spot_img
Homeຂ່າວຕ່າງປະເທດຕຳຫລວດອາເມຣິກາ ຖືກຊຸ້ມຍິງເສຍຊີວິດ 5 ຄົນ ເພື່ອແກ້ແຄ້ນ ເຫດຍິງຊາຍຜິວດຳຕາຍ!

ຕຳຫລວດອາເມຣິກາ ຖືກຊຸ້ມຍິງເສຍຊີວິດ 5 ຄົນ ເພື່ອແກ້ແຄ້ນ ເຫດຍິງຊາຍຜິວດຳຕາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກໍລະກົດຜ່ານມານີ້ວ່າ ໃນຕອນຄ່ຳຂອງວັນທີ 7 ກໍລະກົດ 2016 ໄດ້ເກີດເຫດຄົນຮ້າຍ ໃຊ້ອາວຸດປືນດັກຊຸ້ມຍິງ ເຈົ້າໜ້າທີ່ຕຳຫລວດອາເມຣິກາ ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະ ໄດ້ຮັບາດເຈັບອີກ 6 ຄົນ ຢູ່ເມືອງດາລັສ ລັດເທັກຊັສ ສະຫະລັດອາເມຣິກາ ໃນຂະນະທີ່ກຳລັງມີການເດີນຂະບວນ ເພື່ອປະທ້ວງກໍລະນີຕຳຫລວດອາເມຣິກາຄົນໜຶ່ງ ໃຊ້ອາວຸດປືນຍິງຊາຍຜິວດຳເສຍຊີວິດ ສ້າງຄວາມບໍ່ພໍໃຈກ່ຽວກັບ ບັນຫາການແບ່ງແຍກສີຜິວເກີດຂຶ້ນຮອບໃໝ່ ໃນສັງຄົມອາເມຣິກາ.

ດ້ານໂຄສົກຕຳຫລວດເມືອງດາລັສ ໄດ້ອອກມາເປີດເຜີຍວ່າ ພາຍຫລັງເກີດເຫດ ໄດ້ມີການຈັບກຸມຊາຍຜູ້ຖືກສົງໄສ ແລະ ໄດ້ທຳການສືບສວນເບືອງຕົ້ນ ຊຶ່ງຜູ້ກໍ່ເຫດໄດ້ຍອມຮັບວ່າ ລົງມືເພື່ອແກ້ແຄ້ນໃຫ້ປະຊາຊົນ ຕໍ່ການກະທຳຂອງຕຳຫລວດ ທີ່ເຮັດໃຫ້ຄົນຜິວດຳ ຕ້ອງເສຍຊີວິດໄປເຖິງ 2 ຄົນ ໃນວັນທີ 6 ກໍລະກົດຜ່ານມາ.

 

span style=”color: #ff0000;”>ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...