ເຫັດຫອມ ເປັນເຫັດທີ່ມີໂປຕີນສູງ ແລະມີລາຄາຂ້ອນຂ້າງແພງ ນອກຈາກຈະໃຊ້ປຸງເປັນອາຫານທີ່ມີລົດແຊບຊ້ອຍແລ້ວ ການບໍລິໂພກເປັນປະຈຳຍັງຊ່ວຍໃຫ້ຮ່າງກາຍແຂງແຮງ ຊ່ວຍຫລຸດໄຂມັນໃນເສັ້ນ ເລືອດ ແລະຊ່ວຍເພີ່ມພູມຄຸ້ມກັນຕໍ່ເຊື້ອໄວລັດ ແລະມະເຮັງອີກດ້ວຍ. ສານສຳຄັນໃນເຫັດຫອມໄດ້ແກ່ສານຊື່ ເລນຕິແນນ (Lentinan), ເອຊີ 2 ພີ (Ac2P), ແລະສານເອີຣິທາດີນີນ (eritadenine) ນອກຈາກນີ້ ໃນເຫັດຫອມຍັງພົບສານອາຫານຫລາຍຊະນິດ ໄດ້ແກ່ ໂປຕີນ ແລະນ້ຳຕານຊະນິດຕ່າງໆ ເຖິງວ່າເຫັດຫອມຈະເປັນເຫັດທີ່ມີໂປຕີນຕໍ່າກວ່າເຫັດຊະນິດອື່ນໆ ແຕ່ກໍມີຫລາຍກວ່າພືດຜັກຫລາຍຊະນິດ ຍົກເວັ້ນພືດປະເພດຖົ່ວ ໃນເຫັດຫອມມີກົດອະມິໂນຢູ່ເຖິງ 21 ຊະນິດ ກົດອະມີໂນທີ່ພົບຫລາຍທີ່ສຸດໄດ້ແກ່ ກົດລູຕາມິກ ເຊິ່ງສານທີ່ສຳຄັນຕໍ່ລົດຊາດຂອງເຫັດຫອມ ໃນເຫັດຫອມຍັງມີກົດອິນຊີຫລາຍຊະນິດ ມີວິຕາມິນບີ 1 ແລະບີ 2 ສູງ ພໍໆກັບຢີດ ທັງຍັງເປັນເຫັດຊະນິດດຽວທີ່ມີວິຕາມິນດີສູງ ສາມາດຊ່ວຍບຳລຸງກະດູກ ແລະມີວິຕາມິນອີອີກດ້ວຍ. ເຫັດຫອມເປັນເຫັດທີ່ມີໂຊດຽມຕໍ່ທີ່ສຸດ ຈຶ່ງເໝາະຢ່າງຍິ່ງສຳລັບຜູ້ທີ່ເປັນໂລກກ່ຽວກັບໝາກໄຂ່ຫລັງ ນອກຈາກນີ້ຍັງມີທາດແຄນຊຽມ, ຟອດສະຟໍລັດ ແລະເຫລັກ ຈຶ່ງຊ່ວຍເສີມກະດູກແລະແຂ້ວໃຫ້ແຂງແຮງ ເຫັດຫອມສາມາດບໍລິໂພກໄດ້ທັງສົດແລະແຫ້ງ ໂດຍທີ່ຄຸນຄ່າທາງອາຫານບໍ່ແຕກຕ່າງກັນ.
ປັດຈຸບັນມີການຜະລິດນ້ຳເຫັດຫອມອອກຈຳໜ່າຍໃນຕະຫລາດແລ້ວ ໂດຍສະເພາະຍີ່ປຸ່ນ ເອີ້ນນ້ຳຫອມນີ້ວ່າ ນ້ຳສະກັດຊີຕາເກະ (Shiitake extracts) ໃນວົງການແພດຖືວ່າ ເຫັດຫອມເປັນຢາອາຍຸວັດ ທະນະ ແລະຮັກສາໂລກໄດ້ຫລາຍຊະນິດ. ປັດຈຸບັນໄດ້ມີການສຶກສາຄົ້ນຄວ້າສ້ານຕ່າງໆ ໃນເຫັດຫອມກັນຫລາຍໃນປະເທດຍີ່ປຸ່ນ, ອະເມລິກາ ແລະເຢຍລະມັນ ແລະພົບວ່າເຫັດຫອມໃຫ້ປະໂຫຍດທັງໃນດ້ານອາຫານ ແລະຢາ.