spot_img
HomeມູມໄອທີລາວGionee M6 ຈະເປີດໂຕໃນວັນທີ 26 ນີ້ ມາພ້ອມກັບແບັດ 5000 mAh

Gionee M6 ຈະເປີດໂຕໃນວັນທີ 26 ນີ້ ມາພ້ອມກັບແບັດ 5000 mAh

Published on

​ຢ່າງທີ່ເວົ້າໄປໃນຂ່າວກ່ອນໜ້ານີ້ວ່າຊ່ວງນີ້ຜູ້ຜະລິດສະມາດໂຟນຈາກປະເທດຈີນດຸໝັ່ນກັນອອກລຸ້ນໃໝ່ມາຢູ່ເລື້ອຍໆ ແລະນີ້ກໍຖືເປັນຈຸດດີຢ່າງໜຶ່ງທີ່ຜູ້ໃຊ້ແບບເຮົາມີໂຕເລືອກຫຼາຍຂຶ້ນ ໃຫ້ສາມາດເລືອກຊື້ໃຊ້ໃຫ້ກົງຕາມຄວາມຕ້ອງການໄດ້. ໃນຕອນນີ້ເອງເຮົາກໍໄດ້ຮັບການຢືນຢັນແລ້ວວ່າ Gionee M6 ຜ່ານການຮອງຮັບຈາກ TENAA ແລະຈະເປີດໂຕໃນໄວໆນີ້. ໂດຍທາງ Gionee ໄດ້ວາງແຜນທີ່ຈະຈັດງານເປີດໂຕໂທລະສັບລຸ້ນດັ່ງກ່າວໃນວັນທີ 26 ກໍລະກົດນີ້ ທີ່ປະເທດຈີນ.

ສຳລັບສະເປັກຂອງ Gionee M6 ແມ່ນມາພ້ອມກັບຈໍ AMOLED ຂະໜາດ 5.5 ນິ້ວ, ຄວາມລະອຽດ fullHD (1920 x 1080 ພິກເຊວ) ແລະໃຊ້ງານຊິບປະມວນຜົນ Snapdragon 652. ນອກນີ້ກໍມາພ້ອມກັບ RAM 4GB ແລະ ROM 32 GB.

ໂຕເຄື່ອງ Gionee M6 ແມ່ນຈະເຮັດດ້ວຍໂລຫະໝົດໂຕ, ທາງດ້ານລະບົບເຄື່ອຂ່າຍແມ່ນຮອງຮັບ 2 ຊິມ ແລະໃຊ້ງານລະບົບ Android 6.0. ທາງດ້ານຫຼັງໂຕເຄື່ອງຈະມີເຊັນເຊີ້ສະແກນນິ້ວມື, ຖັດຈາກເຊັນເຊີ້ສະແກນນິ້ວມືກໍມີ ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ. ສ່ວນກ້ອງໜ້ານັ້ນໃຫ້ມາ 8 ລ້ານພິກເຊວ.

ສຳລັບໄຮໄລ້ທີ່ສຳຄັນຂອງ Gionee M6 ກໍຄືແບັດເຕີຣີທີ່ໃຫ້ຄວາມຈຸມາ 5000 mAh ຖືວ່າເຫຼືອເຟືອສຳລັບໃຜທີ່ມັກຫຼິ້ນເກມ. ນອກຈາກລຸ້ນທີ່ກ່າວມາແລ້ວຍັງມີຂ່າວລືກ່ຽວກັບ Gionee M6 Plus ອີກນຳ, ແຕ່ເຖິງຢ່າງໃດກໍຕາມໃນມື້ເປີດໂຕເຮົາກໍຈະໄດ້ເຫັນຂໍ້ມູນແລະໂຕເຄື່ອງເຕັມໆເອງ ໃນວັນ 26 ກໍລະກົດນີ້.
ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...