spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ກໍລະກົດ

Published on

ວັນທີ 7 ກໍລະກົດ ປີ 1987 ຫຼືມື້ນີ້ເມື່ອ 29 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Metal Gear ເທິງເຄື່ອງ MSX ທີ່ປະເທດຍີ່ປຸ່ນ ເຊິ່ງເກມນີ້ຖືເປັນຕົ້ນກຳເນີດຂອງຊີຣີ Metal Gear ກ່ອນທີ່ຈະປ່ຽນຊື່ເປັນ Metal Gear Solid ໃນພາຍຫຼັງ. ນອກຈາກນີ້ Metal Gear ພາກນີ້ຍັງເປັນຜົນງານການອອກແບບຄັ້ງທຳອິດຂອງ ທ່ານ ຮິເອໂອະ ໂຄຈິມ້າ ທີ່ນອກຈາກອອກແບບເກມແລ້ວຍັງເປັນໄດເຣັກເຕີ້ອີກນຳ. ອີກຢ່າງໜຶ່ງ ເກມ Metal Gear ຍັງໄດ້ຖືກພອຣ໌ດລົງແພລັດຟອຣ໌ມອື່ນໆອີກຫຼາກຫຼາຍ ໂດຍໜຶ່ງໃນນັ້ນກໍຄົງໜີບໍ່ພົ້ນເວີຊັ່ນ Famicom ທີ່ພອຣ໌ດແລ້ວກຣາບຟິກຫຼຸດລົງແລະຄຸນສົມບັດບາງຢ່າງກກໍຖືກເອົາອອກໄປ.

ເນື້ອເລື່ອງຂອງ Metal Gear ພາກທຳອິດຈະເປັນເຫດການໃກ້ສິ້ນສຸດສະຕະວັດທີ 20 ເມື່ອໂລກຕາເວັນອອກໄດ້ຄົ້ນພົບອາວຸດທີ່ມີຄວາມສາມາດທຳລາຍລ້າງສູງເຊິ່ງຖືກສ້າງຢູ່ໃນ Outer Heaven ເຊິ່ງເປັນລັດຫຼືເຂດການປົກຄອງພິເສດທີ່ສ້າງຂຶ້ນໂດຍ “ທະຫານຮັບຈ້າງໃນຕຳນານ” ຕັ້ງຢູ່ຫ່າງຈາກເມືອງ Galzburg ຂອງປະເທດແອັບຟຣິກາໄປທາງເໜືອປະມານ 200 ກິໂລແມັດ ພ້ອມກັນນີ້ທາງໜ່ວຍພິເສດທີ່ມີຊື່ວ່າ Foxhound ກໍໄດ້ສົ່ງເຈົ້າໜ້າທີ່ລະດັບທ໋ອບນາມວ່າ ເກ ຟ໋ອກ ແຝງໂຕເຂົ້າໄປໃນປ້ອມປາການ Outer Heaven ເພື່ອຢັບຢັ້ງແລະທຳລາຍອາວຸດສົງຄາມທີ່ວ່ານີ້ ແຕ່ວ່າໜ່ວຍ Foxhound ໄດ້ຂາດການຕິດຕໍ່ກັບ ເກ ຟ໋ອກ ໃນອີກ 2-3 ມື້ຕໍ່ມາໂດຍວະລີສຸດທ້າຍຂອງລາວກ່ອນຈະຫາຍໂຕໄປກໍຄື “Metal Gear…” ດ້ວຍເຫດນີ້ ຫົວໜ້າໃຫຍ່ ຜູ້ບັນຊາການຂອງໜ່ວຍ Foxhound ຈຶ່ງສົ່ງ ໂຊລິດ ສະເນກ ເຈົ້າໜ້າທີ່ໜ້າໃໝ່ລົງໄປສືບຄົ້ນຫາ ເກ ຟ໋ອກ ແລະສານຕໍ່ພາລະກິດທີ່ ເກ ຟ໋ອກ ເຮັດຄ້າງໄວ້.

ສຳລັບຈຸດເດັ່ນຂອງ Metal Gear ກໍຄືຄວາມສົດໃໝ່ທີ່ເກມໃນຍຸກນັ້ນຍັງບໍ່ເຄີຍມີໃຜເຮັດມາກ່ອນ ນັ້ນກໍຄືເປັນແນວລັກລອບເຕັມຮູບແບບ ຜູ້ຫຼິ້ນຈະໄດ້ບັງຄັບເປັນ ສະເນກ ເພື່ອລອບເຂົ້າໄປໃນຖານ ແລະຫຼົບສາຍຕາທະຫານເວນຍາມທັງຫຼາຍ ຫາກຖືກພົບເຫັນໂຕ ເກມຈະເຂົ້າສູ່ Alert Mode ເຊິ່ງຜູ້ຫຼິ້ນຈະຕ້ອງຫຼົບດ້ວຍວິທີທີ່ແຕກຕ່າງກັນ ແລ້ວແຕ່ວ່າຈະຖືກພົບເຫັນໃນລັກສະນະໃດ (ຖ້າຖືກສັດຕູເຫັນພຽງຄົນດຽວ ກໍພຽງແຕ່ແລ່ນຕັດສາກໄປອີກຫ້ອງທີ່ຢູ່ຕິດກັນ ຫຼືຖ້າຖືກກ້ອງວົງຈອນປິດເຫັນ ຫຼືເຮັດສັນຍານເຕືອນໄພດັງກໍຕ້ອງຂ້າທະຫານໃຫ້ໝົດ ຫຼືອອກໄປດ້ານນອກຂອງສະຖານທີ່ນັ້ນເລີຍ) ສ່ວນເລື່ອງການເຊບເກມນັ້ນ ເວີຊັ່ນເຄື່ອງ MSX2 ຈະຕ້ອງໃຊ້ອຸປະກອນເສີມທີ່ເອີ້ນວ່າ MSX Tape Recorder ຫຼືແຜ່ນ Floppy Disk ທີ່ເປັນແຜ່ນດິສຂະໜາດ 3.5 ນິ້ວ ໃນການເຊບເກມ ເຊິ່ງຂ້ອນຂ້າງຫຍຸ້ງຍາກພໍສົມຄວນ ຈົນມາເຖິງເວີຊັ່ນທີ່ຖືກພອຣ໌ດລົງໃນພາຍຫຼັງກໍໄດ້ຍົກເລີກການເຊບແບບທີ່ເວົ້າໄປແລ້ວ ໃຫ້ສາມາດເຊບລົງເມມໂມຣີກາຣ໌ດ ຫຼືໂຕເຄື່ອງຫຼິ້ນເກມນັ້ນໄປເລີຍ.

Fact ເລັກນ້ອຍກ່ຽວກັບເກມ Metal Gear

1. ສຳລັບເວີຊັ່ນ MSX ລະຫວ່າງຫຼິ້ນເກມຢູ່ ໃຫ້ຢຸດເກມຊົ່ວຄາວດ້ວຍການກົດປຸ່ມ F1 ແລ້ວລອງໃສ່ລະຫັດຕາມດ້ານລຸ່ມນີ້ ແລ້ວຈຶ່ງກົດ F1 ອີກຄັ້ງເພື່ອກັບເຂົ້າໄປໃນເກມອີກຮອບເບິ່ງ

– HIRAKE GOMA = ເຮັດໃຫ້ໂຕເຮົາມີບັດຄີກາຣ໌ດຄົບທັງ 8 ແບບ ແລະເຂົ້າໄດ້ທຸກປະຕູທັນທີ.

– INTRUDER = ເຮັດໃຫ້ໂຕເຮົາຖືລູກປືນແລະລະເບີດໄດ້ແບບບໍ່ຈຳກັດຈຳນວນ

– ISOLATION = ເຮັດໃຫ້ໂຕເຮົາຖື Ration ຫຼືໄອເທັມພະລັງຊີວິດໄດ້ສູງເຖິງ 999 ອັນ

– DS 4 = ໄດ້ເລື່ອນຂັ້ນເປັນຍົດລະດັບພິເສດ

– ANTA WA ERAI = ເຮັດໃຫ້ເຮົາໄດ້ເລື່ອນຍົດເປັນລະດັບ 4 ດາວ

2. ເກມເວີຊັ່ນ MSX ຈະມີບັ໊ກຢ່າງໜຶ່ງທີ່ຈະຊ່ວຍໃຫ້ຜູ້ຫຼິ້ນຜ່ານພື້ນທີ່ທີ່ມີກະແສໄຟຟ້າແຮງສູງໄດ້ໂດຍບໍ່ເສຍພະລັງຊີວິດເລີຍ ເຊິ່ງເຮັດໄດ້ໂດຍການກົດ F1 ເພື່ອຢຸດເກມຊົ່ວຄາວກ່ອນ ຈາກນັ້ນໃຫ້ກົດ F4 ເພື່ອເຂົ້າສູ່ໜ້າຈໍໂຫຼດເກມ ແລະກົດ ESC ເພື່ອອກຈາກໜ້າຈໍນັ້ນຕາມດ້ວຍການກົດ F1 ເພື່ອກັບເຂົ້າຫຼິ້ນເກມອີກເທື່ອໜຶ່ງ ເຊິ່ງໃນຕອນນີ້ເຮົາສາມາດຍ່າງຜ່ານໄປໄດ້ເລີຍ.

3. ໃນເວີຊັ່ນ MSX ຫຼັງຈາກທີ່ຂ້າ Metal Gear ໄດ້ແລ້ວໃຫ້ລອງກົດໃຊ້ໄອເທັມ Cigarette (ຢາສູບ) ເບິ່ງ ຈະໄດ້ເວລາເພີ່ມຂຶ້ນອີກ 2,000 

4. ໂຕເກມ Metal Gear ພາກທຳອິກນີ້ ລວມເຖິງພາກທີ່ມີຊື່ວ່າ Metal Gear 2: Solid Snake ໄດ້ຖືກຍັດລົງເປັນເກມໃນແຜ່ນພິເສດ ສຳລັບຜູ້ທີ່ຊື້ຊຸດ Limited ຂອງເກມ Metal Gear Solid 3: Subsistence ເທົ່ານັ້ນ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...