spot_img
Homeນານາສາລະກິນແປ້ງນົວຫຼາຍສ່ຽງທຳຮ້າຍສຸຂະພາບ

ກິນແປ້ງນົວຫຼາຍສ່ຽງທຳຮ້າຍສຸຂະພາບ

Published on

ການ​ຮັບ​ປະ­ທານ​ແປ້ງ​ນົວ ໃນ​ປະ­ລິ­ມານ​ທີ່​ຫຼາຍ​ເກີນ​ຂອບ ເຂດ ກໍ​ອາດ​ເຮັດ​ໃຫ້​ສຸ­ຂະ­ພາບ​ອ່ອນເພຍ ແລະ​ທຳ­ຮ້າຍ​ອະ​ໄວ​ຍະ​ວະ ຕ່າງໆ​ພາຍ​ໃນ​ຮ່າງ­ກາຍ​ຂອງ​ເຮົາ ໄດ້​ເຊັ່ນ​ກັນ​ໂດຍ​ສະ­ເພາະ 6 ສາ ເຫດ​ທີ່​ພວກ​ເຮົາ​ຈະ​ນຳ​ສະ­ເໜີ​ຕໍ່ ໄປ​ນີ້

  • ສຳ­ລັບ​ແມ່­ຍິງ​ທີ່​ຖື­ພາ: ເຮັດ ໃຫ້​ຮ່າງ­ກາຍ​ຂອງ​ເດັກ​ໃນ​ທ້ອງ ເກີດ​ຄວາມ​ຜິດ​ປົກ­ກະ­ຕິ​ເຊັ່ນ: ປາກ​ແຫວ່ງ, ແຂນ​ຂາ​ພິ­ການ.
  • ທຳ­ລາຍ​ລະ­ບົບ​ປະ­ສາດ: ເຮັດ​ໃຫ້​ສາຍ­ຕາ​ເສື່ອມ​ສະ­ພາບ ເກີດ​ອາ­ການ​ຕາ­ບອດ​ໄດ້.
  • ທຳ­ລາຍ​ລະ­ບົບ​ປະ­ສາດ​ສ່ວນ ກາງ: ການ​ກິນ​ແປ້ງ​ນົວ​ເຂົ້າ​ໄປ ໃນ​ປະ­ລິ­ມານ​ຫຼາຍ​ອາດ​ທຳ­ຮ້າຍ ລະ­ບົບ​ປະ­ສາດ​ສ່ວນ​ກາງ ໂດຍ ສະ­ເພາະ​ເຮັດ​ໃຫ້​ເກີດ​ເປັນ​ໂລກ​ປະ ສາດ​ໄດ້​ງ່າຍ​ຂຶ້ນ.
  • ທຳ­ລາຍ​ສະ­ໝອງ​ສ່ວນ​ໜ້າ ຫຼື ໄຮ​ໂປ​ທາ​ລາມ​ັສ: ໂດຍ​ຈະ​ເຮັດ ໃຫ້­ການ​ຈະ­ເລີນ​ເຕີບ​ໃຫຍ່​ຊ້າ, ປັນ ຍາ​ອ່ອນ ແລະ​ເປັນ​ບ້າ.
  • ເຮັດ​ໃຫ້​ວິ­ຕາ­ມິນ​ໃນ​ຮ່າງ ກາຍ​ຫຼຸດ​ລົງ: ໂດຍ​ສະ­ເພາະ​ຢ່າງ ຍິ່ງ​ວິ­ຕາ­ມິນ​ບີ 6 ເຮັດ​ໃຫ້​ເກີດ​ເປັນ​ໂລກ​ຜິວ­ໜັງ​ໄດ້​ງ່າຍ​ຂຶ້ນ.
  • ທຳ­ລາຍ​ກະ­ດູກ ແລະ​ໄຂ​ຂໍ້ ກະ­ດູກ: ທຳ­ລາຍ​ກະ­ດູກ ແລະ​ໄຂ​ຂໍ້​ກະ­ດູກ​ໂດຍ​ຈະ​ເຮັດ​ໃຫ້­ການ​ຜະ­ລິດ​ເມັດ​ເລືອດ​ແດງ​ໃນ​ຮ່າງ­ກາຍ​ຫຼຸດ​ລົງ ຈົນ​ກາຍ­ເປັນ​ຄົນ​ເລືອດ​ຈາງ​ໄດ້.

 

ທີ່ມາ: ຂຽນໂດຍ ຣັດສະໝີ (http://www.sedthakid.la/)

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...