spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກິນຖົ່ວເປັນປະຈຳ ຈະຊ່ວຍຢັບຢັ້ງການເຕີບໃຫຍ່ຂອງມະເຮັງຕ່ອມລູກໝາກໄດ້

ກິນຖົ່ວເປັນປະຈຳ ຈະຊ່ວຍຢັບຢັ້ງການເຕີບໃຫຍ່ຂອງມະເຮັງຕ່ອມລູກໝາກໄດ້

Published on

ຜົນການວິໄຈຈາກປະເທດອັງກິດເປີດເຜີຍວ່າ ການກິນຖົ່ວເປັນປະຈຳ ຈະຊ່ວຍຢັບຢັ້ງການຈະເລີນເຕີບໃຫຍ່ຂອງມະເຮັງຕ່ອມລູກໝາກໄດ້ຫຼາຍກວ່າ 34 ເປີເຊັນ

ເມື່ອວັນທີ 15 ມິຖຸນາ 2016 ເວັບໄຊ໌ເດລີເມລໄດ້ລາຍງານເຖິງຜົນການສຶກສາກ່ຽວກັບປະໂຫຍດຂອງການກິນຖົ່ວເອົາໄວ້ວ່າ ມີສ່ວນຊ່ວຍຢັບຢັ້ງການເສຍຊີວິດຂອງຜູ້ປ່ວຍໂຣກມະເຮັງຕ່ອມລູກໝາກໄດ້ຢ່າງບໍ່ໜ້າເຊື່ອ
ໂດຍຜົນການສຶກສາໃນຄັ້ງນີ້ເປັນຜົນງານຂອງຄະນະນັກວິໄຈຈາກຮາຣາດທີ່ປະກົດຢູ່ໃນວາລະສານ  British Journal of Cancer ເຊິ່ງໃຊ້ເວລາຕິດຕາມຂໍ້ມູນຂອງກຸ່ມຕົວຢ່າງເພດຊາຍກວ່າ 47,000 ຄົນ ດົນກວ່າ 26 ປີ ຈົນພົບວ່າມີຜູ້ປ່ວຍໂຣກມະເຮັງຕ່ອມລູກໝາກຫຼາຍເຖິງ 6,800 ຄົນ

g1

ທີມນັກວິໄຈສຳຫຼວດອັດຕາການເສຍຊີວິດຂອງຜູ້ປ່ວຍໂຣກມະເຮັງຕ່ອມລູກໝາກກັບພົບວ່າ ຜູ້ປ່ວຍໂຣກດັ່ງກ່າວທີ່ກິນຖົ່ວຢ່າງໜ້ອຍອາທິດລະ 5 ຄັ້ງ ມີອັດຕາການເສຍຊີວິດຫຼຸດລົງເຖິງ 34% ເມື່ອທຽບກັບກຸ່ມຜູ້ປ່ວຍທີ່ບໍ່ກິນຖົ່ວ ຫຼື ກິນໜ້ອຍກວ່າ 5 ຄັ້ງຕໍ່ອາທິດ ນອກຈາກນີ້ຍັງມີງານວິໄຈອັນໜຶ່ງທີ່ລະບຸວ່າ ບໍ່ວ່າຖົ່ວຊະນິດໃດກໍ່ຕາມກໍ່ມັກຈະອຸດົມໄປດ້ວຍວິຕາມິນອີ ທີ່ສາມາດຕໍ່ສູ້ກັບເຊື້ອມະເຮັງໄດ້ ແຖມຍັງມີສານເຄມີທຳມະຊາດທີ່ມີຄຸນສົມບັດຕ້ານມະເຮັງ ຮວມເຖິງການປ້ອງກັນບໍ່ໃຫ້ເປັນໂຣກຫົວໃຈ ແລະ ໂຣກເບົາຫວານຊະນິດທີ 2 ອີກດ້ວຍ

 

ທີ່ມາ: http://men.kapook.com/view150790.html

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...