spot_img
Homeຂ່າວທ້ອງຖິ່ນກະຊວງແຜນການ ຊຸກຍູ້ສ້າງແຜນພັດທະນາເສດຖະກິດແຂວງຈຳປາສັກ

ກະຊວງແຜນການ ຊຸກຍູ້ສ້າງແຜນພັດທະນາເສດຖະກິດແຂວງຈຳປາສັກ

Published on

ວັນ​ທີ 7 ກໍ­ລະ­ກົດ 2016 ໄດ້​ມີ ກອງ​ປະ­ຊຸມ​ການ​ລົງ​ເຜີຍ­ແຜ່​ແນະ­ນຳ ແລະ ຊຸກ­ຍູ້​ການ​ສ້າງ​ແຜນ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ ແລະ​ແຜນ­ການ​ລົງ­ທຶນ​ຂອງລັດ​ປະ­ຈຳ​ປີ 2017 ຂຶ້ນ​ທີ່​ຫ້ອງ​ປະ­ຊຸມຂອງ​ພະ​ແນກ​ແຜນ­ການ ແລະ​ການ​ລົງທຶນ​ແຂວງ​ຈຳ­ປາ​ສັກ,ໂດຍ​ເປັນ​ປະ­ທານຮ່ວມ​ຂອງ​ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ລັດ​ຖະມົນ­ຕີ​ວ່າ­ການ​ກະ­ຊວງ​ແຜນ­ການ ແລະການ​ລົງ­ທຶນ, ທ່ານ ບຸນ​ຖອງ ດີ​ວິ​ໄຊ ເຈົ້າແຂວງໆ​ຈຳ­ປາ​ສັກ, ມີ​ບັນ­ດາ​ທ່ານ​ຫົວໜ້າ​ກົມ, ທ່ານ​ຮອງ​ເຈົ້າ­ແຂວງ, ຫົວ­ໜ້າພະ​ແນກ, ຮອງ​ພະ​ແນກ, ທ່ານ​ເຈົ້າ­ເມືອງ, ບັນ­ດາ​ທ່ານ​ນັກ­ວິ­ຊາ­ການ​ທີ່​ກ່ຽວ​ຂອງ ຈາກ 4 ແຂວງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ສະ­ຫຼຸບຕີ​ລາ­ຄາ​ຄືນ​ວຽກ​ງານ​ການ­ຈັດ­ຕັ້ງ​ປະ­ຕິບັດ​ຜ່ານ​ມາ​ຂອງ​ບັນ­ດາ​ພາກ­ສ່ວນ​ກ່ຽວຂ້ອງ​ກໍ​ຄືວຽກ​ງານ​ການ​ລົງ­ທຶນ​ຂອງ​ລັດໃນ 4 ແຂວງ​ພາກ​ໃຕ້, ໂດຍ​ສະ­ເພາະແມ່ນ​ການ​ສະ­ຫຼຸບ​ຄືນ​ການ­ຈັດ­ຕັ້ງ​ປະ­ຕິບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ​ແຜນ​ງົບ­ປະ­ມານ 9 ເດືອນ, ຄາດຄະ­ເນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໝົດ​ສົກ​ປີ 2015-2016 ແລະ​ການ​ກະ­ກຽມ​ສ້າງແຜນ­ການ ແລະແຜນ​ງົບ­ປະ­ມານ​ປະ­ຈຳປີ 2017, ຂອງ​ຄຳ​ສັ່ງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ​ບົດ​ແນະ­ນຳ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ແຜນ­ການ ແລະ​ການລົງ­ທຶນ, ກົດ­ໝາຍ​ວ່າ​ດ້ວຍ​ການ​ລົງ­ທຶນສະ­ບັບ​ປັບ­ປຸງ​ໃໝ່​ຂອງ​ສະ­ພາ​ແຫ່ງ​ຊາດ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ພ້ອມ​ດຽວ​ກັນ​ນີ້ ໃນ​ກອງ​ປະ­ຊຸມ​ຍັງໄດ້​ເຜີຍ­ແຜ່​ກ່ຽວ​ກັບ​ກົດ­ໝາຍ​ການ​ລົງທຶນ ຂອງ​ລັດ, ແນະ­ນຳ​ກ່ຽວກັບ​ການ​ປະ​ເມີນ​ການ​ລົງ­ທຶນ​ຂອງ​ລັດ, ເຜີຍ­ແຜ່​ແນະ­ນຳ​ກ່ຽວ​ກັບ​ວຽກ​ງານ​ການສົ່ງ­ເສີມ​ການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ, ເຜີຍແຜ່​ແນະ­ນຳ​ກ່ຽວ​ກັບ​ວຽກ​ງານ​ການ​ລະດົມ​ທຶນ​ພາກ​ເອ­ກະ​ຊົນ ແລະ​ເຜີຍ­ແຜ່​ກ່ຽວກັບ​ວຽກ​ງານ​ກວດ­ກາ​ອື່ນໆ.

ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ກ່າວ​ວ່າ: ກອງປະ­ຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ຄວາມສຳ­ຄັນ​ຫລາຍ, ເນື່ອງ​ຈາ​ກວ່າ​ປະ­ຈຸ​ບັນກຳ­ລັງ​ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ມະຕິກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ແລະການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ກອງ​ປະ­ຊຸມໃຫຍ່​ຂອງ​ອົງ­ຄະ​ນະ​ພັກ​ແຂວງ, ດັ່ງ­ນັ້ນ ພວກ​ເຮົາ​ຈະ​ໄດ້​ຮ່ວມ​ກັນ​ປຶກ­ສາ​ຫາ­ລື​ກັນຫຼາຍ​ບັນ­ຫາ​ຕົ້ນ­ຕໍ, ໂດຍ​ສະ­ເພາະ​ແມ່ນການ​ສ້າງ​ແຜນ­ການ​ພັດ­ທະ­ນາ​ເພື່ອ​ນຳເອົາ 4 ແຂວງ​ພາກ​ໃຕ້​ໄປ​ສູ່​ບາດ​ລ້ຽວໃໝ່​ຂອງ​ການ​ພັດ­ທະ­ນາ, ປະ­ກອບ­ສ່ວນໃນ​ການ​ເຮັດ​ໃຫ້​ແຜນ 5 ປີ​ຂອງ​ແຂວງ ໄດ້​ຮັບ​ຜົນ­ສຳ­ເລັດ, ດັ່ງ­ນັ້ນ​ເພື່ອ​ເຮັດ​ໃຫ້ແຜນ​ງານ​ດັ່ງ­ກ່າວ​ໄປ​ຕາມ​ເປົ້າ​ໝາຍ​ທີ່ວາງ​ໄວ້​ພວກ​ເຮົາ​ຕ້ອງ​ໄດ້​ຈັດ​ຕັ້ງ​ປະ­ຕິບັດໃຫ້​ມີ​ຄວາມ​ຊັດ​ເຈນ, ເປັນ​ເອ­ກະ​ພາບ ແລະ​ມີ​ປະ​ສິດ­ທິ​ຜົນ​ສູງ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...