spot_img
Home​ຂ່າວບັນເທິງນາງສາວລາວ ປະຈຳປີ 2016 ນີ້ຈະແມ່ນໃຜ ?

ນາງສາວລາວ ປະຈຳປີ 2016 ນີ້ຈະແມ່ນໃຜ ?

Published on

ໃນຕອນບ່າຍວັນທີ 22 ມິຖຸນາ ທີ່ຜ່ານມາ ໄດ້ມີການຖະແຫຼງຂ່າວເປີດຮັບສະໝັກນາງສາວລາວ 2016 ແລະ ມອບລົດໃຫ້ແກ່ ນາງສາວລາວ 2015, ທີ່ສະຖານີໂທລະພາບ ທີວີລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ຫົງຄໍາ ສຸວັນນະວົງ ປະທານສະຖານີໂທລະພາບ ທີວີລາວ, ທ່ານ ນາງ ປານີ ກິນດາວົງ ຈາກສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ, ທ່ານ ນາງ ລິນດາ ພົນພິລັດ ຜູ້ຈັດກອງປະກວດນາງສາວລາວ ພ້ອມດ້ວຍ ນາງສາວລາວ 2015 ແລະ ບັນດາສື່ມ່ວນຊົນ.

494

ທ່ານ ນາງ ອຸທອນທິບ ສຸວັນນະວົງ ຮອງປະທານສະຖານີໂທລະພາບທີວີລາວໃນນາມຜູ້ຮັບຜິດ ຊອບຈັດງານປະກວດນາງສາວລາວ ໄດ້ຖະແຫຼງວ່າ: ການເປີດຮັບສະໝັກນາງສາວລາວປີນີ້ ຈະແຕກຕ່າງຈາກປີທີ່ຜ່ານມາ ເຊິ່ງໄດ້ເພີ່ມເຂດຮັບສະໝັກອີກສອງແຂວງ ຄື: ໄຊຍະບູລີ ແລະ ສະຫວັນນະເຂດ. ສຳລັບການເປີດຮັບສະໝັກແມ່ນໄດ້ເລີ່ມມາແຕ່ວັນທີ 01 ພຶດສະພາ ຈົນເຖິງວັນທີ 22 ກໍລະກົດ 2016 ໃນນັ້ນ, ໄດ້ແບ່ງອອກເປັນ 3 ພາກ ຄື:
ພາກເໜືອ:ແຂວງຫຼວງພະບາງ ທີ່ໂຮງແຮມເມືອງທອງ ໃນວັນທີ 04 ກໍລະກົດ ແລະ ແຂວງໄຊຍະບູລີ ທີ່ໂຮງແຮມອຸທຸມພອນ ວັນທີ 07 ກໍລະກົດ 2016.

760

ພາກໃຕ້: ແຂວງສະຫວັນນະເຂດ ທີ່ໂຮງແຮມດາວສະຫວັນ ໃນວັນທີ 14 ກໍລະກົດ ແລະ ແຂວງຈຳປາສັກ ທີ່ໂຮງແຮມຈຳປາສັກແກຣນ ວັນທີ 17 ກໍລະກົດ 2016.

ພາກກາງ: ແມ່ນຈະໄດ້ຄັດເລືອກທີ່ນະຄອນຫຼວງວຽງຈັນ ໃນວັນທີ 23 ກໍລະກົດ 2016 ທີ່ໃກ້ຈະມາເຖິງນີ້.
ພາຍຫຼັງທີ່ມີການຄັດເລືອກຈາກແຕ່ລະເຂດແລ້ວ ໃນເດືອນສິງຫາ ກໍ່ຈະໄດ້ມີການຖະແຫຼງຂ່າວປະກາດຜົນ 20 ຄົນສຸດທ້າຍ ພ້ອມທັງເປີດໂຕມຸງກຸດ ແລະ ຈັບສະຫຼາກນຳເບີຂອງນາງສາວ.

ນາງສາວລາວທີ່ໄດ້ເຂົ້າຮອບ 20 ຄົນ ກໍ່ຈະໄດ້ເກັບໂຕເຮັດກິດຈະກຳຮ່ວມກັນເປັນເວລາ 19 ມື້ ທີ່ນະຄອນຫຼວງວຽງຈັນ, ເລີ່ມແຕ່ວັນທີ 05 ຫາ 23 ກັນຍາ 2016 ເພື່ອເຂົ້າປະກວດຮອບຕັດສິນໃນວັນທີ 24 ກັນຍາ 2016.
ຜູ້ທີ່ເຂົ້າສະໝັກໃນນະຄອນຫຼວງວຽງຈັນ ສາມາດຮັບໃບສະໝັກດ້ວຍຕົນເອງໄດ້ທີ່ ສະຖານີໂທລະພາບທີວີລາວ ແລະ ຕ່າງແຂວງສາມາດດາວໂຫລດແບບຟອມສະໝັກໄດ້ທີ່ Facebook page: Miss Laos ນາງສາວລາວ, ແລ້ວສົ່ງໃບສະໝັກຕາມວັນທີທີ່ລະບຸໄວ້ຂ້າງເທິງ.

ທີ່ມາ: Lao Economic Daily

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...