spot_img
Homeຂ່າວການພັດທະນາຄຳສັ່ງ 15/ນຍ ມີຜົນ! ສາກົນສະແດງຄວາມດີໃຈຕໍ່ລາວ ທີ່ສະພາບການຕັດໄມ້ຜິດກົດໝາຍ ຫລຸດຜ່ອນລົງ!

ຄຳສັ່ງ 15/ນຍ ມີຜົນ! ສາກົນສະແດງຄວາມດີໃຈຕໍ່ລາວ ທີ່ສະພາບການຕັດໄມ້ຜິດກົດໝາຍ ຫລຸດຜ່ອນລົງ!

Published on

ສະຫະພາບເອີຣົບ (EU) ແລະ ຄູ່ຮ່ວມພັດທະນາ ຕ່າງກໍສະແດງຄວາມດີໃຈຕໍ່ ສປປ ລາວ, ພາຍຫລັງເຫັນວ່າ ສະພາບການລັກລອບຕັດໄມ້ແບບຜິດກົດໝາຍ ມີທ່າອ່ຽງຫລຸດຜ່ອນລົງ.

ການສະແດງຄວາມເພິ່ງພໍໃຈດັ່ງກ່າວ ໄດ້ມີຂຶ້ນຢູ່ໃນກອງປະຊຸມປຶກສາຫາລື ກ່ຽວກັບການຕັດໄມ້ທີ່ຜິດກົດໝາຍ ຄັ້ງທີ 26 lllegal Logging Update and Stakehoder Consultation Meeting ທີ່ຈັດຂຶ້ນເມື່ອກາງເດືອນມິຖຸນານີ້ ທີ່ນະຄອນຫລວງລອນດອນ ປະເທດອັງກິດ ເຊິ່ງເປັນກອງປະຊຸມສາກົນ ທີ່ມີຄວາມສຳຄັນ ໃນການແກ້ໄຂບັນຫາການຕັດໄມ້ ແລະ ການຄ້າໄມ້ທີ່ຜິດກົດໝາຍ ລວມທັງການຈັດຕັ້ງປະຕິບັດແຜນງານ FLEGT, ແຜນງານການຫລຸດຜ່ອນອາຍພິດ ຈາກການທຳລາຍປ່າໄມ້, ການເຊື່ອມໂຊມຂອງປ່າ, ການຄວບຄຸມຕະຫລາດໄມ້ ແລະ ການຕິດຕາມການຄ້າໄມ້ທີ່ຜິດກົດໝາຍ ໂດຍມີຜູ້ຕາງໜ້າຈາກກະຊວງກະສິກຳ-ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ສະມາຄົມອຸດສາຫະກຳປຸງແຕ່ງໄມ້ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຂໍ້ມູນສຳຄັນທີ່ຄະນະຜູ້ແທນລາວ ໄດ້ສະເໜີຕໍ່ກອງປະຊຸມຄັ້ງນີ້ ແມ່ນການສຶກສາການສັງລວມ ຄວາມຮູ້ດ້ານກົດໝາຍປ່າໄມ້ ເຊິ່ງເຫັນວ່າເປັນວຽກງານໜຶ່ງ ທີ່ກ່ຽວພັນກັບຫລາຍຂະແໜງການ, ຕະຫລອດຮອດຕ່ອງໂສ້ ການສະໜອງຜະລິດຕະພັນໄມ້ ໂດຍເລີ່ມຈາກການຈັດປະເພດພື້ນທີ່ປ່າ, ການແບ່ງເຂດແດນ, ການເກັບກຳຂໍ້ມູນ, ການອະນຸມັດໂກຕ້າ, ການຄຸ້ມຄອງ ແລະ ການຕັດໄມ້, ການຂົນສົ່ງປຸງແຕ່ງ ແລະ ສົ່ງອອກ.  ວຽກງານດັ່ງກ່າວ ເປັນບາດກ້າວພື້ນຖານທີ່ສຳຄັນ ໃນການພັດທະນາຮ່າງນິຍາມ ຄວາມຖືກຕ້ອງທາງດ້ານກົດໝາຍຂອງປ່າໄມ້ ໃນເຂດປ່າຜະລິດ ລວມທັງຂໍ້ຕົກລົງ ຂອງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ອັນຈະນຳໄປສູ່ການສະເໜີເຈລະຈາຄັ້ງທຳອິດ ລະຫວ່າງລັດຖະບານລາວ ແລະ ສະຫະພາບເອີຣົບ ໃນແຜນງານຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງໄມ້ ແລະ ການຄັດໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນໂລກ.

ກະຊວງອຸດສາຫະກຳ ແລະ ການຄ້າລາວ ກ່າວຄຳເຫັນວ່າ: ການຮ່າງນິຍາມຄວາມຖືກຕ້ອງ ທາງດ້ານກົດໝາຍປ່າໄມ້ ແມ່ນມີຄວາມສຳຄັນໃຫ້ແກ່ປະເທດລາວ ເຊິ່ງປຽບເໝືອນໃບເບີກທາງ ໃນການເຂົ້າເຖິງຕະຫລາດສົ່ງອອກແຫ່ງໃໝ່ ໃນກຸ່ມປະຊາຄົມເສດຖະກິດອາຊຽນ (AEC) ແລະ ຕະຫລາດສົ່ງອອກແຫ່ງອື່ນໆເຊັ່ນ: ເອີຣົບ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ ສຳລັບຜະລິດຕະພັນທີ່ມີຄຸນນະພາບດີ ແລະ ຖືກກົດໝາຍ, ພາຍຫລັງນິຍາມດັ່ງກ່າວໄດ້ຮັບການຮ່າງຂຶ້ນ, ບາດກ້າວຕໍ່ໄປ ແມ່ນການເສີມສ້າງຄວາມອາດສາມາດ ໃນການແຂ່ງຂັນຂອງອຸດສາຫະກຳປຸງແຕ່ງໄມ້ລາວ ໂດຍການປັບປຸງການສະໜອງວັດຖຸດິບແບບຍືນຍົງ, ພັດທະນາຄຸນນະພາບຂອງ ພະນັກງານ-ກຳມະກອນ ໃນອຸດສາຫະກຳປຸງແຕ່ງໄມ້ ລວມເຖິງການເຂົ້າເຖິງຂໍ້ມູນ ທາງດ້ານຕະຫລາດ ແລະ ສິນຄ້າໃຫ້ແກ່ບັນດາບໍລິສັດຕ່າງໆ.

ໃນບໍ່ດົນມານີ້, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄຳສັ່ງເລກທີ 15/ນຍ ເພື່ອເພີ່ມທະວີໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງປ່າໄມ້, ທຸລະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ໃຫ້ເຂັ້ມງວດ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອແກ້ໄຂປາກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂົງເຂດວຽກງານປ່າໄມ້ໃຫ້ຫລຸດລົງເທື່ອລະກ້າວ.

ທ່ານປະທານສະມາຄົມອຸດສາຫະກຳປຸງແຕ່ງໄມ້ລາວ ທອງສະຫວັນ ສຸລິຍະມາດ ໄດ້ກ່າວໃນກອງປະຊຸມວ່າ: ຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ ຈະມີພຽງແຕ່ຜະລິດຕະພັນໄມ້ສຳເລັດຮູບເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກ ແລະ ຖ້າສົ່ງອອກໄມ້ປະເພດອື່ນໆເຊັ່ນ: ໄມ້ທ່ອນ, ໄມ້ແປຮູບ ຫລື ຜະລິດຕະພັນເຄິ່ງສຳເລັດຮູບ ແມ່ນຜິດກົດໝາຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...