spot_img
Homeຂ່າວຕ່າງປະເທດໂຮງງານເຫລັກໄຕ້ຫວັນ ຍອມຈ່າຍ 500 ລ້ານໂດລາ ຊົດເຊີຍເຫດປາທະເລຕາຍ ຢູ່ພາກກາງຫວຽດນາມ!

ໂຮງງານເຫລັກໄຕ້ຫວັນ ຍອມຈ່າຍ 500 ລ້ານໂດລາ ຊົດເຊີຍເຫດປາທະເລຕາຍ ຢູ່ພາກກາງຫວຽດນາມ!

Published on

ສຳນັກຂ່າວ AFP ລາຍງານວ່າ ໃນພິທີຖະແຫລງຂ່າວ ກ່ຽວກັບສາເຫດການຕາຍຂອງປາ ຈຳນວນມະຫາສານ ຕາມຊາຍຝັ່ງທະເລທາງພາກກາງຂອງຫວຽດນາມ ຊຶ່ງຈັດຂຶ້ນໃນວັນທີ 30 ມິຖຸນາຜ່ານມານີ້ ທີ່ນະຄອນຫລວງຮ່າໂນ້ຍ ໄດ້ລະບຸວ່າ ຈາກກໍລະນີຂອງປາຕາຍຈຳນວນຫລາຍໂຕນ ເມື່ອເດືອນເມສາຜ່ານມາ ແລະ ພາຍຫລັງການສືບສວນຂອງເຈົ້າໜ້າທີ່ຫວຽດນາມ ໄດ້ຮູ້ວ່າ ບໍລິສັດ ຟໍໂມຊາ ຮ່າຕິງ ສະຕີວ ຄໍປໍເຣຊັ່ນ ຊຶ່ງເປັນກຸ່ມທຸລະກິດຂອງຊາວຈີນໄຕ້ຫວັນ ທີ່ກຳລັງກໍ່ສ້າງໂຮງງານເຫລັກ ມູນຄ່າຫລາຍຕື້ໂດລາ ພາຍໃນພື້ນທີ່ເກີດເຫດປາຕາຍ ເປັນຜູ້ລະເມີດມາດຕະຖານດ້ານສິ່ງແວດລ້ອມ ແລະ ເປັນສາເຫດຂອງຄວາມເສຍຫາຍດັ່ງກ່າວ.  ແນວໃດກໍຕາມ, ບໍລິສັດດັ່ງກ່າວ ໄດ້ກ່າວຄຳຂໍໂທດ ແລະ ຕົກລົງທີ່ຈະຈ່າຍເງິນ 500 ລ້ານໂດລາ ເພື່ອຊົດເຊີຍຕໍ່ເຫດການທີ່ເກີດຂຶ້ນ ຊຶ່ງສົ່ງຜົນເສຍຫາຍຕໍ່ກັບ ອຸດສາຫະກຳອາຫານທະເລໃນທ້ອງຖິ່ນ ແລະ ສ້າງຄວາມບໍ່ເພິ່ງພໍໃຈໃຫ້ແກ່ຊາວຫວຽດນາມ.

ດ້ານທາງການຫວຽດນາມ ກໍໄດ້ເນັ້ນຢ້ຳອີກວ່າ ນັກລົງທຶນຕ່າງປະເທດ ຕ້ອງບໍ່ເຂົ້າມາດຳເນີນການຢູ່ຫວຽດນາມ ໂດຍທີ່ບໍ່ມີການຄວບຄຸມ ຊຶ່ງທ່ານ ດັ່ງຮີດົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ກ່າວວ່າ ” ຂ້າພະເຈົ້າຂໍຢືນຢັນອີກເທື່ອໜຶ່ງວ່າ ເຮົາຈະບໍ່ຍອມແລກສິ່ງແວດລ້ອມ ພຽງເພື່ອດຶງດູດການລົງທຶນ ຈາກຕ່າງປະເທດ. ”

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...