spot_img
Homeຂ່າວຕ່າງປະເທດເທ​ມາ​ເສ໊ກຂາດທຶນ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 7 ປີ

ເທ​ມາ​ເສ໊ກຂາດທຶນ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 7 ປີ

Published on

ບໍລິສັດ​ເທ​ມາ​ເສ໊ກ ​ໂຮ​ລດິງ ກອງ​ທຶນ​ເພື່ອ​ການ​ລົງທຶນ​ຂອງ​ລັດຖະບານ​ສິງກະ​ໂປ​ເປີດ​ເຜີຍ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ​ວ່າ ບໍລິສັດ​ປະສົບ​ພາວະ​ຂາດທຶນ​ປະຈຳ​ປີ​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ​​ແຕ່​ເກີດ​ວິ​ກິດ​ການ​ເງິນ​ໃນ 7 ປີ​ກ່ອນ.

ສຳນັກຂ່າວຕ່າງປະ​ເທດ​ລາຍ​ງານ​ວ່າ ​ເທ​ເມ​ເສ໊ກປະກາດ​ວ່າ ນັບ​ຈົນ​ເຖິງ​ເດືອນ​ມີນາ​ທີ່​ຜ່ານ​ມາ ມູນ​ຄ່າ​ຊັບ​ສິນ​ຂອງ​ບໍລິສັດ ທົ່ວ​ໂລກ​ມີ​ມູນ​ຄ່າ 242 ຕື້​ໂດ​ລາ​ສິງກະ​ໂປ ຫຼຸດ​ລົງ 9% ຈາກ​ມູນ​ຄ່າ​ຂອງ​ຊັບ​ສິນ​ໃນ​ປີ​ທີ່​ຜ່ານມາ​ຢູ່​ທີ່ 266 ຕື້​ໂດ​ລາ​ສິງກະ​ໂປ ຊຶ່ງ​ເປັນ​ມູນ​ຄ່າ​ທີ່​ຫຼາຍ​ທີ່​ສຸດ​ເປັນ​ປະຫວັດສາດ ​ເທ​ມາ​ເສ໊ກກ່າວ​ຕື່ມ​ວ່າ ຜົນ​ກຳ​ໄລ​ສຸດທິ​ຂອງ​ບໍລິສັດ​ໃນ​ໄລຍະ​ປີ​ທີ່​ຜ່ານ​ມາ​ຫຼຸດ​ລົງ​ໄປ 43% ​ໄປ​ຢູ່​ທີ່ 8 ຕື້​ໂດ​ລາ​ສິງກະ​ໂປ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ຄວາມ​ກັງວົນ​ກ່ຽວ​ກັບ​ເສດຖະກິດ​ຂອງ​ສປ ຈີນ​ຫຼັງ​ລັດຖະບານ​ປະກາດຫຼຸດ​ຄ່າ​ເງິນ​ຢວນ ​ແລະ ​ໃນ​ຕົ້ນ​ປີ​ທີ່​ຜ່ານ​ມາ​ມີ​ຄວາມ​ກັງວົນ​ກ່ຽວ​ກັບ​ທ່າ​ອຽງ​ທ່າ​ງ​ເສດຖະກິດ​ຂອງ​ຈີນ ​ແລະ ຄວາມ​ສາມາດ​ຂອງ​ຜູ້ນຳ​ຈີນ​ໃນ​ການ​ຮັບ​ມື​ໃນ​ໄລຍະ​ຍາວ​ກັບ​ການ​ຂະ ຫຍາຍຕົວ​ທາງ​ເສດຖະກິດ​ທີ່​ຫຼຸດ​ລົງ ທັງ​ສອງ​ເຫ​ເການ​ເຮັດ​ໃຫ້​ມູນ​ຄ່າ​ຊັບ​ສິນ​ທົ່ວ​ໂລກ​ຂອງ​ເທ​ມາ​ເສ໊ກມີ​ມູນ​ຄ່າ​ຫຼຸດ​ລົງ​ຫຼາຍ​ພັນ​ຕື້​ໂດ​ລາ​ສິງກະ​ໂປ.

​ເທ​ມາ​ເສ໊ກ​ກ່າວ​​ໃນ​ລາຍ​ງານ​ປະຈຳ​ປີ​ວ່າ ສະຖານະ​ການ​ໃນ​ປີ​ນີ້​ຍັງ​ບໍ່​ສົດ​ໄສ ​ເນື່ອງ​ຈາກ​ເສດຖະກິດ​ອາ​ເມ​ລິ​ກາ​ມີ​ການ​ຂະ​ຫຍາ​ຍຕົວ​ໃນ​ລະດັບ​ປານ​ກາງ ​ໃນ​ຂະນະ​ທີ່​ຈີນ​ຍັງ​ຂະຫຍາຍຕົວ​ຊ້າ​ລົງ ສ່ວນ​ເສດຖະກິດ​ເອີຣົບກໍ​ເກີດ​ເຫດການ​ອັງກິດ​ລົງ​ປະຊາ​ມະຕິ​ຖອນ​ຕົວ​ອອກ​ຈາກ​ສະມາຊິກ​ສະຫະພາບ​ເອີຣົບ (ອີ​ຢູ).

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...