spot_img
Homeຂ່າວທ້ອງຖິ່ນຈັບຜູ້ຄ້າຂາຍຢາເສບຕິດ ຢູ່ເມືອງປາກລາຍ

ຈັບຜູ້ຄ້າຂາຍຢາເສບຕິດ ຢູ່ເມືອງປາກລາຍ

Published on

 

ເຈົ້າໜ້າທີ່ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນ ພຶດສະພາຜ່ານ ມາ, ໄດ້ກັກຕົວນາງ ສຳລີ ສີວິໄລ ອາຍຸ 42 ປີ ຢູ່ບ້ານຕາກແດດ ເມືອງປາກລາຍ ແຂວງໄຊຍະບູລີ ພ້ອມຂອງ ກາງຢາບ້າ 1.398 ເມັດທີ່ຜູ້ກ່ຽວຊຸກ ເຊື່ອງໄວ້ຢູ່ໃນ ເຮືອນຂອງ​ຕົນ, ຜ່ານການສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາ ລະພາບວ່າ: ຢາບ້າທັງໝົດ ແມ່ນຂອງຜູ້ກ່ຽວແທ້ເຊິ່ງໄດ້ຊື້ມາຈາກຂະບວນການ ຄ້າຢາເສບຕິດພາຍໃນເມືອງເພື່ອເອົາມາຈຳໜ່າຍໃຫ້ໄວລຸ້ນໃນເຂດບ້ານຂອງຕົນ, ແຕ່ຖືກ ເຈົ້າໜ້າທີ່ກັກຕົວເສຍກ່ອນ.

ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ ດົນນີ້, ສານປະຊາຊົນນະຄອນ ຫລວງວຽງຈັນ ໄດ້ຕັດສິນລົງ ໂທດທ້າວ ສົມພະໄທ ຫລື ໂຕ ອາຍຸ 22 ປີ ກຳມະກອນຢູ່ບ້ານ ຈອມເພັດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃຫ້ຈຳ ຄຸກເປັນເວລາ 5 ປີກັບ 6 ເດືອນ ພ້ອມທັງປັບໄໝ ເງິນຈຳນວນ 10 ລ້ານກີບ ໂດຍຜູ້ກ່ຽວຖືກເຈົ້າ ໜ້າທີ່ກັກຕົວໄດ້ເມື່ອທ້າຍເດືອນສິງຫາ 2014 ຜ່ານມາ ໃນຂໍ້ຫາ ເສບ ແລະ ຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 30 ກວ່າ ເມັດ.

ທ່ານ ພັນຕີ ດວງຈັນ ວົງວິໄຊ ຮອງກົມຕຳຫລວດສືບສວນ- ສອບສວນ ໃຫ້ຮູ້ວ່າ: ໃນເດືອນ ພຶດສະພາຜ່ານມານີ້, ທົ່ວປະ ເທດມີຄະດີເກີດຂຶ້ນທັງໝົດ 214 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 132 ຄົນ, ມ້າງຄະດີ 109 ແລະ ແກ້ໄຂ ຄະດີສຳເລັດ 53 ເລື່ອງ, ສົ່ງໄອຍະການ 23 ເລື່ອງ ແລະ ແກ້ໄຂ ຂັ້ນເຈົ້າໜ້າທີ່ 26 ເລື່ອງ ໄດ້ສ້າງ ຄວາມເສຍຫາຍເປັນເງິນ 500 ລ້ານກວ່າ ກີບ, 3 ພັນກວ່າໂດລາ ສະຫະລັດ, ເງິນບາດ 3 ແສນ ກວ່າບາດ, ເງິນຢວນ 12 ພັນ ກວ່າຢວນ, ຄຳຮູບປະພັນ 29 ບາດ, ທອງນາກ 8 ບາດ, ໂທລະສັບ 19 ໜ່ວຍ, ໂນດບຸກ 11 ໜ່ວຍ ແລະ ປືນ 1 ກະບອກ ​ເຊິ່ງບັນດາ​ຄະດີ​ດັ່ງກ່າວນັ້ນສ່ວນໃຫຍ່ ແມ່ນລັກຊັບພົນລະເມືອງ, ທຳຮ້າຍຮ່າງກາຍ, ຢາເສບຕິດ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...