spot_img
Homeມູມໄອທີລາວຂາຍດິບຂາຍດີ! Vivo X7 ເປີດຂາຍມື້ທຳອິດ ສາມາດຂາຍໄດ້ກວ່າ 250,000 ເຄື່ອງ

ຂາຍດິບຂາຍດີ! Vivo X7 ເປີດຂາຍມື້ທຳອິດ ສາມາດຂາຍໄດ້ກວ່າ 250,000 ເຄື່ອງ

Published on

Vivo ອອກມາປະກາດຢ່າງເປັນທາງການວ່າ ສາມາດຂາຍໂທລະສັບ X7 ໃນມື້ທຳອິດທີ່ວາງຈຳໜ່າຍໄປໄດ້ຫຼາຍກວ່າ 250,000+ ເຄື່ອງແລ້ວ ໂດຍນັບລວມທັງຮ້ານຄ້າອອນລາຍ ແລະ ອ໋ອບລາຍຄືກັນ. ເຊິ່ງມື້ທຳອິດທີ່ເປີດຂາຍແມ່ນມີທັງໝົດ 667 ເມືອງທົ່ວປະເທດຈີນ ແລະ ຮ້ານຄ້າຈັດຈຳໜ່າຍອອນລາຍຕ່າງໆນຳ.

ເວົ້າໄດ້ວ່າຖືເປັນໂທລະສັບລຸ້ນໜຶ່ງທີ່ຂາຍດີຫຼາຍສຳລັບ Vivo ເຖິງວ່າ X7 ຈະບໍ່ໄດ້ມາພ້ອມກັບ Android 6.0 ແຕ່ຜູ້ໃຊ້ກໍຍັງຄົງຊື້ໃຊ້ກັນຢູ່ ເຊິ່ງອາດຈະເຫັນໄດ້ວ່າໂຕແປສຳຄັນບໍ່ໄດ້ຢູ່ທີ່ເວີຊັ່ນແອນດຣອຍ ແຕ່ຢູ່ທີ່ຄຸນນະພາບເຄື່ອງທີ່ເຮັດອອກມາ. 

ທ້າຍນີ້ປິດຂ່າວໄປດ້ວຍພາບບັນຍາກາດການຕໍ່ແຖວເຂົ້າຊື້ Vivo X7


ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...