spot_img
Homeຂ່າວພາຍ​ໃນຈາກແມ່ຄ້າຂາຍຜັກ ກາຍເປັນເຈົ້າຂອງໂຮງງານ ຍ້ອນປາແດກ!

ຈາກແມ່ຄ້າຂາຍຜັກ ກາຍເປັນເຈົ້າຂອງໂຮງງານ ຍ້ອນປາແດກ!

Published on

ທ່ານ . ວິໄລສິນ ແຕ່ກ່ອນຢຶດຖືອາຊີບ ຂາຍຜັກໃນຕະຫລາດເພື່ອລ້ຽງຊີບ ແລ້ວເຫັນວ່າຄອບຄົວຍັງຂາດເຂີນ ຈຶ່ງມີແນວຄິດຫັນປ່ຽນອາຊີບໃໝ່ ຈາກຂາຍຜັກມາຂາຍປາແດກ ເຫັນວ່າລາຍໄດ້ດີ ແລະ ເຮັດໃຫ້ຊີວິດຄອບຄົວດີຂຶຶ້ນ ຈຶ່ງຢຶດອາຊີບດັ່ງກ່າວມາແຕ່ປີ 1990 ເປັນຕົ້ນມາ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ປາແດກຂຶ້ນໃນປີ 2007 ຈົນມາເຖິງປັດຈຸບັນ.

ທ່ານ ນາງ ວິໄລສິນ ເຕີນຕານ ເຈົ້າຂອງໂຮງງານປາແດກໄດ້ເລົ່າສູ່ຟັງວ່າ: ນັບແຕ່ປີ 1988 ຕົນເອງມີຕົ້ນທຶນ 10 ພັນກີບ ມີໄຫ 1 ໜ່ວຍ ໄປຊື້ປາແດກໄດ້ 10 ກິໂລມາຂາຍຢູ່ຕະຫລາດ ເຫັນວ່າໄດ້ຂາຍດີສົມຄວນ ເລີຍຂາຍມາເປັນໄລຍະ 1 ປີ ແລ້ວຕົນກໍມີແນວຄິດຢາກເຮັດປາແດກຂາຍເອງ, ແຕ່ບໍ່ມີປະສົບການ ຈຶ່ງໄດ້ສອບຖາມນຳຜູ້ເຖົ້າຜູ້ແກ່ ແລ້ວນຳເອົາບົດຮຽນຈາກຫລາຍຄົນມາປະສົມປະສານກັນ ແລ້ວມາເຮັດເອງ ຈົນຮອດປີ 1990 ຜົວຂອງຂ້າພະເຈົ້າ ໄດ້ຊ່ວຍປຸງແຕ່ງປາແດກ ໃຫ້ມີຫລາຍຮູບແບບ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ແລະ ຂະຫຍາຍຕະຫລາດໃຫ້ຫລາຍຂຶ້ນ ຈຶ່ງຜະລິດໃນຮູບແບບຕ່າງໆຄື: ນ້ຳປາແດກຕົ້ມ, ປາແດກແຈ່ວ, ປາແດກຜົງ, ແຈ່ວສຸກກີ່, ແຈ່ວພັນປາ ແລະ ອື່ນໆ, ພາຍຫລັງທີ່ມີຫລາຍ ຜະລິດຕະພັນແລ້ວ ເຮັດໃຫ້ປາແດກໄດ້ຮັບຄວາມນິຍົມ ທັງພາຍໃນນະຄອນຫລວງ ແລະ ຕ່າງແຂວງ ໃນແຕ່ລະເດືອນ ຂາຍໄດ້ຫລາຍລ້ານກີບ. ຈາກຄວາມສຳເລັດດັ່ງກ່າວ ຈິ່ງໄດ້ປະກອບເອກະສານ ໄປຂໍຂຶ້ນລິຂະສິດ ຢູ່ກົມຊັບສິນທາງປັນຍາ ໃນປີ 2007 ເປັນຕົ້ນມາ.

. ວິໄລສິນ ຍັງໄດ້ເວົ້າຕື່ມວ່າ: ພາຍຫລັງທີ່ເຮັດໂຮງງານປາແດກແລ້ວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນຈາກຄວາມທຸກຍາກ ທັງມີເງິນທ້ອນໄວ້ ແລະ ສົ່ງລູກຮຽນໃນຂະແໜງຕ່າງໆ ແລະ ຊື້ພາຫະນະ ຮັບໃຊ້ຄອບຄົວ. ນອກຈາກນີ້ຍັງໄດ້ປະກອບສ່ວນ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໃຫ້ມີລາຍໄດ້ເຂົ້າຄອບຄົວ ຂອງເຂົາເຈົ້າອີກດ້ວຍ ເຊິ່ງປັດຈຸບັນໂຮງງານຂອງຕົນ ມີພະນັກງານກຳມະກອນ 10 ກວ່າຄົນ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...