spot_img
Homeຂ່າວພາຍ​ໃນລັດຖະບານລາວປະຕິເສດຕໍ່ການຮັບເອົາທຶນ ຈາກອົງການສະວິດອິນໂດຯ ພ້ອມຫ້າມພາກສ່ວນອື່ນພົວພັນເດັດຂາດ

ລັດຖະບານລາວປະຕິເສດຕໍ່ການຮັບເອົາທຶນ ຈາກອົງການສະວິດອິນໂດຯ ພ້ອມຫ້າມພາກສ່ວນອື່ນພົວພັນເດັດຂາດ

Published on

ກ່ອນໜ້ານີ້ ລັດຖະບານ ສປປ ລາວ ໄດ້ຮັບໜັງສືແຈ້ງເຈດຈຳນົງ ສະບັບ M1/ສວອບ, ລົງວັນທີ 30/3/2016 ຈາກອົງການ ສະວິດ ອິນໂດ ເວີທຣັດ ອິນເຕີເນຊັ່ນແນວ ອໍບິດ ປະເທດອິນໂດເນເຊຍ ທີ່ສະເໜີໃຫ້ລັດຖະບານລາວຮັບເອົາທຶນຊ່ວຍເຫຼືອລ້າ ແລະການເຄື່ອນໄຫວຂອງກຸ່ມຄົນຈຳນວນໜຶ່ງ ທີ່ສະເໜີຂໍນຳເຂົ້າທຶນຊ່ວຍເຫຼືອລ້າມາພັດທະນາ ເສດຖະກິດ-ສັງຄົມ ໃນ ສປປລາວ. ຈາກນັ້ນ, ລັດຖະບານກໍໄດ້ນຳເອົາໜັງສືແຈ້ງເຈດຈຳນົງດັ່ງກ່າວໄປຄົ້ນຄວ້າ ພິຈາລະນາຕາມຂັ້ນຕອນ.

ຫຼ້າສຸດ ວັນທີ 3 ກໍລະກົດ 2016 ທີ່ຜ່ານມານີ້ ລັດຖະບານລາວໄດ້ອອກແຈ້ງການເຖິງ ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງກຳແພງນະຄອນຯ ແລະເຈົ້າແຂວງທົ່ວປະເທດ, ເລື່ອງ: ທິດຊີ້ນຳກ່ຽວກັບ ອົງການ ສະວິດ ອິນໂດ ເວີທຣັດ ອິນເຕີເນຊັ່ນແນວ ອໍບິດ ປະເທດອິນໂດເນເຊຍ ທີ່ສະເໜີໃຫ້ລັດຖະບານລາວຮັບເອົາທຶນຊ່ວຍເຫຼືອລ້າ ແລະການເຄື່ອນໄຫວຂອງກຸ່ມຄົນຈຳນວນໜຶ່ງ ທີ່ສະເໜີຂໍນຳເຂົ້າທຶນຊ່ວຍເຫຼືອລ້າມາພັດທະນາ ເສດຖະກິດ-ສັງຄົມ ໃນ ສປປລາວ.

ໂດຍທິດຊີ້ນຳດັ່ງກ່າວແມ່ນໄດ້ແຈ້ງວ່າ ລັດຖະບານບໍ່ພິຈາລະນາ ຫຼືໃຫ້ການຢັ້ງຢືນໃດໆ ຕໍ່ການສະເໜີນຳເຂົ້າທຶນຈຳນວນມະຫາສານ ຂອງອົງການ ສະວິດ ອິນໂດ ເວີທຣັດ ອິນເຕີເນຊັ່ນແນວ ອໍບິດ. ພ້ອມທັງຫ້າມ ບຸກຄົນ, ນິຕິບຸກຄົນ ແລະອົງການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງແລະທ້ອງຖິ່ນ ພົວພັນ, ໃຫ້ຄວາມຮ່ວມມື, ເປັນຜູ້ປະສານງານ ແລະເຮັດວຽກກັບກຸ່ມຄົນລາວ ແລະກຸ່ມຄົນຕ່າງປະເທດ ທີ່ແອບອ້າງວ່າມີທຶນຮອນຈຳນວນມະຫາສານ ທີ່ຈະນຳມາຊ່ວຍເຫຼືອພັດທະນາ ສປປ ລາວ ໂດຍເດັດຂາດ.

ທັງນີ້, ແຈ້ງການດັ່ງກ່າວກໍບໍ່ໄດ້ໃຫ້ສາເຫດການປະຕິເສດດັ່ງກ່າວ ແຕ່ແຈ້ງການແມ່ນໄດ້ອີງໃສ່ ເອກະສານສະເໜີ ສະບັບເລກທີ 306/ສຕຟງ ລົງວັນທີ 19 ເມສາ 2016 ຂອງສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ. ແລະອີງຕາມການຊີ້ນຳຂອງ ທ່ານ ນາຍົກລັດຖະມົນຕີ ສະບັບລົງວັນທີ 24 ພຶດສະພາ 2016.

13620063_1274597252571944_8328036129754962454_n

ບົດຄວາມຫຼ້າສຸດ

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...