spot_img
Homeຂ່າວຕ່າງປະເທດອິນ​ເດຍ​ເຕືອນ​ຫຼັງ​ພົບ​ເຊື້ອ​ໂປ​ລິ​ໂອ​ໃນ​ນໍ້າ​ເປື້ອນທີ່​​ເມືອງ​ທາງ​ໃຕ້

ອິນ​ເດຍ​ເຕືອນ​ຫຼັງ​ພົບ​ເຊື້ອ​ໂປ​ລິ​ໂອ​ໃນ​ນໍ້າ​ເປື້ອນທີ່​​ເມືອງ​ທາງ​ໃຕ້

Published on

​ເຈົ້າ​ນ້າ​ທີ່​ອິນ​ເດຍຖະ​ແຫຼ​ງວານນີ້​ວ່າ ​ເມື​ອງ​ໄຮ​ເດິຣາບາດ​ທີ່​ມີ​ປະຊາກອນ​ເກືອບ 7 ລ້ານ​ຄົນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໄດ້​ປະກາດ​ເຕືອນ​ພະວະ​ສຸກ​ເສີນ​ໂລກ​ໂປ​ລິ​ໂອ ພາຍຫຼັງ​ພົບ​ສາຍ​ພັນ​ອັນຕະລາຍ​ໃນ​ການ​ສຸ່ມ​ກວດ​ຕົວຢ່າງ​ນໍ້າ​ເປື້ອນ.

​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ລະດັບ​ສູງ​ອິນ​ເດຍລະບຸ​ວ່າ ທາງ​ການ​ຈະ​ມີ​ໂຄງການ​ໃຫ້​ວັກ​ແຊັງ ພາຍຫຼັງ​ການ​ທົດ​ສອບ​ພົບ​ໄວ​ຣັສ​ໂປ​ລິ​ໂອ​ສາຍ​ພັນ​ວັກ​ແຊັງການພັນ​ໃນ​ຕົວຢ່າງ​ນໍ້າ​ເປື້ອນຂອງ​ເມື​ອງ​ໄຮ​ເດິ​ຣາບາດ ລັດ​ເຕລັງກາ​ນາ ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ເດັກ​ປະມານ 350.000 ຄົນ​ອາຍຸ​ຕັ້ງ​ແຕ່ 6 ອາທິດ​ເຖິງ 3 ປີ ຈະ​ຕ້ອງ​ໄດ້​ຮັບ​ວັດ​ແຊັງ​ຕາມ​ໂຄງການ​ວັກ​ແຊັງ​ໂປລິ​ໂອ ຊຶ່ງ​ຈະ​ເລີ່​ມ​ໃນ​ວັນ​ຈັນ ການ​ປະກາດ​ເຝົ້າ​ລະວັງ​ໂລກ​ໂປ​ລິ​ໂອ​ມີ​ຂຶ້ນ​ໃນ 24 ​ເຂດ​ຂອງ​ເມືອງ​ໄຮ​ເດິ​ຣາບາດ ຊຶ່ງ​ລະບຸ​ວ່າ​ເປັນ​ພື້ນ​ທີ່​ສ່ຽງທີ່​ສຸດ.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...