ຫົວພັນ ຖິ່ນກຳເນີດປະຕິວັດກັບວຽກງານການຄ້າໃນເຄິ່ງສົກນີ້

0
2038

ຫົວ­ພັນ​ແມ່ນ​ແຂວງ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ບັນ­ດາ​ແຂວງ​ພາກ​ເໜືອ​ຂອງ​ລາວເປັນ​ເມືອງ­ເກົ່າ​ແກ່​ຂອງ​ອາ­ນາ­ຈັກ​ລ້ານ​ຊ້າງ​ມາ​ແຕ່​ບູ­ຮານ​ນະ​ການ ຈຶ່ງ​ຂະ­ໜານ ນາມ​ວ່າ​ເປັນ​ເມືອງ​ເໜືອ ແລະ​ເຄີຍ​ເປັນ​ພາກ­ສ່ວນ​ໜຶ່ງ​ຂອງ​ເມືອງ​ຊວາ (ຫຼວງ​ພະ​ບາງ) ໃນ​ສະ­ໄໝ​ກ່ອນ ແລະ​ເປັນ​ເຂດ​ທີ່​ໝັ້ນ​ຂອງ​ການ​ປະ­ຕິ­ວັດ, ເປັນ​ຖິ່ນ​ກຳ­ເນີດ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ, ແຂວງ​ຫົວ­ພັນ ຕັ້ງ​ຢູ່​ທິດ­ຕາ­ເວັນ­ອອກ​ສຽງ​ເໜືອ​ຂອງ​ປະ­ເທດ​ລາວ​ມີ​ເນື້ອ­ທີ່​ທັງ​ໝົດ: 17,5 ພັນ­ຕາ​ລາງ​ກິ­ໂລ­ແມັດ ຫ່າງ​ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ 650 ກິ­ໂລ­ແມັດ ປະ­ກອບ​ມີ 10 ເມືອງ, 715 ບ້ານ,  ມີ 90 ກຸ່ມ​ບ້ານ ແລະ​ມີ​ພົນ­ລະ­ເມືອງ ທັງ​ໝົດ 2,90 ແສນ​ຄົນ, ມີ 9 ເຜົ່າ  ຊົນ​ດຳ­ລົງ​ຊີ­ວິດ​ຢູ່​ຮ່ວມ​ກັນ.

ດ້ານ​ທິດ­ຕາ­ເວັນ­ອອກ​ຂອງ ແຂວງ​ມີ​ຊາຍ​ແດນ​ຕິດ​ກັບ 3 ແຂວງ​ຂອງ​ປະ­ເທດ ສສ ຫວຽດ­ນາມ​ຄື: ແຂວງ​ເຊີນ​ລາ, ແທັງ​ຮວ່າ ແລະ​ແຂວງ​ເງ້​ອານ. ທິດ­ເໜືອ ຕິດ​ກັບ​ແຂວງ​ຫຼວງ​ພະ​ບາງ ທິດ­ຕາ­ເວັນ­ຕົກ​ຕິດ​ກັບ​ແຂວງ​ຊຽງ​ຂວາງ​ຈາກ​ເງື່ອນ­ໄຂ​ດັ່ງ­ກ່າວ​ໄດ້​ກາຍ­ເປັນ​ທ່າ­ແຮງ​ອັນ​ດີ​ເຮັດ​ໃຫ້​ສະ­ພາບ​ເສດ­ຖະ­ກິດ-ສັງ ຄົມ ຂອງ​ແຂວງ​ໃນ​ຜ່ານ​ມາ​ສືບ­ຕໍ່​ຂະ­ຫຍາຍ­ຕົວ​ໄວ ຢ່າງ​ຕໍ່​ເນື່ອງ​ໂດຍ​ໃນ​ເຄິ່ງສົກ​ປີ​ມາ​ນີ້​ເຫັນ​ໄດ້​ວ່າ​ສະ­ເພາະ​ວຽກ​ງານ​ການ​ຄ້າ​ແຂວງ ດັ່ງ­ກ່າວ​ໄດ້​ຖືກ​ຈັດ​ຕັ້ງ ປະ­ຕິ­ບັດ​ເປັນ​ໄປ​ຕາມ​ແຜນ­ການ​ທີ່​ວາງ​ໄວ້​ນັ້ນ​ການ​ນຳ​ເຂົ້າ ແລະ​ສົ່ງ​ອອກ​ສິນ­ຄ້າ ຂອງ​ແຂວງ​ສາ­ມາດ​ບັນ­ລຸ​ມູນ​ຄ່າ​ແລ້ວ 111,2 ຕື້​ກີບ.

ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ແຂວງ​ຫົວ­ພັນ ໃຫ້​ຮູ້­ເມື່ອ​ທ້າຍ​ອາ­ທິດ​ຜ່ານ​ມາ​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ທີ່​ຜ່ານ​ມາ​ສະ­ພາບ​ເສດ­ຖະ­ກິດ​ຂອງ ໂລກ​ພາກ​ພື້ນ​ໄດ້​ຜັນ​ແປ​ຢ່າງ​ສັບ­ສົນ ໂດຍ​ສະ­ເພາະ​ແມ່ນ​ວິ​ກິດ​ການ​ທາງ​ດ້ານ ການ​ເງິນ​ໄດ້​ສົ່ງ​ຜົນ​ຕໍ່​ເສດ­ຖະ­ກິດ​ຂອງ​ບັນ­ດາ​ປະ­ເທດ​ໃກ້​ຄຽງ​ຂອງ​ລາວ​ເປັນ­ຕົ້ນ ແມ່ນ​ຫວຽດ­ນາມ​ບັນ­ຫາ​ດັ່ງ­ກ່າວ​ໄດ້​ສົ່ງ​ຜົນ​ກະ­ທົບ​ເຖິງ​ລະ­ບົບ​ການ​ຄ້າ, ການ​ລົງ­ທຶນ, ການ​ຜະ­ລິດ​ເປັນ​ສິນ­ຄ້າ ແລະ​ການ​ສົ່ງ​ອອກ​ສິນ­ຄ້າ​ຂອງ​ແຂວງ​ຫົວ­ພັນ ຢ່າງ​ຫຼີກ​ລຽງ​ບໍ່​ໄດ້ ໂດຍ​ສະ­ເພາະ​ແມ່ນ​ການ​ຄ້າ​ຊາຍ​ແດນ​ເຮັດ​ໃຫ້­ການ​ແລກ ປ່ຽນ​ຊື້​ຂາຍ​ພົບ​ຄວາມ​ຫຍຸ້ງ­ຍາກ.

ເຖິງ​ແນວ­ໃດ​ກໍ​ຕາມ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ກໍ​ໄດ້​ເອົາ­ໃຈ­ໃສ່​ຊີ້ ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ​ຜັນ​ຂະ­ຫຍາຍ​ແຜນ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ເຮັດ​ໃຫ້​ວຽກ​ງານ​ການ​ຄ້າ, ການ​ບໍ­ລິ­ການ ແລະ​ວຽກ​ງານ​ອຸດ­ສາ­ຫະ­ກຳປຸງ​ແຕ່ງ​ພາຍ​ໃນ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ, ລະ­ບົບ​ການ​ຈໍ​ລະ​ຈອນ​ແຈກ​ຍາຍ ສິນ­ຄ້າ​ນັບ​ແຕ່​ຕົວ​ເມືອງ​ຮອດ​ຊົນ­ນະ­ບົດ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ສາ­ມາດ​ຕອບ​ສະ ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ​ໄດ້​ເປັນ​ຢ່າງ​ດີ ແລະ​ສິນ­ຄ້າ​ຍຸດ ທະ​ສາດ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດັດ­ສົມ​ບໍ່​ມີ​ການ​ເໜັງ​ຕິງ​ຢ່າງ​ຮ້າຍ​ແຮງ.

ວຽກ​ງານ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ​ຫັດ­ຖະ­ກຳ ຄາດ​ວ່າ​ຈະ​ບັນ­ລຸ​ມູນ​ຄ່າ ການ​ຜະ­ລິດ​ທັງ​ໝົດ 101,7 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ ປະ­ຕິ­ບັດ​ໄດ້ 53% ໃນ​ນັ້ນ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ກວມ​ເອົາ 25% ຫຼື ເທົ່າ​ກັບ 25,5 ຕື້​ກີບ ແລະ​ຫັດ­ຖະ­ກຳ 75% ຫຼື ເທົ່າ​ກັບ 76,2 ຕື້​ກີບ ປະ­ຈຸ​ບັນ​ທົ່ວ​ແຂວງ​ຫົວ­ພັນ ມີ​ໂຮງ­ງານ ລວມ​ທັງ​ໝົດ 135 ແຫ່ງ ໃນ​ນັ້ນ​ໂຮງ­ງານ​ຂັ້ນ 1 ມີ 2 ແຫ່ງ, ຂັ້ນ2 ມີ 21 ແຫ່ງ, ໂຮງ­ງານ​ຂັ້ນ III ມີ 111 ແຫ່ງ ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ­ຊາ­ຊົນ​ໄດ້ 2,190 ຄົນ ໃນ​ງວດ I ສົກ​ປີ 2015-2016 ມີ​ໂຮງ­ງານ​ຂັ້ນ III ເພີ່ມ​ຂຶ້ນ 2 ແຫ່ງ.

ວຽກ​ງານ​ການ​ນຳ​ເຂົ້າ ແລະ​ສົ່ງ​ອອກ​ທາງ​ແຂວງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕົວ​ເລກ ຄາດ­ໝາຍ​ຈະ​ສູ້​ຊົນ​ໄດ້ 111.2 ຕື້​ກີບ ທຽບ­ໃສ່​ແຜນ­ການ ປະ­ຕິ­ບັດ​ໄດ້ 19,8% ເທົ່າ​ກັບ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 35% ໃນ​ນັ້ນ ມູນ​ຄ່າ​ການ​ສົ່ງ​ອອກ ປະ­ມານ 67,2 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 74,6% ສິນ­ຄ້າ ສົ່ງ ອອກ​ສ່ວນ​ໃຫ່​ຍ​ແມ່ນ​ແຮ່​ກົ່ວ​ເຂັ້ມ​ຂຸ້ນ 40%, ຜະ­ລິດ​ຕະ​ພັນ​ໄມ້, ເຄື່ອງ​ປ່າ​ຂອງ ດົງ ແລະ​ຜົນ​ຜະ­ລິດ​ທາງ​ກະ­ສິ­ກຳ ສ່ວນ​ມູນ​ຄ່າ​ການ​ນຳ​ເຂົ້າ​ມີ​ປະ­ມານ 44 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 63,9% ສິນ­ຄ້າ​ນຳ​ເຂົ້າ​ຕົ້ນ­ຕໍ​ແມ່ນ​ນ້ຳ­ມັນ, ວັດ ສະ​ດຸ​ກໍ່­ສ້າງ ແລະ​ເຄື່ອງ­ໃຊ້​ສອຍ​ປະ­ຈຳ​ວັນ​ໃນ​ນັ້ນ​ສິນ­ຄ້າ​ນຳ​ເຂົ້າ​ຍົກ­ເວັ້ນ​ພາ­ສີ 24 ຕື້​ກີບ.

ຂະ­ນະ​ທີ່​ມູນ​ຄ່າ​ການ​ຈໍ​ລະ​ຈອນ​ສິນ­ຄ້າ​ເກັບ​ຊື້ ຂາຍ­ຍົກ-ຂາຍ­ຍ່ອຍ ໃນ​ງວດ 6 ເດືອນ​ຕົ້ນ​ປີ​ສົກ 2015-2016 ປະ­ຕິ­ບັດ​ໄດ້ 385,6 ຕື້​ກີບ ທຽບ­ໃສ່​ແຜນ ການ​ໝົດ​ປີ​ປະ­ຕິ­ບັດ​ໄດ້ 56,2% ມູນ​ຄ່າ​ເກັບ​ຊື້​ປະ­ຕິ­ບັດ​ໄດ້ 106,9 ຕື້​ກີບ ທຽບ­ໃສ່ ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 53,1% ມູນ​ຄ່າ​ຂາຍ­ຍ່ອຍ 239,7 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 56,8% ມູນ​ຄ່າ​ຂາຍ­ຍົກ​ປະ­ຕິ­ບັດ​ໄດ້ 39,9 ຕື້​ກີບ ທຽບ­ໃສ່ ແຜນ­ການ ປີ 62%.

ຂໍ້​ມູນ​ແຂວງ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ສຳ­ລັບ​ວຽກ​ງານ​ດ້ານ​ທະ­ບຽນ ແລະ​ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ ໃນ​ໄລ­ຍະ 6 ເດືອນ​ຜ່ານ​ມາ​ສາ­ມາດ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ ທັງ​ໝົດ​ໄດ້ 158 ຫົວ­ໜ່ວຍ ທຶນ​ຈົດ​ທະ­ບຽນ 151,7 ຕື້​ກີບ, ອອກ​ໃໝ່ 105 ຫົວ­ໜ່ວຍ​ມີ​ທຶນ​ຈົດ​ທະ­ບຽນ 100,9 ຕື້​ກີບ, ດັດ­ແກ້ 53 ຫົວ­ໜ່ວຍ ມີ​ທຶນ​ຈົດ​ທະ­ບຽນ 50,8 ຕື້​ກີບ ໃນ​ນັ້ນ ອຸດ­ສາ­ຫະ­ກຳ 11 ຫົວ­ໜ່ວຍ ມີ​ທຶນ​ຈົດ​ທະ­ບຽນ 25,5 ຕື້​ກີບ, ບໍ­ລິ­ການ 29 ຫົວ­ໜ່ວຍ​ມີ​ທຶນ​ຈົດ​ທະ­ບຽນ 24,7 ຕື້​ກີບ, ການ​ຄ້າ 104 ຫົວ­ໜ່ວຍ ມີ​ທຶນ​ຈົດ​ທະ­ບຽນ 33,5 ຕື້​ກີບ ແລະ​ກະ­ສິ­ກຳ 14 ຫົວ­ໜ່ວຍ ມີ​ທຶນ​ຈົດ​ທະ­ບຽນ 67,9 ຕື້​ກີບ.

ທີ່ມາ: ເສດຖະກິດ-ສັງຄົມ