spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດ ແລະ ອາການຂອງໂຣກມະເຮັງລຳຄໍ! ກວດສຸຂະພາບກ່ອນສາຍເກີນໄປ

ສາເຫດ ແລະ ອາການຂອງໂຣກມະເຮັງລຳຄໍ! ກວດສຸຂະພາບກ່ອນສາຍເກີນໄປ

Published on

ກວດສຸຂະພາບ ກັບ ລາວໂພສຕ໌ ວັນນີ້ເຮົາຈະພາທຸກຄົນມາຮູ້ຈັກກັບ ໂຣກມະເຮັງລຳຄໍ ແມ່ນ ມະເຮັງຈະມັກເກີດຂຶ້ນທີ່ບໍລິເວນຮີມສົບ, ລີ້ນ, ຜົ້ງແກ້ມ, ເຫືອກ ຈະມີກ້ອນຕ່ອມນ້ຳເຫຼືອງບໍລິເວນຄໍ ພົບຫຼາຍທີ່ສຸດ.

what-are-the-symptoms-of-throat-cancer_1

ສາເຫດຂອງໂຣກມະເຮັງລຳຄໍ

ປັດຈຸບັນຍັງບໍ່ຮູ້ສາເຫດທີ່ແທ້ຈິງຂອງການເກີດໂຣກມະເຮັງຄໍຫອຍ ແຕ່ຮູ້ປັດໃຈສ່ຽງທີ່ຈະເກີດໂຣກນີ້ໄດ້ເຊັ່ນ:

ent1

  • ປັດໃຈສ່ຽງທີ່ສຳຄັນທີ່ສຸດຂອງໂຣກນີ້້ຄື: ການສູບຢາ ແລະ ການດື່ມແອລກໍຮໍ ເມື່ອທັງສູບຢາ ແລະ ດື່ມແອລກໍຮໍໄປພ້ອມກັນຈະມີປັດໃຈສ່ຽງສູງຂຶ້ນໄປອີກ ໂດຍມີການສຶກສາພົບວ່າ  ຄົນທີ່ສູບຢາວັນລະ 2 ຊອງຂຶ້ນໄປ ຮ່ວມກັບການດື່ມແອລກໍຮໍຕັ້ງແຕ່ວັນລະ 3-4 ຈອກຂຶ້ນໄປ ເປັນປະຈຳ ຈະມີປັດໄຈສ່ຽງຈະສູງເຖິງ 35 ເທົ່າຂອງຄົນບໍ່ສູບຢາ ແລະ ບໍ່ດື່ມແອລກໍຮໍ
  • ອາດມີຄວາມຜິດປົກກະຕິທາງພັນທຸກຳບາງຊະນິດທີ່ສົ່ງຜົນໃຫ້ເຊລຂອງຜູ້ປ່ວຍທີ່ມີຕໍ່ສານກໍ່ມະເຮັງຕ່າງໆ ສູງຂຶ້ນກວ່າຄົນທົວໄປ
  • ອາດເກີດຈາກການຂາດສານອາຫານບາງຊະນິດ ເພາະມີບາງຜົນການສຶກສາພົບໂຣກນີ້ຈະມັກເກີດຂຶ້ນໃນກຸ່ມຄົນທີ່ຂາດການກິນຜັກ ແລະ ໝາກໄມ້

th

ອາການຂອງໂຣກມະເຮັງລຳຄໍ

ໂຣກມະເຮັງຄໍຫອຍຈະບໍ່ມີອາການສະເພາະ ແຕ່ຈະເປັນອາການຄ້າຍກັບການອັກເສບຊ້ຳເຮື້ອຂອງລຳຄໍຈາກສາເຫດທົ່ວໄປ ໂດຍອາການທີ່ພົບໄດ້ເລື່ອຍໆຂອງມະເຮັງລຳຄໍໄດ້ແກ່:

  • ເຈັບຄໍຊ້ຳເຮື້ອ ຫຼື ຄ້າຍຄືມີກ້າງຄາຄໍຊ້ຳເຮື້ອ
  • ມີອາການກືນອາຫານ ຫຼື ດື່ມນ້ຳແລ້ວເຈັບ ຫຼື ຮູ້ສຶກຕິດຂັດກືນບໍ່ລົງ ບາງຄັ້ງເຈັບເຂົ້າໄປເຖິງຫູ ເຊິ່ງທັງໝົດນີ້ຈະມີອາການຊ້ຳເຮື້ອ
  • ອາດມີນ້ຳລາຍ ຫຼື ຂີ້ກະເທີ່ (ເສມຫະ) ເປັນເລືອດ ເຊິ່ງເປັນເລືອດທີ່ອອກມາຈາກແຜມະເຮັງ
  • ມີກິ່ນປາກຈາກແຜມະເຮັງ ເໜົ່າຕິດເຊື້ອ
  • ເມື່ອໂຣກນີ້ລຸກລາມເຂົ້າໄປທີ່ກ່ອງສຽງ ອາດສົ່ງຜົນໃຫ້ສຽງແຫບ ແລະ ມີກ້ອນເນື້ອໃຫຍ່ຈົນປິດທາງເດີນຫາຍໃຈ ສົ່ງຜົນໃຫ້ຫາຍໃຈລຳບາກ ແໜ້ນອຶດອັດ, ຫາຍໃຈບໍ່ອອກ
  • ເມື່ອໂຣກລຸກລາມເຂົ້າຕ່ອມນ້ຳເຫຼືອງລຳຄໍ ຕ່ອມນ້ຳເຫຼືອງລຳຄໍຈະໃຫຍ່ຂຶ້ນ ບາງຄັ້ງອາດຈະມີພຽງຕ່ອມດຽວ ຫຼາຍຕ່ອມ ຫຼື ມີທັງສອງຂ້າງຂອງລຳຄໍເລີຍກໍ່ມີ

ໂຣກມະເຮັງລຳຄໍ ມີ 4 ໄລຍະເຊັ່ນດຽວກັບໂຣກມະເຮັງອື່ນໆ ແລະ ແຕ່ລະໄລຍະອາດຈະແບ່ງຍ່ອຍອອກໄປອີກ ຄື:

  • ໄລຍະທີ 1 ກ້ອນມະເຮັງມີຂະໜາດໃຫຍ່ ບໍ່ເກີນ 2 ຊມ ແລະ ລຸກລາມຢູ່ສະເພາະໃນເນື້ອເຍື່ອທີ່ເກີດໂຣກເທົ່ານັ້ນ
  • ໄລຍະທີ 2 ກ້ອນມະເຮັງມີຂະໜາດໃຫຍ່ກວ່າ 2 ຊມ ແຕ່ບໍ່ເກີນ 4 ຊມ ແລະ ລຸກລາມເຂົ້າກ່ອງສຽງແຕ່ຍັງລຸກລາມບໍ່ຫຼາຍ
  • ໄລຍະທີ 3 ກ້ອນມະເຮັງມີຂະໜາດໃຫຍ່ຫຼາຍກວ່າ 4 ຊມ ແລະ ລຸກລາມເຂົ້າກ່ອງສຽງຫຼາຍ ຫຼື ລາມເຂົ້າຫຼອດອາຫານ ຫຼື ລາມເຂົ້າຕ່ອມນ້ຳເຫຼືອງລຳຄໍເບື້ອງເກີດໂຣກ 1 ຕ່ອມ ໂດຍຕ່ອມມີຂະໜາດໃຫຍ່ບໍ່ເກີນ 3 ຊມ
  • ໄລຍະທີ 4 ກ້ອນມະເຮັງລຸກລາມຫຼາຍຈົນເຂົ້າສູ່ກະດູກ, ຕ່ອມໄທຣອຍ ແລະ ຫຼອດເລືອດແດງຂອງລຳຄໍ ຫຼື ລຸກລາມເຂົ້າຕ່ອມນ້ຳເຫຼືອງລຳຄໍ 1 ຕ່ອມ ໂດຍຕ່ອມມີຂະໜາດໃຫຍ່ກວ່າ 3ຊມ ແລະ ແຜ່ລາມໄປສູ່ກະແສເລືອດ, ເນື້ອເຍື່ອ, ອະໄວຍະວະສ່ວນອື່ນໆ ລວມທັງປອດ ແລະ ຕັບ

ທີ່ມາ: http://haamor.com/

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...