ລະມາມ ຄາດຈະດຶງດູດການລົງທຶນໃຫ້ໄດ້ 200 ກວ່າໂຄງການ

0
2046

ເພື່ອ​ເປັນ​ການ​ພັດ­ທະ­ນາເມືອງ​ລະ​ມາມໃຫ້​ເປັນເມືອງ​ທີ່​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ­ເມືອງ, ສັງ­ຄົມມີ​ຄວາມ​ສະ­ຫງົບ​ໜ້າ​ຢູ່, ປະ­ຊາ­ຊົນ​ມີ​ຄວາມ​ສາ­ມັກ­ຄີ​ປອງດອງ ແລະ​ມີ​ຊີ­ວິດ​ການ​ເປັນຢູ່​ທີ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ສະ­ນັ້ນ ການ​ນຳ​ເມືອງ​ລະ​ມາມ ຈິ່ງ​ໄດ້​ວາງ​ຄາດ­ໝາຍ​ສູ້​ຊົນ​ໃນ ແຜນ​ພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມ 5 ປີ​ຕໍ່­ໜ້າ​ແຕ່​ລະ​ຂົງເຂດ ໂດຍ​ຄາດ​ຈະ​ດຶງ​ດູດ​ການ​ລົງ­ທຶນ​ໃຫ້​ໄດ້ 200 ກວ່າ ໂຄງ­ການ.

ຕາມ​ການ​ຕອບ​ສຳ­ພາດ​ຂອງ ທ່ານ ແພງ​ສີ ສີ​ລາ​ວີ  ເຈົ້າ­ເມືອງໆ​ລະ​ມາມ​ໃນ​ວັນ​ທີ 6 ກໍ­ລະ­ກົດ 2016 ວ່າ: ເພື່ອ​ສ້າງ​ເມືອງ​ໃຫ້​ເປັນ​ເມືອງ​ທີ່​ເຂັ້ມ­ແຂງ​ຮອບ­ດ້ານ​ຕາມ​ມະ­ຕິ 3 ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ, ທັງ​ມີ​ຄວາມ​ສະ­ຫງົບ​ໜ້າ​ຢູ່, ສະ­ອາດ​ສີ­ຂຽວ, ປະ­ຊາ­ຊົນ​ມີ​ຄວາມ​ສາ­ມັກ­ຄີ​ປອງ​ດອງ,ສ້າງ​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ຕາມ​ທິດ ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ​ທັນ​ສະ­ໄໝ, ສົ່ງ­ເສີມ​ການ​ຂະ­ຫຍາຍ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ-ກາງ​ໃຫ້​ຫຼາຍ​ຂຶ້ນ, ຍູ້​ແຮງ​ເສດ­ຖະ­ກິດ​ຮ່ວມ​ມື​ຂອງ​ປະ­ຊາ­ຊົນ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ, ສ້າງ​ໃຫ້​ໄດ້​ສິນ­ຄ້າ​ຕົວ​ແບບ ແລະ​ສິນ­ຄ້າ ປາຍ​ແຫຼມ​ຢູ່​ທ້ອງ­ຖິ່ນ​ທີ່​ເປັນ​ເອ­ກະ­ລັກ.

ພ້ອມ​ດຽວ​ກັນ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ຄາດ­ໝາຍ​ສູ້​ຊົນ​ແຕ່​ປີ 2014-2019 ໃຫ້​ລວມ​ຍອດ​ຜະ­ລິດຕະ​ພັນ​ພາຍ​ໃນ​ເພີ່ມ​ຂຶ້ນ 16% ຕໍ່​ປີ ແລະ​ຮອດ​ປີ 2019 ສະ­ເລ່ຍ GDP ຕໍ່​ຫົວ​ຄົນ​ໃຫ້ ໄດ້ 19,86 ລ້ານ​ກີບ ຫຼື ປະ­ມານ 2.483 ໂດ​ລາ​ສະ­ຫະ­ລັດ​ຕໍ່​ຄົນ​ຕໍ່​ປີ, ໃນ​ນີ້​ຂະ­ແໜງ​ກະ­ສິ­ກຳ​ເພີ່ມ​ຂຶ້ນ 11,15 ກວມ​ເອົາ 32,40%; ອຸດ­ສາ­ຫະ­ກຳ-ຫັດ­ຖະ­ກຳ​ເພີ່ມ​ຂຶ້ນ 16,05% ກວມ​ເອົາ14,57% ແລະ ການ​ບໍ­ລິ­ການ​ເພີ່ມ ຂຶ້ນ 21,10 ກວມ​ເອົາ 53,03%, ນອກ​ນັ້ນ​ຂະ­ແໜງ­ການ​ເງິນ​ຕ້ອງ​ໄດ້​ສືບ­ຕໍ່​ສູ້​ຊົນ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ໃຫ້​ລື່ນ​ແຜນ­ການ​ຕາມ​ການ​ເພີ່ມ​ຂຶ້ນ​ສະ­ເລ່ຍ 18-19% ຕໍ່​ປີ, ຄາດ​ຮອດ ປີ 2019 ລາຍ​ຮັບ​ໃຫ້​ບັນ­ລຸ 23,20 ຕື້​ກີບ ແລະ​ລາຍ​ຈ່າຍ​ບໍ່​ກາຍ 341,97 ຕື້​ກີບ.

ສຳ­ລັບ​ແຜນ­ການ​ລົງ­ທຶນ​ໃນ 5 ປີ​ຕໍ່­ໜ້າ​ທ່ານ​ເຈົ້າ­ເມືອງໆ​ລະ​ມາມ ໃຫ້​ຮູ້​ວ່າ: ຈະ​ສູ້​ຊົນ​ປະ­ຕິ­ບັດ ໂຄງ­ການ​ລົງ­ທຶນ​ໃຫ້​ໄດ້ 212 ໂຄງ­ການ​ມີ​ມູນ​ຄ່າ 2.270 ຕື້​ກີບ, ໃນ​ນັ້ນ ການ​ລົງ­ທຶນ​ຂອງ​ລັດ ກວມ​ເອົາ 10%; ການ​ລົງ­ທຶນ​ເອ­ກະ​ຊົນ 70% ແລະ​ທຶນ​ສິນ​ເຊື່ອ​ທະ­ນາ­ຄານ  20% ໂດຍ​ການ​ລົງ ທຶນ​ຂອງ​ລັດ​ແມ່ນ​ເນັ້ນ​ສຸມ​ໃສ່​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ, ຈັດ​ຕັ້ງ​ໂຄງ­ການ​ບູ​ລິ​ມະ​ສິດ​ຂອງ ລັດ­ຖະ­ບານ, ພັດ­ທະ­ນາ​ຊົນ­ນະ­ບົດ, ແກ້​ໄຂ​ຄວາມ­ທຸກ​ຍາກ, ສົ່ງ­ເສີມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ​ຮັກ­ສາ​ວັດ­ທະ­ນະ­ທຳ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ເຜົ່າ ແລະ​ຂອງ​ຊາດ.

ຂະ­ນະ​ທີ່​ວຽກ​ງານ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ຈະ​ປຸກ­ລະ­ດົມ​ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ ສ້າງ-ປັບ­ປຸງ ແລະ​ປົກ​ປັກ​ຮັກ­ສາ​ເສັ້ນ ທາງ​ໃຫ້​ມີ​ຄວາມ​ສະ­ອາດ​ໃຊ້​ໄດ້ ຍາວ​ນານ, ສືບ­ຕໍ່​ກໍ່­ສ້າງ ເສັ້ນ­ທາງ ແບບ​ມີ​ສ່ວນ​ຮ່ວມ​ລະ­ຫວ່າງ​ລັດ​ກັບ​ປະ­ຊາ­ຊົນ, ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ​ແຂວງ-ເມືອງ ໃຫ້​ໄດ້ 25 ເສັ້ນ, ມູນ​ຄ່າ 23 ຕື້​ກີບ, ພ້ອມ​ທັງ​ສືບ­ຕໍ່​ຄຸ້ມ​ຄອງ​ສິ່ງ​ປຸກ​ສ້າງ, ການ​ສ້ອມ­ແປງ​ຕໍ່​ເຕີມ, ການ​ຕິດ​ຕັ້ງ​ປ້າຍ ໂຄ­ສະ­ນາ ແລະ​ການ​ຖົມ​ດິນ​ໃຫ້​ຖືກ ຕ້ອງ​ຕາມ​ລະ­ບຽບ​ຜັງ­ເມືອງ​ຢ່າງ​ເຂັ້ມ​ງວດ.

ນອກ​ນີ້ ເມືອງ​ຍັງ​ມີ​ແຜນ​ສູ້​ຊົນ​ພັດ­ທະ­ນາ​ການ​ສຶກ​ສາ​ໃຫ້​ນັບ​ມື້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ເລີ່ມ​ຈາກ​ຂະ­ຫຍາຍ​ໂຮງ­ຮຽນ​ອະ­ນຸ­ບານ ແລະ​ຫ້ອງ​ປໍ​ກຽມ​ໃຫ້​ສາ­ມາດ​ເຂົ້າ​ຮຽນ​ເພີ່ມ​ຂຶ້ນ ໂດຍ​ອັດ­ຕາ​ການ​ເຂົ້າ​ຮຽນ​ສຸດ­ທິ​ຂອງ​ນັກ­ຮຽນ​ຊັ້ນ​ປະ­ຖົມ​ໃຫ້​ໄດ້ 99%, ອັດ­ຕາ​ລອດ​ເຫຼືອ​ໃນ​ຊັ້ນ​ປະ­ຖົມ 95% ຫຼຸດ ຜ່ອນ​ອັດ­ຕາ​ປະ­ລະ, ຄ້າງ​ຫ້ອງ​ຊັ້ນ​ປະ­ຖົມ​ໃຫ້​ເຫຼືອ 1%, ອັດ­ຕາ​ເຂົ້າ​ຮຽນ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ 100% ແລະ​ອັດ­ຕາ​ເຂົ້າ​ຮຽນ​ຊັ້ນ​ມັດ­ທະ­ຍົມ​ຕອນ​ປາຍ 75%.

ທີ່ມາ: ເສດຖະກິດ-ສັງຄົມ