spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອັນຕະລາຍຈາກສານເຄມີທີ່ປົນເປື້ອນໃນອາຫານ

ອັນຕະລາຍຈາກສານເຄມີທີ່ປົນເປື້ອນໃນອາຫານ

Published on

      ບໍ່ແມ່ນແຕ່ອາຫານຈານດ່ວນ ເປັນຕົ້ນວ່າ ເບເກີລີ, ເຂົ້າໜົມອົບ, ເຂົ້າໜົມຫວານ, ນ້ຳຫວານ, ນ້ຳອັດລົມເທົ່ານັ້ນທີ່ເປັນອັນຕະລາຍຕໍ່ຮ່າງກາຍເທົ່ານັ້ນ ແຕ່ອາຫານທີ່ເຈືອປົນສານປຸງແຕ່ງອື່ນໆ ເຊັ່ນ ສານແຕ່ງລົດແຕ່ງກິ່ນ, ສານໃຫ້ຄວາມຫວານ, ແປ້ງນົວ, ຜັກທີ່ມີຢາຂ້າແມງໄມ້ ຫລືອາຫານສຳເລັດຮູບທີ່ໃສ່ສານກັນບູດທັງຫລາຍ ຊີ້ນສັດທີ່ກິນກັນທຸກມື້ນີ້ກໍເຕັມໄປດ້ວຍສານເຄມີ ເພາະວ່າການລ້ຽງໃນອຸດສາຫະກຳ ສານພິດຈາກອາຫານເຫລົ່ານີ້ ເປັນສານທີ່ກໍ່ໃຫ້ເກີດໂລກມະເຮັງ ແລະໂລກອື່ນໆແກ່ຮ່າງກາຍ.

ພາຊະນະທີ່ໃສ່ອາຫານຕ່າງໆ ເຊັ່ນ ພາສະຕິກ, ອະລູມີນຽມ ຕ່າງກໍມີຜົນຕໍ່ກັຍຮ່າງກາຍເຮົາທັງນັ້ນ ເພາະພາຊະນະເຫລົ່ານີ້ສາມາດກໍ່ໃຫ້ເກີດສານປົນເປື້ອນໃນອາຫານ ພາສະຕິກທຸກຊະນິດເປັນອັນຕະ ລາຍ ເຖິງວ່າຈະເປັນພາສະຕິກໃສໆ ບໍ່ມີສີ ກໍບໍ່ແມ່ນຈະປອດໄພ ເຖິງຈະບໍ່ໄດ້ໃສ່ຂອງຮ້ອນໂດຍກົງ ແຕ່ອຸນຫະພູມ ຫລືແສງແດດ ກໍພຽງພໍທີ່ຈະເຮັດໃຫ້ສານລະລາຍຈາກພາສະຕິກອອກມາປົນເປື້ອນກັບອາຫານ ແລ້ວສົ່ງຜົນໃຫ້ເກີດໂລກ ເມື່ອໃຊ້ໝໍ້ກະທະອະລູມີນຽມໄປດົນໆ ໝໍ້ຈະຖືກກັດບາງລົງເລື້ອຍໆ ສ່ວນທີ່ເສຍໄປນັ້ນ ໄດ້ໄປປະສົມກັບອາຫານທີ່ເຮົາກິນຮຽບຮ້ອຍແລ້ວ ອະລູມີນຽມອາດຈະເປັນສາເຫດໃຫ້ເກີດໂລກສະໝອງຝໍ່, ໄຂຂໍ້ອັກເສບ, ອັນໄຊເມີ ພາຊະນະທີ່ໃຊ້ໃນການປຸງອາຫານທີ່ດີທີ່ສຸດຄື ໝໍ້ດິນ ຮອງລົງມາຄືໝໍ້ທອງເຫລືອງ ແຕ່ຖ້າໃຫ້ປອດໄພທີ່ສຸດຄື ບໍ່ຕ້ອງປຸງອາຫານເລີຍ ກິນໝາກໄມ້ ແລະຜັກສົດໃນປະລິມານທີ່ສົມດຸນ ພໍດີ ກໍພຽງພໍຕໍ່ກັບຄວາມຕ້ອງການຂອງຮ່າງກາຍແລ້ວ.

ນອກຈາກນີ້ ຍັງມີສານເຄມີອີຢ່າງຫລວງຫລາຍທີ່ເຮົາຮັບເຂົ້າສູ່ຮ່າງກາຍ ເປັນຕົ້ນວ່າເຄື່ອງຂອງທີ່ຊົມໃຊ້ໃນຊີວິດປະຈຳວັນ ນັບຕັ້ງແຕ່ຕື່ນນອນຕົນເຖິງເຂົ້ານອນ ເລີ່ມຕັງແຕ່ຢາສີແຂ້ວ, ສະບູ່, ໂລຊັ້ນ, ເຄື່ອງສຳອາງ ໆລໆ ຜະລິດຕະພັນເຫລົ່ານີ້ ລ້ວນແຕ່ມີສ່ວນປະກອບຂອງສານເຄມີ ເຊິ່ງເປັນອັນຕະລາຍຕໍ່ຮ່າງກາຍ ພວກເຮົາຄວນຫັນມານຳໃຊ້ເຄື່ອງມືຈາກທຳມະຊາດແທນ ຖ້າຫລີກລຽງບໍ່ໄດ້ແທ້ໆ ເລື່ອງອາຫານການກິນກໍຄວນກິນຂອງທີ່ມາຈາກທຳມະຊາດ ເພາະຮ່າງກາຍຂອງມະນຸດນັ້ນກຳເນີດມາຈາກທຳມະຊາດ ເຮົາຈຶ່ງຄວນໃຊ້ແຕ່ສິ່ງທີ່ມາຈາກທຳມະຊາດ ແລະຜ່ານຂະບວນການຜະລິດໃຫ້ນ້ອຍທີ່ສຸດ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...