຍົກຕົວຢ່າງວ່າ Player 1 ຫຼິ້ນເປັນຣິວ ແລະ Player 2 ຫຼິ້ນເປັນເຄນ) ເມື່ອເຖິງຕອນສູ້ກັນກໍບໍ່ຕ້ອງບັງຄັບ Player 2 ແລ້ວໃຫ້ Player 1 ຕີໆຈົນຊະນະ ພໍຈົບແມັດ ກໍຈະກັບໄປທີ່ໂໝດຫຼິ້ນຄົນດຽວອັດຕະໂນມັດ ແຕ່ຈະເຫັນວ່າລາຍຊື່ຄູ່ຕໍ່ສູ້ທີ່ຣິວ (Player 1) ຈະຕ້ອງພົບນັ້ນຕັດເຄນໄປຮຽບຮ້ອຍ ເຊິ່ງຜູ້ຫຼິ້ນສາມາດໃຊ້ທຣິກນີ້ຫຼິ້ນໄປຈົນເຖິງບອສໃຫຍ່ຂອງເກມນັ້ນກໍຄື M.Bison ໄດ້.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...