spot_img
Homeeuro-2016ເຊັກ ບອກສຸດຜິດຫວັງທີ່ທີມຕົກຮອບຢູໂຣ ແລະສ້າງສະຖິຕິໃໝ່ທີ່ຕົນເອງບໍ່ຕ້ອງການ

ເຊັກ ບອກສຸດຜິດຫວັງທີ່ທີມຕົກຮອບຢູໂຣ ແລະສ້າງສະຖິຕິໃໝ່ທີ່ຕົນເອງບໍ່ຕ້ອງການ

Published on

ປີເຕີ້ ເຊັກ ຜູ້ຮັກສາປະຕູທີມຊາດສາທາລະນະລັດເຊັກ ຍອມຮັບວ່າເປັນຄວາມຜິດຫວັງອັນໃຫຍ່ຫຼວງທີ່ທີມຕ້ອງຕົກຮອບໃນຢູໂຣ 2016 ຫຼັງຈາກທີ່ເສຍໃຫ້ກັບຕຸຣະກີໃນຄືນວັນອັງຄານທີີຜ່ານມາ.

ໂດຍເກມນີ້ທັງສອງທີມຕ້ອງການໄຊຊະນະເພື່ອລຸ້ນເຂົ້າຮອບດ້ວຍການເປັນທີມອັນດັບທີ 3 ທີ່ດີທີ່ສຸດ ແລະສຸດທ້າຍກໍເປັນ “ທີມໄກ່ງວງ” ທີ່ເອົາຊະນະແລະເກັບໄປໄດ້ 3 ຄະແນນສຳຄັນແຊງຈາກອັນດັບສຸດທ້າຍຂຶ້ນເປັນອັນດັບ 3 ຂອງກຸ່ມ D, ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຊັກ ຕົກຮອບໄປໂດຍການຫຼິ້ນ 3 ນັດແຕ່ເກັບໄດ້ພຽງ 1 ຄະແນນເທົ່ານັ້ນ.

image

ນອກຈາກ ປີເຕີ້ ເຊັກ ຈະບໍ່ສາມາດຊ່ວຍທີມເຂົ້າຮອບຢູໂຣ 2016 ໄດ້ແລ້ວ ກໍຍັງສ້າງສະຖິຕິໃໝ່ທີ່ຕົນເອງບໍ່ຕ້ອງການອີກນຳດ້ວຍການເສຍປະຕູຫຼາຍທີ່ສຸດໃນທົວນາເມັ້ນຢູໂຣ ຈຳນວນ 21 ປະຕູ ເຊິ່ງຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ຈາກການລົງຫຼິ້ນຄັ້ງທຳອິດເມື່ອ ປີ 2004.

ເຊັກ ຜູ້ຮັກສາປະຕູຂອງອາຣ໌ເຊນອນອອກມາຍອມຮັບວ່າການຕົກຮອບໃນເທື່ອນີ້ເປັນຜົນງານທີ່ໜ້າຜິດຫວັງຢ່າງສູງ ໂດຍໄດ້ກ່າວວ່າ:

“ມັນເປັນຄວາມຜິດຫວັງຢ່າງໃຫຍ່ຫຼວງສຳລັບເຮົາ ເພາະກ່ອນການແຂ່ງຂັນຈະເລີ່ມເຮົາຕັ້ງເປົ້າເກັບຢ່າງໜ້ອຍ 1 ຄະແນນຈາກ 2 ເກມທຳອິດ ເພື່ອໃຫ້ມີໂອກາດສູ້ເພື່ອເຂົ້າຮອບກັບຕຸຣະກີໃນເກມສຸດທ້າຍ”

“ເຮົາເກັບຄະແນນໄດ້ຈາກໂຄຣເອເຊຍ ແລະກ່ອນເກມມື້ນີ້ເຮົາຢູ່ໃນຕຳແໜ່ງທີ່ຕ້ອງການ ເຮົາຕ້ອງການໂອກາດທີ່ຈະຊະນະແລະເຂົ້າຮອບ ແຕ່ໜ້າເສຍດາຍເຮົາບໍ່ສາມາດຍິງປະຕູ ແລະນັ້ນຈຶ່ງເຮັດໃຫ້ເກີດຄວາມແຕກຕ່າງຂຶ້ນໃນເກມ”

ທີ່ມາ:Arsenal.in.th,ເດັກລາວ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...