spot_img
HomeມູມໄອທີລາວMeitu ເປີດໂຕ M6 ແລະ V4S ສະມາດໂຟນເນັ້ນເຊວຟີ້ດ້ວຍກ້ອງໜ້າຄວາມລະອຽດ 21 ລ້ານພິກເຊວ

Meitu ເປີດໂຕ M6 ແລະ V4S ສະມາດໂຟນເນັ້ນເຊວຟີ້ດ້ວຍກ້ອງໜ້າຄວາມລະອຽດ 21 ລ້ານພິກເຊວ

Published on

Meitu ເປັນບໍລິສັດຜະລິດສະມາດໂຟນລາຍໜຶ່ງຈາກປະເທດຈີນແຕ່ບໍ່ຄ່ອຍເປັນທີ່ນິຍົມໃນປະເທດຈີນ ແລະຍັງມີຊື່ຄ້າຍຄືກັນກັບອີກບໍລິສັດໜຶ່ງຄື Meizu. ໂດຍໃນມື້ນີ້ Meitu ໄດ້ເປີດໂຕສະມາດໂຟນສອງລຸ້ນພ້ອມກັນຄື: Meitu V4S ແລະ Meitu M6, ທັງສອງລຸ້ນແມ່ນຈະມີຈຸດເດັ່ນຄືກັນຄືເນັ້ນຄວາມສຳຄັນກັບການເຊວຟີ້ເປັນສ່ວນໃຫຍ່ໂດຍໃຫ້ກ້ອງໜ້າມາເຖິງ 21 ລ້ານພິກເຊວ!! ເຊິ່ງແນ່ນອນວ່າຄວາມລະອຽດລະດັບນີ້ຈັດວ່າດີໃນຕະຫຼາດສະມາດໂຟນໃນຕອນນີ້ເລີຍ.

ສ່ວນດ້ານການອອກແບບ Meitu M6 ຖືວ່າອອກແບບໄດ້ແຕກຕ່າງຈາກສະມາດໂຟນທີ່ເຫັນກັນທົ່ວໆໄປໃນຕະຫຼາດທີ່ໃຊ້ຮູບຊົງແບບສີ່ຫຼ່ຽມເລີຍ, ໂດຍລຸ້ນນີ້ການອອກແບບຈະເປັນຮູບຊົງແບບຫົກຫຼ່ຽມດັ່ງທີ່ເຫັນໃນຮູບ.

image

ເຂົ້າເຖິງສ່ວນທີ່ເປັນຈຸດເດັ່ນຂອງ Meitu M6 ແລະ V4S ກັນເລີຍ, ໂດຍທັງສອງລຸ້ນແມ່ນໃຫ້ກ້ອງຫຼັງມາ 21 ລ້ານພິກເຊວ ພ້ອມໃຊ້ເຊັນເຊີຂອງ Sony IMX230 ແລະກ້ອງໜ້າໃຫ້ມາ 21 ລ້ານພິກເຊວ. ນອກນີ້ແລ້ວທາງບໍລິສັດຍັງໄດ້ນຳເອົາຊິບປະມວນຜົນຂອງ Fujitsu Milbeaut ທີ່ໄວ້ປະມວນຜົນຮູບພາບແບບມືອາຊີບ, ພ້ອມກັບເທັກໂນໂລຢີ M-Face ແລະ M-Color ມາໃຊ້ອີກນຳ. ສິ່ງໜຶ່ງທີ່ເປັນຕາສົນໃຈອີກຢ່າງກໍຄືມາພ້ອມກັບຊິບສຽງແບບ Hi-Fi.

ໃນດ້ານຂອງສະເປັກທັງສອງລຸ້ນແມ່ນມີສະເປັກຄ້າຍໆກັນຄື: ໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ FHD (1920 x 1080 ພິກເຊວ), ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Helio P10 ຄວາມແຮງທີ່ 2GHz, RAM 3GB. ສ່ວນທີ່ຕ່າງກໍຄື M6 ແມ່ນຈະໄດ້ພື້ນທີ່ຈັດເກັບມາ 64GB, ໃນຂະນະທີ່ລຸ້ນ V4S ແມ່ນໄດ້ພື້ນທີ່ຈັດເກັບ 128GB. ແຕ່ວ່າແບັດເຕີຣີຂອງ Meitu M6 ແມ່ນຈະໄດ້ 2940mAh, ສ່ວນ Meitu V4S ແມ່ນໄດ້ພຽງ 2650mAh.

image

ສຳລັບລາຄາແມ່ນແບ່ງຕາມນີ້ເລີຍ:
– Meitu M6 ລຸ້ນ Standard Edition ລາຄາຢູ່ທີ່ 2399 ຢວນ (2.965.000 ກີບ)
– Meitu M6 ລຸ້ນ HelloKitty Special Edition ລາຄາຢູ່ທີ່ 2599 ຢວນ (3.215.000 ກີບ)
– Meitu V4S ລຸ້ນທຳມະດາ ລາຄາຢູ່ທີ່ 3499 ຢວນ (4.325.000 ກີບ)
– Meitu V4S ລຸ້ນ Elegant edition ລາຄາຢູ່ທີ່ 4399 ຢວນ (5.440.000 ກີບ)

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...