Homeຂ່າວຕ່າງປະເທດສະເທືອນວົງການກິລາ! ກຸ່ມໄອເອັສ ຂ້າຕັດຄໍ 4 ນັກເຕະທີມດັງຂອງຊີຣີ!

ສະເທືອນວົງການກິລາ! ກຸ່ມໄອເອັສ ຂ້າຕັດຄໍ 4 ນັກເຕະທີມດັງຂອງຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກໍລະກົດນີ້ວ່າ ເກີດເຫດສະຫລົດໃຈໃນວົງການກິລາບານເຕະ ຫລັງຈາກກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ດຳເນີນການຂ້າຕັດຄໍ ນັກເຕະບານຊາວຊີຣີ 4 ຄົນ ສັງກັດທີມເຕະບານ ອັນ-ຊາບັບ ຊຶ່ງເປັນທີມທີ່ມີຊື່ສຽງໂດ່ງດັງອັນດັບຕົ້ນໆຢູ່ຊີຣີ, ການສັງຫານດັ່ງກ່າວ ໄດ້ເຮັດປະຈານຕໍ່ໜ້າມະຫາຊົນ ໃຈກາງນະຄອນຣັກກາ ປະເທດຊີຣີ ໂດຍພວກເຂົາໄດ້ກ່າວອ້າງວ່າ ການເຊຍກິລາບານເຕະ ແມ່ນເປັນການຕໍ່ຕ້ານຕໍ່ສາສະໜາອິດສະລາມ.

ທັງນີ້ ນອກຈາກນັກເຕະບານ 4 ຄົນແລ້ວ ແຫລ່ງຂ່າວຍັງລະບຸວ່າ ມີຊາຍນິລະນາມອີກ 1 ຄົນ ໄດ້ຖືກຂ້າຕັດຄໍ ໃນມື້ດຽວກັນອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...