Homeຄວາມງາມຜັກຕຳນິນເສີມຄວາມງາມ ສູດດີໆທີ່ໜ້າລອງ

ຜັກຕຳນິນເສີມຄວາມງາມ ສູດດີໆທີ່ໜ້າລອງ

Published on

ສຳລັບ​ສາວໆ​ທີ່​ກຳລັງ​ຊອກ​ຫາ​ວິທີ​ປົວ​ສິວ​ອັກ​ເສບ, ສິວ​ໜອງ, ສິວ​ເກືອ, ຝ້າ​ຈ່າງ, ລວມ​ໄປ​ເຖິງ​ຮອຍ​ຮ່ຽວເທິງໃບໜ້າ ວັນນີ້ເຮົາມີເຄັດລັບດີໆມາແນະນຳ ສູດຄວາມງາມດ້ວຍຜັກຕຳນິນ ນີ້ເປັນອີກໜຶ່ງສູດທີ່ໃຊ້ແລ້ວເຫັນຜົນ ແອັດມິນເລີຍຢາກມາບອກຕໍ່

ວີທີເຮັດ: ນຳຜັກຕຳນິນທີ່ໄປຊື້ມາຈາກຕະຫຼາດ (ຖ້າໄປຊື້ຢູ່ຕະຫຼາດ) 1ມັດ ແຕ່ໃຊ້ພຽງເຄິ່ດມັດກໍ່ພໍ ຈາກນັ້ນກໍ່ນຳມາລ້າງໃຫ້ສະອາດ ເດັດເອົາແຕ່ໃບບໍ່ເອົາກ່າງມັນ ແລ້ວເອົາໃບຕຳນິນທີ່ໄດ້ມາບົດໃຫ້ລະອຽດດີ ຈາກນັ້ນກໍ່ໃສ່ນ້ຳເຜິ້ງໃນປະລິມານ 2 ບ່ວງແກງ ແລ້ວປັ່ນທັງສອງໃຫ້ເຂົ້າເປັນເນື້ອດຽວກັນ

ວິທີໃຊ້: ນ້ຳມາຜອກໜ້າ ແລ້ວປະໄວ້ 30 ນາທີ ຈິ່ງຄ່ອຍລ້າງອອກດ້ວຍນ້ຳສະອາດ ເຮັດພຽງອາທິດລະ 2 ເທື່ອ ເຮັດເປັນປະຈຳ ຮັບຮອງເລີຍວ່າທ່ານຈະໄດ້ຜົນຮັບທີ່ໜ້າພໍໃຈ

ສູດນີ້ນອກຈາກຈະເຮັດໃຫ້ທ່ານງາມໄດ້ແທ້ແລ້ວ ຍັງບໍ່ເສຍເງິນຫຼາຍ ແລະ ບໍ່ສ່ຽງຕໍ່ສານເຄມີອີກດ້ວຍ

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...