Homeສຸຂະພາບ ແລະ ສີ່ງແວດລ້ອມກິນຂີ້ໝິ້ນໃຫ້ຖືກເວລາ ພາໃຫ້ສຸຂະພາບແຂງແຮງ

ກິນຂີ້ໝິ້ນໃຫ້ຖືກເວລາ ພາໃຫ້ສຸຂະພາບແຂງແຮງ

Published on

 

ຫລາຍໆຄົນຮູ້ກັນດີແລ້ວວ່າ ຂີ້ໝິ້ນເປັນຢາສະໝຸນໄພພື້ນເມືອງທີ່ມີຄຸນປະໂຫຍດຢ່າງຫລວງ ຫລາຍ ດັ່ງນັ້ນ ເມື່ອເຮົາຈະກິນຂີ້ໝິ້ນເທື່ອໃດ ກໍຄວນໃຫ້ຖືກກັບເວລາ ເປັນຕົ້ນວ່າ :

ເວລາ 3:00-5:00 ຊ່ວຍບຳລຸງປອດ ປ້ອງກັນການເປັນມະເຮັງປອດ ຊ່ວຍເຮັດໃຫ້ປອດແຂງ ແຮງ ຊ່ວຍໃຫ້ພູມແພ້ໃນການຫາຍໃຈຍາກໝົດໄປ ແລະຊ່ວຍສ້າງລະບົບພູມຄຸ້ມກັນທີ່ຜິວໜັງ.

ເວລາ 5:00-7:00 ຊ່ວຍແກ້ບັນຫາລຳໄສ້ໃຫຍ່ ຊ່ວຍຟື້ນຟູປາຍປະສາດຂອງລຳໄສ້ໃຫຍ່ ບໍ່ເຮັດໃຫ້ເປັນລິດສະດວງທະວານ ແລະບໍ່ເປັນມະເຮັງລຳໄສ້ອີກດ້ວຍ.

ເວລາ 7:00-9:00 ຊ່ວຍແກ້ບັນຫາເລື່ອງກະເພາະອາຫານ ທີ່ເກີດຈາກການກິນເຂົ້າບໍ່ເປັນເວລາ ເປັນຕົ້ນວ່າ ທ້ອງອືດ ແໜ້ນທ້ອງ ປວດຫົວເຂົ່າ ຂາເຄັ່ງ ຊ່ວຍບຳລຸງສະໝອງ ປ້ອງກັນຄວາມຈຳເສື່ອມ.

ເວລາ 9:00-11:00 ຊ່ວຍແກ້ບັນຫາເລື່ອງນ້ຳເຫລືອງ ເປັນແຜໃນປາກ ອ້ວນເກີນໄປ ຈ່ອຍເກີນໄປທີ່ກ່ຽວຂ້ອງກັບມ້າມ ຫລຸດອາການເບົາຫວານ.

ເວລາ 11:00-13:00 ຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ

ເວລາ 13:00-15:00 ຊ່ວຍແກ້ບັນຫາເລື່ອງອາການປວດທ້ອງເລື້ອຍໆ ເພາະມີໄຂມັນມາເກາະລຳໄສ້ນ້ອຍ ໄຂມັນທີ່ເກາະລຳໄສ້ກັກຂີ້ເຫຍື້ອເອົາໄວ້ ແລ້ວສະສົມຕົວກັນ ເຮັດໃຫ້ເກີດແກັດ ແລະມີອາການປວດທ້ອງ.

ເວລາ 15:00-17:00 ຊ່ວຍພົກຍ່ຽວໃຫ້ແຂງແຮງ ແກ້ບັນຫາເລື່ອງຕົກຂາວຂອງຜູ້ຍິງ ແລະຄວນກິນນ້ຳກະຊາຍໃສ່ພ້ອມ ຊ່ວງເວລານີ້ຖ້າເຮັດໃຫ້ເຫື່ອໄຄອອກຕາມຕົນໂຕຈະດີຫລາຍ ເພາະຮ່າງກາຍຕ້ອງການຂັບສານພິດອອກ.

ເມື່ອກາຍເວລາເຫລົ່ານີ້ໄປ ຈົນໄປເຖິງການກິນກ່ອນນອນ ຂີ້ໝິ້ນຈະຊ່ວຍເລື່ອງຄວາມຈື່ຈຳໃຫ້ດີກວ່າເກົ່າ ຊ່ວຍຂັບໄຂມັນໃນຕັບໃນເວລາ 01:00-03:00 ເມື່ອຕື່ນມາຕອນເຊົ້າຈະບໍ່ເມື່ອຍ ແລະການຂັບຖ່າຍກໍດີຂຶ້ນ.

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...