Homeeuro-2016ຜົນບານຢູໂຣ 2016 ໃນຄ່ຳຄືນຂອງວັນທີ 26/6/2016 ແລະ ວິເຄາະບານ 2 ຄູ່ທີ່ຈະເຕະຄືນວັນນີ້ 27/6/2016

ຜົນບານຢູໂຣ 2016 ໃນຄ່ຳຄືນຂອງວັນທີ 26/6/2016 ແລະ ວິເຄາະບານ 2 ຄູ່ທີ່ຈະເຕະຄືນວັນນີ້ 27/6/2016

Published on

ຜົນບານຢູໂຣ 2016 ໃນຄ່ຳຄືນຂອງວັນທີ 26/6/201 ເຕະກັນທັງໝົດສາມຄູ່ເຊິ່ງມີ:

  • ຝຣັ່ງ         2-1 ໄອຣແລນ
  • ເຢຍລະມັນ 3-0 ສະໂລວາເກຍ
  • ຮົງກາລີ     0-4 ເບລຢຽມ

ວິເຄາະບານຄູ່ທີ່ຈະເຕະຄືນວັນນີ້ 27/6/2016

ອີຕາລີ ( N ) VS ສະເປນ 27/06/2016 ເວລາ 23:00 ໂມງ ຊ່ອງ 3HD ໝາຍເລກ 33 ຖ່າຍທອດສົດ

ສະເປນ ຖືກເບິ່ງວ່າຈະເກັບໄຊຊະນະ 3 ນັດລວດ ກ່ອນຈະເສຍໃຫ້ໂຄຣເອເຊຍ ໃນນັດສູດທ້າຍ ແລະ ຈົບໄດ້ພຽງອັນດັນ 2 ໃນກຸ່ມ, ສະເປນເປັນຕໍ່ ອີຕາລີ ແຕ່ເບິ່ງຄືວ່າເກມການຫຼິ້ນ ສະເປນມັກຈະເສຍໃຫ້ທີມທີ່ໃຊ້ລະບົບ 3-5-2 ຕົວຢ່າງເມື່ອພົບກັບ ຊິລີ ແລະ ໂຮນແລນ ໃນເສິກບານໂລກ 2014
ສ່ວນທາງ ອີຕາລີ ຟອມສ່າຍ ນັບແຕ່ເອົາຊະນະ ເບລຢຽມ 2-0 ໃນເກມທຳອິດຂອງເສິກຊິງແຊ້ມຢູໂຣລະດູການນີ້  ແຕ່ເບິ່ງຄືວ່າ ອີຕາລີ ຈະເຮັດຜົນງານອອກມາໄດ້ດີ ເມື່ອພົບທີມທີ່ແຂງກວ່າ

ທີ່ຜ່ານມາ ສະເປນ ສະຖິຕິພົບກັບ ອີຕາລີ ແມ່ນຟອມການຫຼິ້ນຄ່ອນຂ້າງດີໃນເສິກຊິງແຊ້ມຢູໂຣບ 2012 ແລະ ໃນຄືນນີ້ ສະເປນຕໍ່ໃຫ້ ອີຕາລີ 0.5 ລູກ ຜົນການທວາຍບານຄາດວ່າ ສະເປນ ຊະນະ ອີຕາລີ

34

2016-06-24_210739

ອັງກິດ ( N ) VS ໄອຊ໌ແລນ 27/06/2016 ເວລາ 02:00 ໂມງ ຊ່ອງ 3SD ໝາຍເລກ 13 ຖ່າຍທອດສົດ

ອັງກິດ ພາດການເອົາຊະນະ ສະໂລວາເກຍ ໃນເກມສຸດທ້າຍຮອບແບ່ງກຸ່ມ ເຊັ່ນດຽວກັນກັບທີມ ເຢຍລະມັນ, ອີຕາລີ, ສະເປນ ແລະ ຝຣັ່ງ ເກມມື້ນີ້ອັງກິດຕ້ອງພົບທີມທີ່ມີການຕັ້ງຮັບແຂ່ງແກ່ນຢ່າ ໄອຊ໌ແລນ ການຈົບເກມເປັນສິ່ງທີ່ອັງກິດຕ້ອງເຮັດໃຫ້ໄດ້ໃນນັດນີ້
ສ່ວນໄອຊ໌ແລນ ທີ່ມາຜ່ານບໍ່ໄດ້ຖືກເບິ່ງວ່າຈະຜ່ານຮອບແບ່ງກຸ່ມເຂົ້າມາໄດ້ ແຕ່ຕອນນີ້ ໄອຊ໌ແລນ ຢູ່ໃນຮອບ 16 ທີມສຸດທ້າຍ ເຊິ່ງໄດ້ພົບຄວາມໝັ້ນໃຈມາເຕັມທີ່ເມື່ອຕ້ອງພົບກັບ ອັງກິດ ເຖິງວ່າເກມນີ້ ທີມຕົນເອງຈະເປັນຮອງກໍ່ຕາມ

ນີ້ເປັນເກມທີ 3 ທີ່ ໄອຊ໌ແລນ ພົບກັບ ອັງກິດ ຕັ້ງແຕ່ປີ 2004 ອັງກິດເຫັນໄດ້ຊັດເຈນວ່າ ເປັນຕໍ່ ແລະ ໜ້າຈະບຽດເອົາຊະນະ ໄອຊ໌ແລນ (ຄືນນີ້ອັງກິດຕໍ່ໃຫ້ໄອຊ໌ແລນ 1 ລູກ)

598

2016-25

ທີ່ມາ: https://www.bettingtop10.com/ ແລະ http://www.footyhint.com/

http://football.kapook.com/program.php

 

ບົດຄວາມຫຼ້າສຸດ

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...

ຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ປັບລົງ 50,000 ກີບ ເມືອງຜາອຸດົມ ແຂວງບໍ່ແກ້ວ ແຈ້ງປັບລົງຄ່າໂດຍສານສາຍທາງລະ 50,000 ກີບ

ຫ້ອງການ ຍທຂ ເມືອງຜາອຸດົມ ແຂວງບໍ່ແກ້ວ ອອກແຈ້ງການເລກທີ 270/ຍທຂ,ຜດ ວັນທີ 24 ມິຖຸນາ 2026 ເຖິງ: ບັນດາຫົວໜ້າສະມາຄົມລົດ, ບັນດາຜູ້ປະກອບການຂົນສົ່ງໂດຍສານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ...