spot_img
Homeຂ່າວພາຍ​ໃນນະຄອນຫລວງຄາດວ່າຮອດປີ 2019 ຈະໄດ້ໃຊ້ລົດເມທາງດ່ວນ

ນະຄອນຫລວງຄາດວ່າຮອດປີ 2019 ຈະໄດ້ໃຊ້ລົດເມທາງດ່ວນ

Published on

 

ກົມຂົນສົ່ງກະຊວງໂຍທາທິ ການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໂດຍໄດ້ຮັບການ ຊ່ວຍເຫລືອຈາກທະນາຄານພັດທະນາອາຊີ, ໃນປັດຈຸບັນນີ້ກະຊວງໂຍທາ ພວມຢູ່ ໃນຂັ້ນຕອນວາງແຜນພັດທະນາໂຄງການຂົນສົ່ງແບບຍືນຍົງຢູ່ໃນນະຄອນຫລວງ ວຽງຈັນ ເພື່ອຈະປັບປຸງເສັ້ນທາງສາທາ ລະນະໃຫ້ສາມາດເຊື່ອມຕໍ່ໃສ່ກັນ ແລະ ສາ ມາດຄວບຄຸມໃນເຂດ ພື້ນທີ່ກ້ວາງຂວາງກວມປະ ມານ 84 ກິໂລແມັດ, ຂອງບັນ ດາຖະຫນົນສາຍຫລັກຄືຈາກສະຫນາມບິນວັດໄຕເຂົ້າມາສູ່ໃຈກາງຕົວ ເມືອງ ດ້ວຍ ລະບົບຊ່ອງທາງຈະລາຈອນສະເພາະເພື່ອໃຫ້ການ ເດີນທາງໄວຂຶ້ນ ແລະ ສະດວກ ສະບາຍທີ່ເອີ້ນວ່າ: ລະບົບໂດຍ ສານປະ ຈຳທາງ ດ່ວນພິເສດ ( BRT ) ແນໃສ່ສ້າງໃຫ້ລະບົບ ການຄົມມະນາຄົມໃນນະຄອນ ຫລວງວຽງຈັນມີຄວາມທັນສະ ໄຫມ ແລະ ເປັນເມືອງທີ່ສະອາດ ງົດງາມ, ແກ້ໄຂສະພາບລົດແອ ອັດເນື່ອງຈາກການເພີ່ມຂຶ້ນຂອງປະຊາກອນ ແລະ ຈຳນວນພາ ຫະນະ ຍວດຍານຕ່າງໆ.

 

ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈະເລີ່ມປະຕິ ບັດນັບແຕ່ປີ 2017 ເປັນຕົ້ນໄປ ໂດຍຄາດວ່າຈະໃຫ້ສຳເລັດ ແລະ ໄດ້ເປີດນຳໃຊ້ໃນປີ 2019 ໂດຍ ສະເພາະຖະຫນົນເສດຖາທິລາດ ນັບແຕ່ເຂດວັດອິນແປງໄປຫາ ນ້ຳພຸຈະເປັນເສັ້ນທາງ ສຳລັບລົດເມພິເສດ ແລະ ສຳລັບຜູ້ໃຊ້ລົດ ຈັກ, ລົດຖີບເທົ່ານັ້ນ, ສ່ວນເຂດ ຖະຫນົນປາງຄຳ ແລະ ຖະຫນົນ ຝຣັງຊົວງິນກໍ ຈະເປັນເຂດຄົນຍ່າງ, ສ່ວນການຈອດລົດລາງ ພາຫະນະຕ່າງໆໃນຕົວເມືອງ ແມ່ນຈະມີການຈັດສັນຄືນໃຫມ່ ໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍທີ່ສຸດ. ສຳລັບລົດເມພິເສດ ນີ້ຈະກຳນົດມີ 23 ສະຖານີໂດຍຈະນຳໃຊ້ລົດເມທີ່ໃຫຍ່ສາມາດ ບັນຈຸໄດ້ ຫລາຍ ແລະ ເປັນລົດປັບອາກາດທີ່ສະອາດງົດງາມ ແລະ ທັນສະໄຫມ, ດ້ວຍລາຄາບໍລິການປະຢັດທີ່ສຸດ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...