spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອະໄວຍະວະສ່ວນໃດຂອງຮ່າງກາຍທີ່ສາມາດເກີດເປັນມະເຮັງໄດ້! ຄວາມຮູ້ດີໆທີ່ຄວນອ່ານ

ອະໄວຍະວະສ່ວນໃດຂອງຮ່າງກາຍທີ່ສາມາດເກີດເປັນມະເຮັງໄດ້! ຄວາມຮູ້ດີໆທີ່ຄວນອ່ານ

Published on

ຫຼາຍຄົນອາດຈະສົງໃສວ່າອະໄວຍະວະສ່ວນໃດຂອງຮ່າງກາຍທີ່ສາມາດເກີດເປັນໂຣກມະເຮັງໄດ້ ສຸຂະພາບ ກັບ ລາວໂພສຕ໌ ວັນນີ້ເຮົາມີຄຳຕອບມາຝາກກັນ

ມະເຮັງລຳໄສ້ໃຫຍ່ ແລະ ທະວານໜັກ: ເປັນໂຣກທີ່ເກີດຈາກເຊລເຍື້ອຜະໜັງລຳໄສ້ປ່ຽນແປງ ແລະ ຈະເລີນເຕີບໂຕຜິດປົກກະຕິ ຈົນບໍ່ສາມາດຄວບຄຸມໄດ້ ໃນໄລຍະທຳອິດການຈະເລີນເຕີບໂຕຂອງເຊລບໍ່ແມ່ນເນື້ອຮ້າຍ

1438420543

ມະເຮັງມົດລູກ: ມະເຮັງມົດລູກຄື ເນື້ອງອກບໍລິເວນປາກມົດລູກທີ່ມີການແບ່ງຕົວໄວ ສາມາດລຸກລາມທຳລາຍເນື້ອເຍື່ອປົກກະຕິ ແລະ ອະໄວຍະວະໃກ້ຄຽງ ຮວມທັງສາມາດລຸກລາມເຂົ້າເສັ້ນເລືອດ

63

ມະເຮັງເມັດເລືອດຂາວ: ມະເຮັງເມັດເລືອດຂາວຊະນິດຊ້ຳເຮື້ອ ຫຼື ລິວຄີເມຍ (Leukemia) ເປັນມະເຮັງຂອງລະບົບໂລຫິດ ເກີດຈາກຄວາມຜິດປົກກະຕິຂອງເຊລເມັດເລືອດ

589

ມະເຮັງເຕົ້່ານົມ: ໂຣກມະເຮັງເຕົ້ານົມເກີດຈາກເນື້ອເຍື່ອຂອງເຕົ້ານົມມີການປ່ຽນເປັນເຊລມະເຮັງ ເຊິ່ງຈະເກີດເປັນມະເຮັງເຕົ້ານົມທີ່ເກີດກັບທໍ່ນ້ຳນົມ ຫຼື ມະເຮັງເຕົ້ານົມທີ່ເກີດກັບແປ້ງນ້ຳນົມ

images

ມະເຮັງຕ່ອມນ້ຳເຫຼືອງ: ມະເຮັງຕ່ອມນ້ຳເຫຼືອງ ຄື ມະເຮັງທີ່ມີຕົ້ນກຳເນີດມາຈາກຕ່ອມນ້ຳເຫຼືອງ ຫຼື ເນື້ອເຍື່ອນ້ຳເຫຼືອງ ຕ່ອມນ້ຳເຫຼືອງເຮັດໜ້າທີ່ເປັນສະຖານີ້ຮັບນ້ຳເຫຼືອງ ທີ່ຜ່ານມາຕາມທາງນ້ຳເດີນນ້ຳເຫຼືອງຈາກເນື້ອເຍື່ອຕ່າງໆ

4797794

ມະເຮັງຕ່ອມນ້ຳລາຍ: ຕ່ອມນ້ຳລາຍໜ້າຫູ (Parotid gland) ເຊິ່ງເປັນຕ່ອມນ້ຳລາຍທີ່ໃຫຍ່ທີ່ສຸດ ມີໂອກາດເປັນມະເຮັງ 25% ຕ່ອມນ້ຳລາຍກ້ອງຄາງ (Submandibular gland) ມີໂອກາດເປັນມະເຮັງ 50%

9dfhaikbak59bd8id69gb

ມະເຮັງຊອງປາກ ແລະ ຊ່ອງຄໍ: ມະເຮັງປາກ ແລະ ຄໍ ໝາຍເຖິງ ມະເຮັງທີ່ຮີມສົບ, ລີ້ນ, ຜົ້ງແກ້ມ, ເຫືອກ ຈະມີກ້ອນຕ່ອມນ້ຳເຫຼືອງບໍລິເວນຄໍ ພົບຫຼາຍທີ່ສຸດ

12400

ມະເຮັງຕັບ ແລະ ລະບົບທໍ່ນ້ຳບີ: ໂຣກມະເຮັງຕັບ ແບ່ງອອກໄດ້ຕາມຈຸດເລີ່ມຕົ້ນຂອງເຊລມະເຮັງ ຄືທີ່ເກີດຈາກເຊລຂອງຕັບໂດຍກົງ ແລະ ປະເພດທີ່ກະຈາຍຈາກອະໄວຍະວະອື່ນໆ…

08

ມະເຮັງປອດ: ມະເຮັງປອດເປັນມະເຮັງອັນດັບຕົ້ນໆ ທີ່ຂ້າຊີວິດຄົນໄປທົ່ວໂລກປີລະຫຼາຍແສນຄົນ ເປັນມະເຮັງທີ່ມີຄວາມກ່ຽວຂ້ອງຊັດເຈນກ່ຽວກັບການສູບຢາ…

948

ມະເຮັງຕ່ອມລູກໝາກ: ຕ່ອມລູກໝາກ ເປັນອະໄວຍະວະໃນລະບົບສືບພັນເພດຊາຍ ມີໜ້າສ້າງ ແລະ ເກັບນ້ຳລ້ຽງອະສຸຈິ ເຊິ່ງຫຼັ່ງອອກມາເປັນນ້ຳກາມ ຫຼື ນ້ຳອະສຸຈິນັ້ນເອງ

20150804_men_2

ທີ່ມາ: http://www.cccthai.org/l-th/index.php/2009-06-13-08-51-38.html

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...