spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ10 ອາການສ່ຽງມະເຮັງປາກມົດລູກ ກວດສຸຂະພາບກ່ອນສາຍເກີນແກ້

10 ອາການສ່ຽງມະເຮັງປາກມົດລູກ ກວດສຸຂະພາບກ່ອນສາຍເກີນແກ້

Published on

ມະເຮັງປາກມົດລູກຖືເປັນໂຣກຮ້າຍທີ່ພົບໄດ້ຫຼາຍໃນແມ່ຍິງ ແລະ ກວ່າທີ່ສາວໆຈະຮູ້ຕົວເອງວ່າເປັນມະເຮັງຫຼາຍຄົນກໍ່ເຂົ້າຂັ້ນລຸກລາມໄປມົດແລ້ວ ເຮັດໃຫ້ຮັກສາບໍ່ທັນ ແລະ ດ້ວຍເຫດນີ້ຈິ່ງເຮັດໃຫ້ແມ່ຍິງເສຍຊີວິດດ້ວຍໂຣກມະເຮັງປາກມົດລູກເປັນຈຳນວນຫຼາຍ

ສຸຂະພາບ ກັບ ລ່ວໂພສຕ໌ ວັນນີ້ເຮົາກໍ່ບໍ່ພາດທ່ີ່ຈະມານຳສະເໜີອາການຂອງຄົນທີ່ມີຄວາມສ່ຽງເປັນມະເຮັງປາກມົດລູກ ໃນຂັ້ນທຳອິດຈະມີອາການແນວໃດນັ້ນ ເຮົາມາອ່ານກັນເລີຍ

         1. ມີການຕົກຂາວແບບຜິດປົກກະຕິ ເຊິ່ງຈະມີກິ່ນເໝັນ ແລະ ສີເຂັ້ມໆ ອອກສີນ້ຳຕານແກ່

         2. ປະຈຳເດືອນມາບໍ່ປົກກະຕິ ບາງຄັ້ງອາດຈະມາແບບກະປິບກະປອຍ ຫຼື ບາງຄັ້ງອາດຈະມາຫຼາຍຜິດປົກກະຕິ
         3. ມີເລືອດອອກທາງຊ່ອງຄອດ ໂດຍເລືອດທີ່ອອກມານັ້ນບໍ່ແມ່ນປະຈຳເດືອນ ລັກສະນະຂອງເລືອດຈະອອກແບບເລັກໆນ້ອຍ

         4. ຮູ້ສຶກເຈັບ ແລະ ມີເລືອດອອກໃນຂະນະທີ່ມີເພດສຳພັນ ແລະ ຫຼັງມີເພດສຳພັນ

         5. ມີເລືອດອອກຫຼັງກວດພາຍໃນ ຫຼື ສວນລ້າງຊ່ອງຄອດ

         6. ຢູ່ໃນໄວທອງ ແຕ່ມີເລືອດອອກຄ້າຍໆ ປະຈຳເດືອນ

         7. ອ່ອນເພຍ ແລະ ມັກເປັນວິນເລື່ອຍໆ

         8. ເບື່ອອາຫານ ແລະ ນ້ຳໜັກຫລຸດ

         9. ປວດທ້ອງນ້ອຍ ເນື່ອງຈາກເຊື້ອມະເຮັງລຸກລາມໄປທັບເສັ້ນປະສາດ

         10. ຫາກໂຣກມະເຮັງປາກມົດລູກຢູ່ໃນໄລຍະລຸກລາມ ເຊື້ອມະເຮັງຈະລາມໄປສູ່ອະໄວຍະວະອື່ນໆ ເຮັດໃຫ້ມີອາການອື່ນໆ ຕາມມາ ເຊັ່ນ: ປວດຫຼັງ ຂາບວມ ປັດສະວະ ແລະ ຖ່າຍເປັນເລືອດ ເປັນຕົ້ນ

ຫາກຕອນນີ້ທ່ານໃດກຳລັງມີອາການທີ່ກ່າວມາຂ້າງເທິງນີ້ຟ້າວໄປພົບແພດ ເພື່ອກວດສຸຂະພາບດ່ວນ

ທີ່ມາ: http://health.kapook.com/view119819.html

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...